ຂປລ
ຂປລ. ການແຕ້ມທຽນເປັນຫັດຖະກຳພື້ນເມືອງໜຶ່ງ ທີ່ເປັນມໍລະດົກທາງວັດທະນະທຳ ຂອງຊົນເຜົ່າມົ້ງ ໂດຍມີການສືບທອດກັນມາຮຸ່ນສູ່ຮຸ່ນ ແລະ ໄດ້ກາຍເປັນເສດຖະກິດ ໃນປັດຈຸບັນ ເຊິ່ງບໍ່ພຽງແຕ່ສ້າງລາຍຮັບ ໃຫ້ຜູ້ຜະລິດເທົ່ານັ້ນ, ຍັງໄດ້ປະກອບສ່ວນສ້າງ ວຽກເຮັດງານທຳໃຫ້ຜູ້ອື່ນໆຕື່ມ.

ຂປລ. ການແຕ້ມທຽນເປັນຫັດຖະກຳພື້ນເມືອງໜຶ່ງ ທີ່ເປັນມໍລະດົກທາງວັດທະນະທຳ ຂອງຊົນເຜົ່າມົ້ງ ໂດຍມີການສືບທອດກັນມາຮຸ່ນສູ່ຮຸ່ນ ແລະ ໄດ້ກາຍເປັນເສດຖະກິດ ໃນປັດຈຸບັນ ເຊິ່ງບໍ່ພຽງແຕ່ສ້າງລາຍຮັບ ໃຫ້ຜູ້ຜະລິດເທົ່ານັ້ນ, ຍັງໄດ້ປະກອບສ່ວນສ້າງ ວຽກເຮັດງານທຳໃຫ້ຜູ້ອື່ນໆຕື່ມ. ດັ່ງຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງໄດ້ກາຍເປັນ ສ່ວນໜຶ່ງ ເຮັດໃຫ້ເສດຖະກິດທ້ອງຖິ່ນ ມີການຂະຫຍາຍຕົວຕິດພັນກັບ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນໄປ
ພ້ອມໆກັບປົກປັກຮັກສາວັດທະທຳ ຂອງຊົນເຜົ່າອີກດ້ວຍ.
ທ່ານ ນາງ ເນັ່ງ ທໍ່ ຕາງໜ້າກຸ່ມຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX ເມື່ອມໍ່ນີ້ວ່າ: ກ່ອນໜ້ານີ້ສະພາບຄອບຄົວໄດ້ຢຶດຖື ອາຊີບເຮັດນາປູກເຂົ້າ ແລະ ລ້ຽງສັດເປັນອາຊີບທຳມາຫາກິນ ແບບທຳມະຊາດພໍແຕ່ກຸ່ມກິນ, ບາງປີກໍ່ຂາດໆເຂີນໆ. ມາຮອດປີ 2020 ເຫັນໄດ້ວ່າຕະຫລາດທັງພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການ ເກັບຊື້ກະໂປ່ງເກົ່າ, ເສື້ອເກົ່າຂອງເຜົ່າມົ້ງ, ຜ້າບ່ຽງເຜົ່າໄທດຳ, ໂສ້ງແມ່ຍິງເຜົ່າຢ້າວ ຈຶ່ງມາຄົ້ນຄວ້ານຳຄອບຄົວ ທົດລອງເກັບຊື້ເຄື່ອງນຸ່ງຫົ່ມເກົ່າໄປຂາຍ ຕິດພັນກັບການຜະລິດເຄື່ອງນຸ່ງໃໝ່ ທີ່ຄືກັບໂຕເກົ່າຂາຍ. ຜ່ານການທົດລອງດັ່ງກ່າວ ເຫັນວ່າມີຜົນກຳໄລ ແລະ ຕະຫລາດມີຄວາມຕ້ອງການ ໂດຍສະເພາະ ແມ່ນຕະຫລາດຕ່າງປະເທດ ແລະ ພາຍໃນຈຳນວນໜຶ່ງ. ມາຮອດປີ 2021 ຈຶ່ງໄດ້ເອກະພາບພາຍໃນ 3 ຄອບຄົວ ສ້າງກຸ່ມແຕ້ມທຽນ 3 ເອື້ອຍນ້ອງຂຶ້ນ ແຕ່ກໍ່ຍັງເປັນກຸ່ມຜະລິດ ຂະໜາດນ້ອຍ, ໃນເບື້ອງຕົ້ນນີ້ມີຕົ້ນທຶນ 500 ລ້ານກີບ. ໃນນັ້ນ, ທຶນຄົງທີ່ມີ 200 ລ້ານກີບ, ທຶນໝູນວຽນ 300 ລ້ານກີບ ແລະ ມີພະນັກງານໃນກຸ່ມ 6 ຄົນ. ຜ່ານການດຳເນີນກິດຈະກຳ ດັ່ງກ່າວເປັນໄລຍະ 1 ປີ ເຫັນວ່າມີລາຍຮັບດີ, ມາຮອດປີ 2022 ທັງຄອບຄົວຈຶ່ງໄດ້ຂະຫຍາຍ ກິດຈະກຳເອົາເງິນທີ່ທ້ອນຈາກກຳໄລ 1 ຕື້ກີບ, ມາລົງທຶນໃສ່ກິດຈະກໍາຕື່ມ. ໃນນີ້, ມີທຶນໝູນວຽນ 800 ລ້ານກີບ.

ທ່ານ ນາງ ເນັ່ງ ທໍ່ ກ່າວຕື່ມວ່າ: ມາຮອດປັດຈຸບັນມີພະນັກງານ ໃນກຸ່ມທັງໝົດ 50 ຄົນ, ຍິງ 41 ຄົນ. ໃນນັ້ນມີພະນັກງານບໍລິຫານ 8 ຄົນ, ຍິງ 4 ຄົນ, ກຳມະກອນ 42 ຄົນ, ຍິງ 38 ຄົນ. ຜົນຜະລິດ ແລະ ຜົນໄດ້ຮັບຈາກການດຳເນີນທຸລະກິດ ປີ 2024 ສາມາດສົ່ງອອກປະເພດຝ້າຍຂາວກວ່າ 4.300ຜືນ (ລາຄາ 585.000 ກີບ/ຜືນ), ຝ້າຍສີຫລາຍກວ່າ16.670 ຜືນ (ລາຄາ 682.500 ກີບ/ຜືນ), ສົ່ງອອກຝ້າຍແຕ້ມທຽນກວ່າ 17.120ຜືນ (ລາຄາ 780.000 ກີບ/ຜືນ) ແລະ ສົ່ງອອກຝ້າຍແຕ້ມແສ່ວ ມີ 20.960 ກວ່າຜືນ (ລາຄາ 975.000 ກີບ/ຜືນ). ລວມທັງໝົດ 4 ປະເພດ ສິນຄ້າສົ່ງອອກມີ 59.109 ຜືນ, ມີລາຍຮັບທັງໝົດ 47,7 ຕື້ກີບ, ຕົ້ນທຶນທັງໝົດແມ່ນ 41,8 ຕື້ກີບ, ຍອດກໍາໄລ 5,9 ຕື້ກີບ, ສະເລ່ຍໃສ່ສະມາຊິກຄອບຄົວ ພາຍໃນກຸ່ມຜູ້ໜຶ່ງໄດ້ 394 ລ້ານກີບ/ຄົນ/ປີ, ສໍາລັບພະນັກງານກໍາມະກອນ ມີລາຍຮັບເດືອນໜຶ່ງຕ່ຳສຸດແມ່ນ 3.500.000ກີບ ແລະ ສູງສຸດແມ່ນ 5.500.000ກີບ.

ຈາກຜົນສຳເລັດດັ່ງກ່າວ, ສາມາດແກ້ໄຂຄອບຄົວທຸກຍາກໃຫ້ 5 ຄອບຄົວພາຍໃນກຸ່ມແຕ້ມທຽນ 3 ເອື້ອຍນ້ອງ, ເຮັດໃຫ້ມີເຮືອນຖາວອນ 4 ຫລັງ, ມີລົດໃຫຍ່ 4 ຄັນ, ມີລົດຈັກ 7 ຄັນ, ມີໂຮງສີເຂົ້າ 1 ເຄື່ອງ, ມີງົວ-ຄວາຍ, ແບ້ກວ່າ100 ໂຕ. ແນວໃດກໍ່ດີ, ລາຍຮັບທີ່ກ່າວມານັ້ນ ໄດ້ປັບປຸງຊີວິດຂອງຄອບຄົວດີຂຶ້ນ, ມີເງິນສົ່ງລູກຫລານເຂົ້າໂຮງຮຽນ, ໃຊ້ຈ່າຍ ໃນເວລາ ຈຳເປັນ. ອັນພົ້ນເດັ່ນໃນ 5 ຄອບຄົວ ໄດ້ກາຍເປັນຄອບຄົວຕົວແບບ ແລະ ສາມາດຫລຸດພົ້ນອອກຈາກ ຄວາມທຸກຍາກຢ່າງສີ້ນເຊີງ. ທ່ານ ນາງ ເນັ່ງທໍ່ ກ່າວ.
KPL