ເວເນຊູເອລາ ສຳເລັດການສ້າງ ສະໜາມຫລວງ ລະນຶກໄຊຊະນະສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ

05/09/2025 16:32
Email Print 1113
ຂປລ ສະ​ໜາມຫລວງ ແລະ​ ຮູບ​ປັ້ນ​ ລະ​ນຶກໄຊ​ຊະ​ນະ​ສົງ​ຄາມ​ ປະ​ຊາ​ຊົນ​ຈີນ ​ຕໍ່​ຕ້ານ​ການ​ຮຸກ​ຮານ​ ຂອງ​ຍີ່​ປຸ່ນ ແລະສົງ​ຄາມ ​ຕໍ່​ຕ້ານ​ຟາດ​ຊິດ​ໂລ​ກ ​ຄົບ​ຮ​ອບ 80 ປີ​ຢູ່ນ​ະ​ຄອນຫລວງ​ ກາ​​ຣາ​ກາສ ​ປະ​ເທດ ​ເວ​ເນ​ຊູ​ເອ​ລາ ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດ

ຂປລ. ​ວິ​ທະ​ຍຸ-​ໂທ​ລະ​ພາບ​ ສູນ​ກາງ​ຈີນ, ສະ​ໜາມຫລວງ ແລະ​ ຮູບ​ປັ້ນ​ ລະ​ນຶກໄຊ​ຊະ​ນະ​ສົງ​ຄາມ​ ປະ​ຊາ​ຊົນ​ຈີນ ​ຕໍ່​ຕ້ານ​ການ​ຮຸກ​ຮານ​ ຂອງ​ຍີ່​ປຸ່ນ ແລະສົງ​ຄາມ ​ຕໍ່​ຕ້ານ​ຟາດ​ຊິດ​ໂລ​ກ ​ຄົບ​ຮ​ອບ 80 ປີ​ຢູ່ນ​ະ​ຄອນຫລວງ​ ກາ​​ຣາ​ກາສ ​ປະ​ເທດ ​ເວ​ເນ​ຊູ​ເອ​ລາ ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດ, ທ່ານ ນີ​ໂກ​ລາ​ສ ມາ​ດູ​ໂຣ ປະ​ທາ​ນາ​ທິ​ບໍ​ດີ​ ເວ​ເນ​ຊູ​ເອ​ລາ, ທ່ານ ລານ​​ຫູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ​ປະ​ຈຳ​ເວ​ເນ​ຊູ​ເອ​ລາ ແລະ ພາກສ່ວນ ທີ່ກ່່ຽວຂ້ອງ ​ເຂົ້າ​ຮ່ວມງານຄັ້ງນີ້.ໃນໂອກາດນີ້ ທ່ານ ​ຈອດ ໂຣດ​ຣີ​ເກັ​ສ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ ເວ​ເນ​ຊູ​ເອ​ລາ ກ່າວ​ວ່າ: ກິດ​ຈະ​ກຳ​ລະ​ນຶກ​​ທີ່ ສປ ​ຈີນ ​ຈັດຂຶ້ນ​ນັ້ນ ​ໄດ້​ປະ​ຈັກ​ຕາ​ ຊາວ​ໂລກ, ບົດ​ສູນ​ທອນ​ພົດ​ ຂອງ​ທ່ານ​ ສີ ​ຈິ້ນ​ຜິງ ປະ​​ທານປະ​ເທດ​ຈີນ ​ເປັນ​ແຮງ​ບັນ​ດານ​ໃຈ. ພາຍ​ໃຕ້​ ສະ​ຖາ​ນະ​ການ​ໂລກ ​ທີ່​ສະຫລັບ​ສັບ​ຊ້ອນ, ກິດ​ຈະ​ກຳ​ລະ​ນຶກ​ດັ່ງ​ກ່າວ​ ຈຶ່ງ​ມີ​ຄວາມ​ໝາຍ​​ສຳ​ຄັນ​ ໃນ​ທາງ​ປະ​ຕິ​ບັດ​ຕົວ ຫລາຍ​ຂຶ້ນ​ຕື່ມ. ທ່ານ ຈອດ ໂຣດ​ຣີ​ເກັ​ສ ກ່າວ​ຕື່ມ​ວ່າ: ຂໍ້​ລິ​ເລີ່ມ​ບໍ​ລິ​ຫານ​ໂລກ ​ທີ່​ສະ​ເໜີ​ໂດຍ ​ທ່ານ​ ສີ​ ຈິ້ນ​ຜິງ ​ປະ​ທານ​ປະ​ເທດຈີນ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່ ​ການ​ພັດ​ທະ​ນາ​ໂລກ ​ໃນ​ປັດ​ຈຸ​ບັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top