ຂປລ
ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກ ກະຊວງ ການຕ່າງປະເທດຈີນ ໄດ້ກ່າວວ່າ: ປະເທດໄທ ແລະ ກຳປູເຈຍ ລ້ວນແຕ່ແມ່ນ ປະເທດ ບ້ານໃກ້ເຮືອນຄຽງ ຂອງ ສປ ຈີນ, ທັງແມ່ນ ປະເທດ ສະມາຊິກ ສຳຄັນ ຂອງອາຊຽນ, ການມີໄມຕີຈິດ ມິດຕະ ພາບ ແບບບ້ານໃກ້ ເຮືອນຄຽງ ແລະ ການແກ້ໄຂ ຄວາມຂັດແຍ້ງ ຢ່າງເໝາະສົມ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 24 ກໍລະກົດນີ້, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກ ກະຊວງ ການຕ່າງປະເທດຈີນ ໄດ້ກ່າວວ່າ: ປະເທດໄທ ແລະ ກຳປູເຈຍ ລ້ວນແຕ່ແມ່ນ ປະເທດ ບ້ານໃກ້ເຮືອນຄຽງ ຂອງ ສປ ຈີນ, ທັງແມ່ນ ປະເທດ ສະມາຊິກ ສຳຄັນ ຂອງອາຊຽນ, ການມີໄມຕີຈິດ ມິດຕະພາບ ແບບບ້ານໃກ້ ເຮືອນຄຽງ ແລະ ການແກ້ໄຂ ຄວາມຂັດແຍ້ງ ຢ່າງເໝາະສົມນັ້ນ ແມ່ນສອດຄ່ອງກັບ ຜົນປະໂຫຍດ ຕົ້ນຕໍ ແລະ ຖາວອນ ຂອງສອງຝ່າຍ ແລະ ເປັນຫ່ວງຕໍ່ ສະຖານະການ ໃນປັດຈຸບັນນີ້, ຫວັງວ່າ ສອງຝ່າຍ ຈະແກ້ໄຂບັນຫາ ຢ່າງເໝາະສົມ ໂດຍຜ່ານ ການສົນທະນາ ແລະ ເຈລະຈາ. ສປ ຈີນ ຈະສືບຕໍ່ ປະຕິບັດ ວຽກງານ ເພື່ອຊຸກຍູ້ ສັນຕິພາບ ແລະ ການເຈລະຈາ ດ້ວຍຮູບການຂອງຕົນ ແລະ ເສີມຂະຫຍາຍ ບົດບາດ ທີ່ມີລັກສະນະ ສ້າງສັນ ເຂົ້າໃນການຊຸກຍູ້ ໃຫ້ສະຖານະການ ຜ່ອນຄາຍລົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL