ຂປລ
ອະທິບາຍ ໃຫ້ການຄາດຄະເນ ດັ່ງກ່າວ UOB, ແມ່ນໜຶ່ງ ໃນບັນດາ ທະນາຄານ ໃຫຍ່ສຸດຂອງ ສິງກະໂປ ຖືວ່າ ສສ ຫວຽດນາມ ມີພື້ນຖານ ບັນລຸລະດັບເຕີບໂຕ ດັ່ງກ່າວ ຍ້ອນລະດັບ ເຕີບໂຕ GDP ສູງກວ່າ 7,5% ໃນເຄິ່ງຕົ້ນປີ 2025

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອະທິບາຍ ໃຫ້ການຄາດຄະເນ ດັ່ງກ່າວ UOB, ແມ່ນໜຶ່ງ ໃນບັນດາ ທະນາຄານ ໃຫຍ່ສຸດຂອງ ສິງກະໂປ ຖືວ່າ ສສ ຫວຽດນາມ ມີພື້ນຖານ ບັນລຸລະດັບເຕີບໂຕ ດັ່ງກ່າວ ຍ້ອນລະດັບ ເຕີບໂຕ GDP ສູງກວ່າ 7,5% ໃນເຄິ່ງຕົ້ນປີ 2025, ບວກກັບ ຄວາມຫວັງ ໄດ້ຮັບການໜູນຊ່ວຍ ຈາກການລົງທຶນພາກລັດ ເພີ່ມຂຶ້ນ ໃນຊຸມເດືອນທ້າຍປີ. ໃນໄຕມາດທີ 2, GDP ຕົວຈິງຂອງ ສສ ຫວຽດນາມ ເພີ່ມຂຶ້ນ ຢ່າງແຮງຄື 7,96% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024, ລື່ນກາຍ ການຄາດຄະເນ ຂອງບັນດາຫົວໜ່ວຍ ກ່ອນໜ້ານັ້ນ. ໄລ່ລວມ 6 ເດືອນຕົ້ນປີ, ການເຕີບໂຕບັນລຸ 7,52% ເມື່ອທຽບໃສ່ ໄລຍະດຽວກັນ, ແມ່ນລະດັບສູງສຸດ ໃນໄລຍະເຄິ່ງຕົ້ນປີ ນັບແຕ່ປີ 2011. ຄວາມຂາດສະຖຽນລະພາບ ກ່ຽວກັບ ພາສີອາກອນ ໄດ້ຫລຸດລົງ ໃນເຄິ່ງທ້າຍປີ 2025 ພາຍຫລັງ ທີ່ ສ.ອາເມລິກາ ສ້າງສຳເລັດ ອັດຕາພາສີ ສະເພາະ ໃຫ້ແກ່ ແຕ່ລະປະເທດ ກ່ອນກຳນົດ ເວລາສຸດທ້າຍ ວັນທີ 1 ສິງຫາ. ອັດຕາພາສີ ຈັດວາງ ສຳລັບ ສສ ຫວຽດນາມ ແມ່ນ 20%. ໂດຍບໍ່ຫົວຊາຕໍ່ ບັນດາຄວາມສ່ຽງ ແລະ ຄວາມຂາດສະຖຽນລະພາບ ດ້ານພາສີອາກອນ, ຕາມບັນດານັກຊ່ຽວຊານ UOB ແລ້ວ ພື້ນຖານເສດຖະກິດຂອງ ສສ ຫວຽດນາມ ຍັງສະ ແດງໃຫ້ເຫັນ ຄວາມສາມາດ ຕ້ານທານ ແລະ ລັກສະນະ ຂະຫຍັນຂັນເຄື່ອນ. ການເຄື່ອນໄຫວ ສົ່ງອອກ ພິເສດເພີ່ມຂຶ້ນ ຢ່າງແຮງ, ເຖິງວ່າ ຈະຍັງຊ້ອນແຝງຄວາມສ່ຽງ ຖ້າຫາກຄວາມຕ້ອງການຂອງ ສ.ອາເມລິກາ ຫລຸດລົງ ຍ້ອນຄວາມກົດດັນ ຂອງລາຄາທີ່ມາຈາກພາສີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL