ສປ ຈີນ-ປະເທດ ສະມາຊິກ ອົງການຮ່ວມມື ຊຽງໄຮ້ ບັນລຸການຄ້າ 247 ຕື້ກວ່າລ້ານໂດລາສະຫະລັດ

20/08/2025 14:56
ຂປລ ການຮ່ວມມື ດ້ານເສດຖະກິດ ລະດັບ ພາກພື້ນ ຂອງອົງການ ຮ່ວມມື ຊຽງໄຮ້ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ. ໃນນັ້ນ,ຂະໜາດ ການຄ້າ ດ້ານສິນຄ້າ ຂະຫຍາຍຕົວຢ່າງຕໍ່ເນື່ອງ.ຕະຫລອດໄລຍະ 6 ເດືອນຕົ້ນປີນີ້,ຍອດມູນຄ່າ ການ ຄ້າສິນຄ້າ ລະຫວ່າງ ສປ ຈີນ ກັບ ປະເທດ ສະມາຊິກອື່ນໆ ຂອງອົງການ ຮ່ວມມື ຊຽງໄຮ້ ໄດ້ບັນລຸເຖິງ 247 ຕື້ກວ່າ ລ້ານໂດລາ ສະຫະລັດ ເພີ່ມຂຶ້ນ 0,8% ເມື່ອທຽບກັບ ໄລຍະດຽວກັນປີ 2024.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກະຊວງ ການຄ້າຈີນ ແຈ້ງໃຫ້ຮູ້ວ່າ: ການຮ່ວມມື ດ້ານເສດຖະກິດ ລະດັບ ພາກພື້ນ ຂອງອົງການ ຮ່ວມມື ຊຽງໄຮ້ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.ໃນນັ້ນ,ຂະ ໜາດການຄ້າ ດ້ານສິນຄ້າ ຂະຫຍາຍຕົວຢ່າງຕໍ່ເນື່ອງ.ຕະຫລອດໄລຍະ 6 ເດືອນຕົ້ນປີນີ້,ຍອດມູນຄ່າ ການຄ້າສິນຄ້າ ລະຫວ່າງ ສປ ຈີນ ກັບ ປະເທດ ສະມາຊິກອື່ນໆ ຂອງອົງການ ຮ່ວມມື ຊຽງໄຮ້ ໄດ້ບັນລຸເຖິງ 247 ຕື້ກວ່າ ລ້ານໂດລາ ສະຫະລັດ ເພີ່ມຂຶ້ນ 0,8% ເມື່ອທຽບກັບ ໄລຍະດຽວກັນປີ 2024. ໃນ 5 ປີ ຜ່ານມານີ້, ຍອດມູນຄ່າ ການຄ້າ ລະຫວ່າງ ສປ ຈີນ ກັບປະເທດ ສະມາຊິກອື່ນໆ ຂອງອົງການຮ່ວມມືຊຽງ ໄດ້ບັນລຸເຖິງ 300ຕື້ໂດລາສະຫະລັດ, 400ຕື້ໂດລາສະຫະລັດ ແລະ 500 ຕື້ໂດລາສະຫະລັດ ຢ່າງລຽນຕິດ ແລະ ບັນລຸຮອດ 512 ຕື້ກວ່າໂດລາສະຫະລັດໃນປີ 2024 ເຊິ່ງໄດ້ສ້າງສະຖິຕິ ສູງສຸດໃນປະຫວັດສາດ ເພີ່ມຂຶ້ນ2,7% ເມື່ອທຽບໃສ່ປີ 2023. ນັບມາຮອດ ເດືອນມິຖຸນາປີນີ້, ການລົງທຶນໂດຍກົງ ໃນຂະ ແໜງການຕ່າງໆ ຂອງ ສປ ຈີນ ຕໍ່ປະເທດ ສະມາຊິກອື່ນໆ ມີມູນຄ່າ ຫລາຍກວ່າ 40 ຕື້ໂດລາສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top