ຂປລ
ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ

ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ ເພື່ອຂັບເຄື່ອນ ວຽກງານປົກປ້ອງເດັກ ແນໃສ່ປ້ອງກັນ ການໃຊ້ແຮງງາານເດັກທີ່ຢູ່ໃນຊຸມຊົນ ແລະ ຊົນເຜົ່າທີ່ດ້ອຍໂອກາດ, ພ້ອມທັງສົ່ງເສີມສິດທິຂອງເດັກ ໃນການໄດ້ຮັບການປົກປ້ອງ, ໄດ້ຮັບການສຶກສາ ແລະ ການເຂົ້າເຖິງການຝຶກວິຊາຊີບ, ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະສົມກັບໄວໜຸ່ມ.
ໂຄງການດັ່ງກ່າວ, ຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG) 10 ໂດຍການຫລຸດຜ່ອນຄວາມບໍ່ສະເໝີພາບທາງດ້ານສັງຄົມ ແລະ ເສດຖະກິດ ເຊິ່ງຈະໄດ້ຮັບການປະຕິບັດໂດຍຜ່ານ 3 ທິດທາງສຳຄັນຄື: ການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ; ປູກຈິດສຳນຶກພາຍໃນຄອບຄົວ ແລະ ຊຸມຊົນ; ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ, ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເພື່ອປ້ອງກັນ ການໃຊ້ແຮງງານເດັກ ໂດຍຜ່ານການປະສານງານ ທີ່ເຂັ້ມແຂງ ແລະ ຍືນຍົງ.

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ກ່າວວ່າ: ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ເປັນໂຄງການໜຶ່ງທີ່ໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອີຣົບ; ສ້າງຂຶ້ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຍາມໃດລັດຖະບານລາວ ໄດ້ຖືເອົາວຽກງານປົກປ້ອງ ແລະ ຊ່ວຍເຫລືອເດັກເປັນສໍາຄັນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງເຂົາເຈົ້າ ໂດຍສະແດງອອກໃນການເຂົ້າເປັນພາຄີ ສົນທິສັນຍາສາກົນ ຂອງອົງການສະຫະປະຊາຊາດ, ບັນດາຖະແຫລງການຕ່າງໆຂອງອາຊຽນ ທີ່ກ່ຽວຂ້ອງກັບການປົກປ້ອງ ແລະ ຊ່ວຍເຫລືອເດັກ, ພ້ອມທັງໄດ້ປະກາດ ໃຊ້ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) ແລະ ນິຕິກຳພາຍໃຕ້ກົດໝາຍຫລາຍສະບັບ ແລະ ແຜນດຳເນີນງານແຫ່ງຊາດ ທີ່ສ້າງຄວາມ ເຂັ້ມແຂງໃຫ້ແກ່ ລະບົບປົກປ້ອງເດັກ. ຄຽງຄູ່ກັນນັ້ນ, ກໍໄດ້ປັບປຸງກົນໄກການປະສານງານ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຄ່ອງຕົວຂຶ້ນກວ່າເກົ່າ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້, ກວດກາຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດເປັນປະຈໍາ. ຢ່າງໃດກໍຕາມ, ການນໍາໃຊ້ແຮງງານເດັກ ແລະ ເດັກທີ່ມີຄວາມສ່ຽງສູງ ໃນເຂດຊົນນະບົດ ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ສາເຫດຕົ້ນຕໍ ແມ່ນເກີດມາຈາກ ຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ຄວາມຮັບຮູ້ຍັງບໍ່ສູງ, ພື້ນຖານໂຄງລ່າງທີ່ຈຳກັດ, ຜົນກະທົບຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ, ໂອກາດໃນການເຂົ້າເຖິງການສຶກສາ ແລະ ວຽກເຮັດງານທໍາ ຍັງມີຂໍ້ຈຳກັດ.

ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ສະຫະພາບເອີຣົບ ຮັກສານະໂຍບາຍ ບໍ່ຍອມຮັບການໃຊ້ແຮງງານ ເດັກໂດຍເດັດຂາດ ເຊິ່ງອັດຕາການໃຊ້ແຮງງານເດັກທີ່ສູງໃນ ສປປ ລາວ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ເຊິ່ງໂຄງການດັ່ງກ່າວ, ຈະແກ້ໄຂຢ່າງຈິງຈັງ ໂດຍນັ້ນໃສ່ການປົກປ້ອງເດັກ ບໍ່ໃຫ້ຖືກທາລຸນທາງຮ່າງກາຍ, ຈິດໃຈ ແລະ ຖືກຂູດຮີດແຮງງານ. ສະຫະພາບເອີຣົບ ມີຄວາມພູມໃຈທີ່ຈະຢືນຄຽງຂ້າງ ກັບລັດຖະບານລາວ ແລະ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ດ້ວຍການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນ ແລະ ຂະຫຍາຍການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ.

ທ່ານ ລຸກ ເອບສ ຫົວໜ້າ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ໄດ້ເນັ້ນວ່າ: ເດັກນ້ອຍ ທີ່ບໍ່ໄດ້ຮັບສິດທິຂອງເຂົາເຈົ້າຢ່າງເຕັມທີ່ ໂດຍສະເພາະ ການໃຊ້ແຮງງານ ເດັກທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ເປັນບັນຫາ ດ້ານການພັດທະນາເທົ່ານັ້ນ ແຕ່ມັນຍັງເປັນການລະເມີດສິດທິເດັກໂດຍພື້ນຖານ. ພວກເຮົາພາກພູມໃຈຫລາຍ ທີ່ຈະໄດ້ຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ການໃຊ້ແຮງງານເດັກ ເຊິ່ງເປັນວຽກບຸລິມະສິດແຫ່ງຊາດ.
ຂ່າວ: ກິດຕາ
ພາບ: ຂັນໄຊ
KPL