ການຮ່ວມມື ລາວ-ຫວຽດນາມ ນັບມື້ເຕີບໃຫຍ່ຂະຫຍາຍຕົວ

24/07/2025 14:20
Email Print 168
ຂປລ (ເນ່ືອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ 18/7/1977-18/7/2025) *ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ລາວ ແລະ ຫວຽດນາມ

       *ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ລາວ ແລະ ຫວຽດນາມ ລ້ວນແຕ່ພົບຄວາມຫຍຸ້ງຍາກ ແຕ່ພວກເຮົາກໍ່ໄດ້ສືບຕໍ່ພົວພັນກັນຢ່າງສະໜິດແໜ້ນ, ໃຫ້ການສະໜັບໜູນຊ່ວຍເຫລືອກັນ ແລະ ຮ່ວມມືກັນໃນດ້ານຕ່າງໆຢ່າງໃກ້ຊິດເຊັ່ນ: ວັນທີ 18/7/1977 ລາວ ແລະ ຫວຽດນາມ ໄດ້ເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມືນໍາກັນໂດຍແມ່ນປະທານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ທ່ານ ຟ້າມວັນດົງ ນາຍົກລັດຖະມົນຕີຂອງຫວຽດນາມເປັນຜູ້ລົງນາມ. ຕັ້ງແຕ່ນັ້ນມາການຮ່ວມມືຮອບດ້ານລະຫວ່າງ ລາວ- ຫວຽດນາມ ແລະ ຫວຽດນາມ- ລາວ ໄດ້ເລີ່ມຕົ້ນສັກກະລາດໃໝ່ໃນເງື່ອນໄຂໃໝ່.
ປີ 1986 ລາວ ແລະ ຫວຽດນາມ ໄດ້ດໍາເນີນການປ່ຽນແປງໃໝ່ທັງ ສອງພັກ, ສອງລັດ ໄດ້ຮ່ວມກັນປຶກ ສາຫາລື ແລະ ປະສານສົມທົບກັນດ້ານແນວທາງນະໂຍບາຍ ແລະ ທັດສະນະຕ່າງໆ, ມີການຖອດຖອນບົດຮຽນນໍາກັນ, ພ້ອມທັງໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຕົວຈິງ, ໃນທ້າຍຊຸມປີ 80 ຫາຕົ້ນຊຸມປີ 90 ( ສະຕະວັດທີ 20) ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມເອີຣົບຕາເວັນອອກຖືກລົ້ມລະລາຍ, ລາວ ແລະ ຫວຽດນາມ ຍິ່ງໄດ້ເພີ່ມທະວີຄວາມສາມັກຄີ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງໜຽວແໜ້ນ. ໃນສະພາບປັດຈຸບັນພວກເຮົາກໍຍັງໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານນໍາກັນທັງທາງກວ້າງ ແລະ ທາງເລິກ, ທັງລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ.
          ແນວໃດກໍດີ, ໝາກຜົນອັນພົ້ນເດັ່ນຂອງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ: ດ້ານການເມືອງ, ການຕ່າງປະເທດ, ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງໜັກແໜ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຄວາມຜູກພັນລະຫວ່າງການນໍາ ແລະ ປະ ຊາຊົນສອງປະເທດໄດ້ມີຄວາມເລິກເຊິ່ງກວ່າເກົ່າ.
         ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງທ້ອງຖິ່ນຂອງສອງປະເທດໄດ້ເພີ່ມທະວີການພົບປະແລກປ່ຽນບົດຮຽນ, ປະສານສົມທົບ ແລະ ເປີດກວ້າງການຮ່ວມມືຊ່ວຍ ເຫລືອຊຶ່ງກັນ ແລະ ກັນ ຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ. ໄດ້ເຮັດສໍາເລັດໂຄງການຮຽບຮຽງປຶ້ມປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ ( 1930-2007 ) ໃນປີ 2011 ແລະ ໄດ້ກໍານົດເອົາປີ 2012 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ. ການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດກໍ່ໄດ້ຮັບການເປີດກວ້າງດ້ວຍຫລາຍຮູບການ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ພ້ອມນັ້ນ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ, ສືບຕໍ່ດໍາເນີນການປັກຫລັກໝາຍຊາຍແດນ ແລະ ເປີດດ່ານສາກົນນໍາກັນ ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດກາຍເປັນຊາຍແດນຖາວອນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື, ພ້ອມກັນພັດທະນາເຂດຊາຍແດນຮອບດ້ານ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນໃຫ້ດີຂຶ້ນ.
        ສຳລັບການການຊ່ວຍເຫລືອຂອງຫວຽດນາມໃຫ້ແກ່ລາວໃນໄລຍະຜ່ານມາໄດ້ຊ່ວຍສ້າງພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ-ສັງຄົມ ແລະ ອື່ນໆເຊັ່ນ: ການພັດທະນາຕົວເມືອງ, ຖະໜົນຫົນທາງ, ຂົວ, ຊົນລະປະທານ, ໄຟຟ້ານ້ຳຕົກ, ໂຮງໝໍ, ໂຮງຮຽນ, ໂຮງຮຽນສິລະປະດົນຕີແຫ່ງຊາດ, ສະຖານີວິທະຍຸ, ໂທລະພາບຢູ່ສູນກາງ ແລະ ຢູ່ບາງທ້ອງຖິ່ນຄື: ຫລວງພະບາງ ແລະ ຈໍາປາສັກ, ຫໍພິພິທະພັນ ແລະ ອື່ນໆ. ໄດ້ເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກເຊັ່ນ: ວຽກງານຄວບຄຸມ ແລະ ກັນພະຍາດລະບາດ, ອາຫານ ແລະ ຢາ; ການປິ່ນປົວ, ການກໍ່ສ້າງພະ ນັກງານ, ການຄົ້ນຄວ້າໂອນຖ່າຍເຕັກໂນໂລຊີ ແລະ ການແລກປ່ຽນບົດຮຽນລະຫວ່າງໂຮງໝໍຕ່າງໆຂອງສອງປະເທດ. ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ. ເພີ່ມທະວີການໂຄສະນາສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ; ຕັ້ງໜ້າເປັນເຈົ້າການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ແລະ ໃຫ້ເກີດຜົນເປັນຈິງ, ປະສານສົມທົບກັນຢ່າງແໜ້ນ ເພື່ອແກ້ໄຂບັນຫາຕ່າງໆນໍາກັນດ້ວຍຄວາມຈິງຂໍ້ຕົກລົງຂອງ 2 ກົມການເມືອງ, ຂອງລັດຖະບານ, ຂະແໜງການ ແລະ ໄວ້ເນື້ອເຊື່ອໃຈ ແລະ ເຫັນອົກເຫັນໃຈກັນຖານສະຫາຍອ້າຍນ້ອງ; ເອົາໃຈໃສ່ຄົ້ນຄວ້າປັບປຸງລະບຽບການ ແລະ ກົນໄກໃຫ້ແທດເໝາະກັບການພົວພັນພິເສດ ແລະ ມີລັກສະນະສະໜອງຕອບໃຫ້ກັນ ແລະ ກັນ; ທັງສອດຄ່ອງກັບລະບຽບການເຊື່ອມໂຍງພາກພື້ນ ແລະ ສາກົນ.
        ການພົວພັນແບບພິເສດຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງຈົດງາມ, ເຂັ້ມແຂງ ແລະ ມີປະສິດທິຜົນໃນທຸກຂົງເຂດ ໂດຍສະເພາະການພົວພັນທາງດ້ານການເມືອງໄດ້ຮັບການເພີ່ມທະວີ ໂດຍຜ່ານການຢ້ຽມຢາມ ແລະ ການແລກປ່ຽນພົບປະລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງ 2 ປະເທດ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ໃນປີ 2024 ທີ່ຜ່ານມາ, ລວມມູນຄ່າການຄ້າສອງຝ່າຍໄດ້ບັນລຸສູງສຸດຫລາຍກວ່າ 2 ຕື້ໂດລາສະຫະລັດ. ໃນການພົບປະລະຫວ່າງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 16 ເມສາ 2017, ສອງຝ່າຍໄດ້ເຫັນດີເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສ້າງບາດກ້າວບຸກທະລຸເພື່ອມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 5 ຕື້ໂດລາສະຫະລັດ; ຜັນຂະຫຍາຍບັນດາໂຄງການຂະໜາດໃຫຍ່ຂອງວິສາຫະກິດຫວຽດນາມຢູ່ລາວ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງປະເທດຢ່າງຮອບດ້ານໂດຍສະເພາະແມ່ນທາງດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ. ສ່ວນການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ກໍໄດ້ຮັບຄວາມສົນໃຈເປັນພິເສດຂອງສອງຝ່າຍໂດຍສະເພາະແມ່ນແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. 
           ໃນທ້າຍເດືອນເມສາ 2025 ນີ້ໄດ້ເປີດນຳໃຊ້ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ຝ່າຍລາວຍນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ແຂວງຮ່າຕິງ ສສ ຫວຽດນາມ ເພື່ອຮ່ວມກັບສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນພິທີເປີດນໍາໃຊ້ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຢູ່ແຂວງຮ່າຕິງ ຢ່າງເປັນທາງການ ເຊິ່ງເປັນເຫດການທີ່ມີຄວາມໝາຍທາງປະຫວັດສາດອັນສຳຄັນຍິ່ງສຳລັບ ສປປ ລາວ, ເປັນສັນຍະລັກທາງປະຫວັດສາດທີ່ສຳຄັນໃຫ້ແກ່ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ເປັນຂອງຂວັນອັນລ້ຳຄ່າທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນສະເໝີຕົ້ນສະເໝີປາຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເສື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. 

KPL

ຂ່າວອື່ນໆ

ads
ads

Top