ຂປລ
ຈີນ ປະກາດ ເລີ່ມກໍ່ສ້າງ ສູນການຮ່ວມມື ດ້ານການປະຍຸກໃຊ້ ປັນຍາປະດິດ ລະຫວ່າງ ຈີນ-ປະເທດ ອາຊຽນ ຢ່າງເປັນທາງການ.

ຂປລ.ສຳນັກຂ່າວ ຊິຮວາ ຂອງ ສປຈີນ, ວັນທີ 18 ກັນຍາ, ຈີນ ປະກາດ ເລີ່ມກໍ່ສ້າງ ສູນການຮ່ວມມື ດ້ານການປະຍຸກໃຊ້ ປັນຍາປະດິດ ລະຫວ່າງ ຈີນ-ປະເທດ ອາຊຽນ ຢ່າງເປັນທາງການ. ກອງປະຊຸມ ປຶກສາຫາລື ລະດັບລັດຖະມົນຕີ ວ່າດ້ວຍ ເລື່ອງປັນຍາ ປະດິດ ຫລື ເອໄອ (AI) ໂດຍແມ່ນ ຄະນະ ກຳມະການ ພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ແລະ ຜູ້ປົກຄອງກວາງຊີ ໃນເມືອງໜານໜີງ ເຂດປົກຄອງຕົນເອງ ກວາງຊີຈ້ວງ ທາງພາກໃຕ້ຂອງປະເທດຈັດຮ່ວມກັນຈັດຂຶ້ນ.
ຄະນະກຳມະການ ລະບຸວ່າ: ສູນດັ່ງກ່າວນີ້ ຈະເນັ້ນໜັກ ດ້ານການກໍ່ສ້າງ ພື້ນຖານ ໂຄງລ່າງ ດ້ານເອໄອ, ການນໍາສະເໜີ ແພລດຟອມ ໂອເພນເຊີຣ ແລະ ການສ້າງ ບຸກຄະລາກອນ ທີ່ມີ ຄວາມສາມາດ ດ້ານເອໄອ ເພື່ອສະໜັບສະໜູນ ການປະຍຸກໃຊ້ ໃນວຽກງານ ຕົວຈິງ ແລະ ຮັບຮອງ ການເຂົ້າເຖິງ ເຕັກໂນໂລຊີເອໄອ ຢ່າງເທົ່າທຽມ.
ນອກຈາກນັ້ນ, ກອງປະຊຸມ ດັ່ງກ່າວ ຍັງປະກາດ ແຜນລິເລີ່ມ ເອໄອ ພລັສ (AI Plus) ເພື່ອສົ່ງເສີມ ການຮ່ວມມື ລະຫວ່າງ ຈີນ-ອາຊຽນ ແລະ ການຈັດຕັ້ງ ກົນໄກ ການຮ່ວມມື ດ້ານເອໄອ ລະດັບ ລັດຖະມົນຕີ ລະຫວ່າງ ຈີນ ກັບອາຊຽນ./
KPL