ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 25.07.2025 ປີທີ 24 ສະບັບທີ 6.233ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ltstra oc,j py ']k; 20 d= ]tdq f 1955 - 20 d= ]tdq f 2025 7q [Iv[ 70 xu 1j k'l5 f.9K xtmkoltrkcsj '-kf 8h voIa [ z6h [a o-kdkomtskol6 'l5 fwm Iv'xtmkoxtgmf -U oe7tot[= ]y sko'kora d c0;'s];'rt[k' gvq k.9.lj xa [x5 ';Pd'kos]kpfh ko lkoltcf'7;k,glQ klts]q f.9 c,j py ']k; 8h v'IPoI6h gxa oxt9e c]t IPoI6h 5 ,6 og-N vmu j gxa ogvdt]a dva ofu 'k,0v'c,j py ']k; ຂປລ. ໃນໂອກາດເຂົ້າຮ່ວມພິທີ ໂຮມຊຸມນຸມໃຫຍ່ ສະເຫລີມສະ ຫລອງວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 70 ປີ ໃນວັນທີ 23 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ ເນັ້ນໃຫ້ເອື້ອຍ-ນ້ອງແມ່ຍິງລາວ IP[IP'goN v.odq f\kp ;j kfh ;plk,a olb dlk ຂປລ. ໃນວັນທີ 22 ກໍລະກົດ 2025 ນີ້, ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ(ຫສນຍ)ຈັດພິທີ ສະເຫລີມສະຫລອງວັນສ້າງຕັ້ງອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955ຂປລ. ໃນໂອກາດເຄື່ອນໄຫວ ວຽກງານຢູ່ແຂວງຫລວງພະບາງ ໃນວັນທີ 18 ກໍລະກົດ 2025 ຜ່ານ ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານປະ ເທດ ໄດ້ພົບປະໂອ້ລົມພະນັກງານ ຫລັກແຫລ່ງແຂວງຫລວງພະບາງ ໂດຍໄດ້ມີທິດຊີ້ນໍາໃຫ້ຄະນະບໍລິຫານ ງານພັກແຂວງ ເອົາໃຈໃສ່ປັບປຸງ slop lts]v';a olh k'8A ' ltstra oc,j py ']k; 7q [Iv[ 70 xu F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ mk[mk,[5 d7t]kdvo lt\a dg]n vd8A ' g0Q k.o7tot[= ]y sko'kora dc0;'lk]t;a o Iv[mu 3 F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ພົອ ຊົງວິດ ໜູນພັກດີ ຜູ້ບັນຊາການທະຫານ ຂປລ. ກອງປະຊຸມຮຽບຮຽງ ເນື້ອໃນກົດໝາຍວ່າດ້ວຍສາມັນ ສຶກສາ (ສ້າງໃໝ່) ຈັດຂຶ້ນໃນວັນ ທີ 21-22 ກໍລະກົດ 2025 ຢູ່ສະ ພາແຫ່ງຊາດ ພາຍໃຕ້ການເປັນ ປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ມີ ປະທານ ແລະ ຮອງປະທານກຳມາ ທິການທີ່ກ່ຽວຂ້ອງພາຍໃນ ສະພາ ແຫ່ງຊາດ, ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກ ງານປະທານປະເທດ, ຄະນະຮັບຜິດ ຊອບປັບປຸງກົດໝາຍ, ພ້ອມດ້ວຍ ຄະນະກົມ, ພະແນກ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາໃບ ດຳລັດ ໄດ້ມີຄຳ ເຫັນວ່າ: ກົດໝາຍວ່າດ້ວຍສາມັນ ສຶກສາ ໄດ້ຖືກພິຈາລະນາຮັບຮອງ ເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງ ເຫັນດີຫລາຍກວ່າ 92%. ແຕ່ເຖິງ ຢ່າງໃດກໍຕາມ, ກົດໝາຍສະບັບນີ້ ມີສະມາຊິກສະພາແຫ່ງຊາດ 35 ທ່ານ ໄດ້ປະກອບຄໍາເຫັນໃສ່ 42 ມາດຕາ ກວມເອົາ 93 ເນື້ອໃນ. ສະ ນັ້ນ, ກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນ ເອົາຄໍາເຫັນຂອງຜູ້ແທນມາປັບປຸງ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ແນໃສ່ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກອງປະຊຸມທາບທາມບຸກ ຄະລາກອນ ທີ່ເຂົ້າສະໝັກເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຂວງສາລະວັນສະໄໝທີX(ຮອບ ທີ 3) ຈັດຂຶ້ນໃນວັນທີ 23 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານຮອບ ດ້ານແຂວງສາລະວັນ, ມີ ສະຫາຍ ດາວວົງ ພອນແກ້ວ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງສາລະວັນ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ຮ່າງບົດ ສໍາຫລວດການນໍາພາລວມ ຂອງ ຄະນະບໍລິຫານງານ ພັກກະຊວງ ປ້ອງກັນຄວາມສະຫງົບ ແລະ ທາບ ທາມບຸກຄະລາກອນຜູ້ອອກສະໝັກ ຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານ ງານພັກກະຊວງປ້ອງກັນຄວາມສະ ຫງົບ ສະໄໝທີ VI ຮອບທີ 3 ໃນ ວັນທີ 23 ກໍລະກົດ 2025 ໂດຍ ການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, mk[mk,[5 d7t]kdvo lt\a dIa [g]n vd8A ' 7tot[= ]y sko'kora ddt-;' xdl ltw\mu VI ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຄະນະຈັດຕັ້ງສູນ ພັກ, ຮອງຫົວໜ້າຄະນະຈັດຕັ້ງສູນ ກາງພັກ, ສະຫາຍ ດາວບົວລະພາ ບາວົງເພັດ ຮອງປະທານຄະນະ ຂປລ. ວັນທີ 23 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ Cho Hyun ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ຕໍ່ເຫດການຝົນຕົກໜັກ ແລະ ດິນໄຫລເຈື່ອນ ຢູ່ ທາງພາກໃຕ້ ຂອງສາທາລະນະລັດ ເກົາຫລີ ໃນອາທິດທີ່ຜ່ານມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າໂສກ ເສຍໃຈ ຢ່າງສຸດຊຶ້ງ ຕໍ່ຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ຈໍາ ນວນຫລວງຫລາຍແກ່ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫລີ. ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມ ເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ທ່ານ ແລະ ໂດຍຜ່ານທ່ານໄປ ຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫລີ ໂດຍ ສະເພາະແມ່ນຜູ້ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກ ເຫດການໃນຄັ້ງນີ້. dt-;' v7 zj koIj k' czora fmtokv5 flkstde c]t dko7h k w]pt 5 xu ຂປລ. ເມື່ອບໍ່ດົນມານີ້, ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມຜ່ານຮ່າງແຜນພັດ ທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2026-2030) ຂອງ ຂະແໜງອຸດສາຫະກຳແລະການຄ້າ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ, ມີຜູ້ຊ່ຽວຊານຈາກສາທາລະນະລັດ ເກົາຫລີ, ພ້ອມດ້ວຍຫົວໜ້າຫ້ອງ ການ,ຫົວໜ້າກົມ,ຮອງກົມ,ຫົວໜ້າ ສະຖາບັນແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 20/7/2025) ພາຍໃຕ້ຄໍາຂວັນ: “70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດ ທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍມີ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ລັດຖະມົນຕີ, ຫົວ ໜ້າ ຫສນຍ, ສະຫາຍນາງ ອາລີ ວົງໝໍ່ບຸນທຳ ກຳມະການສູນກາງ ພັກ, ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ, ມີບັນ ດາສະຫາຍເລຂາໜ່ວຍພັກຮາກ ຖານ, ຄະນະບໍລິຫານງານສະຫະພັນ ກຳມະບານ, ຊາວໜຸ່ມ, ແມ່ຍິງພ້ອມ ດ້ວຍພັນລະຍາການນຳ, ພະນັກງານ ການນຳອາວຸໂສບຳນານເພດຍິງ s]kprkdlj ;oln [8+ -j ;pgs]n v xt-k-q oz6h xtlq [wroE4h ;, F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ເນື່ອງຈາກຝົນຕົກໜັກ ຕິດຕໍ່ກັນຫລາຍມື້ເຮັດໃຫ້ປະລິມານ ນ້ຳຫ້ວຍ, ນ້ຳຮ່ອງຄອງບຶງ ແລະ ສາຍນໍ້າຕ່າງໆ ມີປະລິມານນ້ຳເພີ່ມ ຂຶ້ນໄຫລເຂົ້າຖ້ວມຖະໜົນຫົນທາງ ເປ່ເພເສຍຫາຍ, ໄຫລເຂົ້າຖ້ວມ ບ້ານເຮືອນ,ໄຮ່ນາຮົ້ວສວນ ຂອງ ພໍ່ແມ່ປະຊາຊົນ. ປັດຈຸບັນຫລາຍ ພາກສ່ວນພາຍໃນບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳ ຖ້ວມໄດ້ສືບຕໍ່ໍ່ຊ່ວຍເຫລືອປະຊາຊົນ F ອ່ານຕໍ່ໜ້າ 4່ າໍ່ ໜ້າ
@ 0j k; c]t gsfdko j 25/07/2025 xtgmf]k; ສານສະແດງ... ຮອງປະທານປະເທດ... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ວຽກງານຫລາຍດ້ານ ເປັນຕົ້ນ ໃຫ້ ສືບຕໍ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ທະ ຫານ-ຕໍາຫລວດແລະປະຊາຊົນຊັ້ນ ຄົນຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການປົກ ປັກຮັກສາ ແລະ ພັດທະນາທ້ອງຖິ່ນ ຕົນ, ຍົກສູງສະຕິເຄົາລົບ ແລະ ປະ ຕິບັດລະບຽບກົດໝາຍ, ນ້ຳໃຈເສຍ ສະລະເພື່ອຊາດ ເພື່ອປະຊາຊົນ, ຄວາມບໍລິສຸດສັດຊື່, ຄວາມຮັບຜິດ ຊອບເຮັດແທ້ທໍາຈິງ, ແກ້ໄຂແນວ ຄິດເອື່ອຍອີງ-ຂາດຄວາມເປັນເຈົ້າ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນ. ພິເສດ ໃນໂອກາດກະກຽມສະ ເຫລີມສະຫລອງ 2 ວັນ ປະຫວັດ ສາດນີ້, ຕ້ອງລົງເລິກສຶກສາອົບຮົມ ໃຫ້ຮັບຮູ້-ເຂົ້າໃຈມູນເຊື້ອຂອງພັກ, ຂອງຊາດ ກໍຄື ຂອງທ້ອງຖິ່ນ, ກໍາ ແໜ້ນແລະຮໍ່າຮຽນເອົາຄຸນສົມບັດ, ທັດສະນະແບບແຜນ ຂອງປະທານ 99,29%, ຍັງບໍ່ທັນສໍາເລັດ ມີ 1 ຮາກຖານພັກຄື: ໜ່ວຍພັກສະພາ ປະຊາຊົນແຂວງ ຈະດໍາເນີນກອງ ປະຊຸມໃຫຍ່ ຫລັງກອງປະຊຸມໃຫຍ່ ອົງຄະນະພັກແຂວງ, ສໍາເລັດກອງ ປະຊຸມໃຫຍ່ ຂອງສະຫະພັນນັກຮົບ ເກົ່າແຂວງ, ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ. ພ້ອມ ນັ້ນ, ໄດ້ນໍາເອົາຮ່າງລາຍງານການ ເມືອງ, ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ ເຂົ້າຜ່ານໃນກອງ ປະຊຸມຄົບຄະນະບໍລິຫານງານພັກ ແຂວງເປີດກວ້າງຄັ້ງທີ13 ເປັນຄັ້ງ ທີ 3 ແລະ ຮ່າງບົດສໍາຫລວດການ ນໍາພາລວມ ຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີ VIII ຜ່ານ ໃນກອງປະຊຸມຄົບຄະນະບໍລິຫານ ງານພັກແຂວງເປີດກວ້າງຄັ້ງທີ 13 ເປັນຄັ້ງທີ 1, ໄດ້ສໍາເລັດການ ທາບທາມບຸກຄະລາກອນຮອບ 1 ຢູ່ຂັ້ນນະຄອນ-ເມືອງ, ສ່ວນການ ກະກຽມສ້າງຕັ້ງຕາແສງຄາດຄະ ເນການສ້າງຕັ້ງຕາແສງ ເບື້ອງຕົ້ນ ເມືອງລະ 4-5 ຕາແສງ ລວມໃນທົ່ວ ແຂວງ ມີ 56 ຕາແສງ, 757 ບ້ານ, ມີພົນລະເມືອງ 542.921 ຄົນ. ປະທານສະພາແຫ່ງຊາດ...່ ປະກອບສ່ວນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືຖານບ້ານໃກ້ເຮືອນຄຽງທີ່ດີ ມາ ແຕ່ດົນນານ ບົນພື້ນຖານການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງສອງ ປະເທດ ກໍຄື ລະຫວ່າງ 2 ກະຊວງ ປ້ອງກັນປະເທດ ລາວ-ໄທ ໃຫ້ໄດ້ ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືລະ ຫວ່າງສອງກະຊວງປ້ອງກັນປະ ເທດ ລາວ-ໄທ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ມີການຮ່ວມມື ກັນຢ່າງແໜ້ນແຟ້ນທາງດ້ານການ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນ, ການຂ້າມຊາຍແດນ ແບບຜິດກົດໝາຍ ແລະ ການຄ້າ ຂາຍສິ່ງທີ່ຜິດກົດໝາຍຕ່າງໆ ເພື່ອ ເຮັດໃຫ້ຊາຍແດນຂອງສອງປະ ເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບແລະການຮ່ວມມືພັດທະ ນາຢ່າງແທ້ຈິງ ເພື່ອນຳເອົາຜົນປະ ໂຫຍດມາສູ່ປະຊາຊົນສອງຊາດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ຜົນການພົບປະເຮັດວຽກ ລະຫວ່າງ ສອງ ກະຊວງປ້ອງກັນປະເທດ ລາວ-ໄທ ທີ່ໄດ້ທົບທວນຕີລາຄາ ຄືນການພົວພັນຮ່ວມມືໃນໄລຍະ ຜ່ານມາ ແລະ ກໍານົດທິດທາງແຜນ ການຮ່ວມມືໃນຕໍ່ໜ້າ, ທັງໄດ້ຮ່ວມ ກັນແລກປ່ຽນບົດຮຽນ ແລະ ປະສົບ ການໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ. ພ້ອມນີ້, ທ່ານປະ ທານສະພາແຫ່ງຊາດ ຍັງຕີລາຄາ ສູງການພົວພັນຮ່ວມມືລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິ ບັນຍັດ, ແຈ້ງໃຫ້ຊາບສະພາບການ ພົ້ນເດັ່ນຂອງ ສປປ ລາວ ແລະ ສະ ພາແຫ່ງຊາດ, ພ້ອມທັງສະເໜີໃຫ້ ສອງກະຊວງ ສືບຕໍ່ຈັດຕັ້ງຜັນຂະ ຫຍາຍບົດບັນທຶກຊ່ວຍຈໍາ ວ່າດ້ວຍ ການຮ່ວມມື (MOU) ລະຫວ່າງ ສອງກະຊວງ ເພື່ອປະກອບສ່ວນ ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ, ສືບຕໍ່ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ແລະ ສືບຕໍ່ປັກຫລັກ ໝາຍຊາຍແດນທາງບົກ ກໍຄື ສືບຕໍ່ ປຶກສາຫາລືບັນຫາຊາຍແດນລະ ຫວ່າງ ລາວ-ໄທ ໃຫ້ມີຄວາມຄືບ ໜ້າ ເພື່ອອຳນວຍຄວາມສະດວກ ແກ່ການໄປມາຫາສູ່ຂອງປະຊາຊົນ ກັບປະຊາຊົນຂອງສອງປະເທດ ໃຫ້ ນັບມື້ນັບມີຄວາມປອດໄພ. ທ່ານ ພົອ ຊົງວິດ ໜູນພັກດີ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນແລະແຈ້ງຜົນສໍາເລັດ ການພົບປະເຮັດວຽກ ລະຫວ່າງ ສອງກະຊວງປ້ອງກັນປະເທດ ໄທລາວທີ່ໄດ້ພ້ອມກັນຕີລາຄາຄືນການ ພົວພັນຮ່ວມມືຂອງສອງກະຊວງ ກໍຄື ການພົວພັນຮ່ວມມືຂອງສອງ ປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍ ພົວພັນການທູດນໍາກັນ ໃນວັນທີ 19 ທັນວາ 1950, ມາຮອດປີນີ້ ແມ່ນ ຄົບຮອບ 75 ປີ ແລະ ຍັງໄດ້ປຶກສາ ຫາລືທິດທາງການຮ່ວມມືລະຫວ່າງ ສອງປະເທດ ກໍຄື ລະຫວ່າງສອງ ກະຊວງ. ພ້ອມກັນນີ້, ທ່ານຜູ້ບັນຊາ ການທະຫານສູງສຸດ ຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບສະ ພາບການພາກພື້ນແລະສາກົນແລະ ແຈ້ງສະພາບການທີ່ພົ້ນເດັ່ນຂອງ ຣາຊະອານາຈັກໄທ ໃຫ້ທ່ານປະ ທານສະພາແຫ່ງຊາດຊາບ ຕື່ມອີກ. ຫສນຍ... ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນ ຫສນຍ ເຂົ້າຮ່ວມ. ໃນພິທີ, ສະຫາຍປະທານຄະນະ ບໍລິຫານງານສູນກາງສະຫະພັນແມ່ ຍິງລາວ ໄດ້ໃຫ້ກຽດບັນຍາຍຫວນ ຄືນມູນເຊື້ອ ວັນສ້າງຕັ້ງອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ກໍຄື ມູນ ເຊື້ອອັນດີງາມ, ມູນເຊື້ອພິລະອາດ ຫານ ແລະ ຜົນງານການປະກອບ ສ່ວນອັນໃຫຍ່ຫລວງຂອງແມ່ຍິງ ລາວໃນພາລະກິດ ຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ຕະຫລອດ ໄລຍະ 70 ປີ ຜ່ານມາ ໂດຍສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງທົ່ວປະເທດ ຄັ້ງທີ I-VIII; ສັງຮວມຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນການປະກອບສ່ວນຂອງແມ່ ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ 1955-1975; ຜົນງານສະ ຫະພັນແມ່ຍິງ ໃນໄລຍະ ປີ 19762015; ຜົນງານພົ້ນເດັ່ນຂອງແມ່ຍິງ ລາວ ໄລຍະປີ 2016-2025 ຊຶ່ງໃນ ແຕ່ລະໄລຍະ, ອົງການຈັດຕັ້ງສະຫະ ພັນແມ່ຍິງລາວ ໄດ້ຖືສຳຄັນຕໍ່ການ ສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບ ແຜນວິທີນຳພາ ແລະ ວິທີເຮັດວຽກ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າຮໍ່າຮຽນ ແລະ ໝູນໃຊ້ແນວ ຄິດ ໄກສອນ ພົມວິຫານ ກ່ຽວກັບ ວຽກງານແມ່ຍິງ; ໂຄສະນາເຜີຍ ແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກ ສະນະ ທີ່ເປັນມູນເຊື້ອຂອງແມ່ຍິງ ລາວ. ສັງລວມແລ້ວ, ສະຫະພັນແມ່ ຍິງລາວ ໄດ້ກາຍເປັນກຳລັງແຮງທີ່ ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ, ທັງ ເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ໃນທຸກຂົງເຂດວຽກ ແມ່ຍິງລາວ...່ິ ຕ້ອງຮຽນຮູ້ຢ່າງເປັນປະຈຳ, ຮຽນ ຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງ ລາວ ໂດຍຖືເອົາ 5 ມູນເຊື້ອ ທີ່ເປັນ ຄຸນລັກສະນະອັນດີງາມ ຂອງແມ່ ຍິງລາວ ເຊິ່ງປະກອບມີ: ແມ່ຍິງ ມີ ຄວາມດູໝັ່ນ ຂະຫຍັນພຽນໃນການ ອອກແຮງງານ, ມີນ້ຳໃຈປະຢັດສັດ ທ່ຽງ, ການໃຊ້ຈ່າຍກໍມີການຄິດໄລ່ ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກ ເຕົ້າ; ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນ ຍາກ, ຍອມເສຍສະລະເພື່ອຄວາມ ສຸກຂອງຄອບຄົວ, ລູກ, ຜົວ; ມີນ້ຳ ໃຈເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍ ເຫລືອຕຸ້ມຫໍ່ກັນ; ມີນ້ຳໃຈຮັກຊາດ ແພງເຊື້ອ, ຮັກບ້ານເກີດເມືອງ ນອນ; ມີກິລິຍາມາລະຍາດສຸພາບ ອ່ອນຫວານ, ຮັກສາມູນມໍລະດົກ ວັດທະນະທຳອັນດີງາມຂອງຊາດ. ປັດຈຸບັນ, ສັງຄົມລາວຖືກກະ ທົບຈາກພາຍນອກຢູ່ທຸກເວລາ, ອັນ ໃດເປັນການກະທົບທາງບວກ ເຮົາ ກໍຮຽນຮູ້ນຳໃຊ້ ແຕ່ອັນທີ່ເຫັນວ່າ ເປັນການກະທົບທາງລົບ, ແມ່ຍິງ ລາວກໍຕ້ອງຕໍ່ສູ້, ຕ້ອງແກ້ໄຂ, ຕ້ອງ ສະກັດກັ້ນໄວ້ແຕ່ຫົວທີ, ບໍ່ໃຫ້ມາກໍ່ ກວນແລະແທງເຂົ້າໃນຈິດໃຈຂອງ ຄວາມເປັນຜູ້ຍິງລາວທີ່ບໍລິສຸດໄດ້, ປ້ອງກັນຕົນເອງ, ປ້ອງກັນລູກຫລານ, ປ້ອງກັນເພດຍິງ ແລະ ປ້ອງກັນສັງ ຄົມ, ໃຫ້ສ້າງຄວາມບໍລິສຸດທາງ ດ້ານຈິດໃຈ,ການດຳລົງຊີວິດ,ການ ປະຕິບັດໜ້າທີ່ວຽກງານ ຂອງແຕ່ ລະຄົນ ໂດຍສະເພາະຂອງແມ່ຍິງ ລາວຍຸກໃໝ່; ຈຳແນກໃຫ້ໄດ້ຄ່ານິ ຍົມທີ່ຜິດ ແລະ ຄ່ານິຍົມທີ່ຖືກຕ້ອງ ບໍ່ຕົກເຂົ້າໃນກະແສແນວຄິດຂາດ ຈັນຍາບັນ-ຈັນຍາທຳ ແລະ ຕົກເຂົ້າ ໃນຕາໜ່າງ ແລະ ເຫວເລິກຂອງ ຄວາມງົມງວາຍ, ເມົາມົວນຳຄ່ານິ ຍົມທີ່ຈະພາຕົນໄປສູ່ຄວາມລະເມີເພີ້ ຝັນ ແບບລົມໆແລ້ງໆ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ແມ່ຍິງລາວ ສືບຕໍ່ຮັບ ເອົາສິດ, ໜ້າທີ່, ຮັບເອົາພາລະກິດ ອັນໃຫຍ່ຫລວງທີ່ແມ່ຍິງລາວ ໄດ້ເຄີຍ ປາຖະໜາມາ ໃນທຸກຍຸກທຸກສະໄໝ. ປັດຈຸບັນນີ້, ບັນດາຄວາມມຸ່ງຫວັງ ນັ້ນ ໄດ້ເກີດຂຶ້ນແລ້ວ, ໄດ້ມາຕົກຢູ່ ໃນກຳມືຂອງເອື້ອຍນ້ອງແມ່ຍິງ ແລ້ວ, ຕ້ອງໄດ້ກຳເອົາ ແລະ ໄປນໍາ ໃຊ້ມັນໃຫ້ຖືກຕ້ອງ, ເປັນປະໂຫຍດ ໃຫ້ແມ່ຍິງທົ່ວປະເທດ ແລະ ເປັນປະ ໂຫຍດໃຫ້ຕົນເອງ ດ້ວຍການຮັກສາ ໄວ້ເຊິ່ງຄວາມເປັນແມ່, ໃຫ້ເປັນແມ່ ທີ່ໄດ້ຮັບຄວາມເຄົາລົບຮັກ ຂອງ ທຸກໆຄົນໃນສັງຄົມ, ຮັບເອົາສິດສະ ເໝີພາບ ທີ່ໄດ້ຖືກມອບໝາຍໃຫ້ ແລ້ວນັ້ນ ກໍຕ້ອງໄດ້ມີພັນທະປະຕິ ບັດ ໃຫ້ເປັນປະໂຫຍດຕໍ່ສ່ວນລວມ ຢ່າງແທ້ຈິງ; ຫວັງວ່າແມ່ຍິງລາວ ເຮົາ ຄວນຮັກສາໄວ້ ເຊິ່ງວັດທະນະ ທຳ ຂະນົບທຳນຽມແຫ່ງຄວາມງົດ ງາມອ່ອນໂຍນ, ສຸຂຸມຮອບຄອບ, ອ່ອນຫວານແຕ່ບໍ່ອ່ອນແອ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງລັດຖະ ບານ, ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫລີ ຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກ ໄພພິບັດດັ່ງກ່າວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ໄກສອນ ພົມວິຫານ ບັນພະບູລຸດ ຂອງຊາດ, ພ້ອມກັນນັ້ນ ຕ້ອງເຜີຍ ແຜ່-ແນະນໍາ ຊີ້ໃຫ້ເຫັນທຸກເລ່ຫລ່ຽມ ກົນອຸບາຍຂອງສັດຕູ ພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພ ພັກ ແລະ ລະບອບການເມືອງ ເປັນຕົ້ນ ກົນອຸ ບາຍຫັນປ່ຽນໂດຍສັນຕິ ໃນທຸກຮູບ ແບບເຊັ່ນ: ການລະເມີດລະບຽບກົດ ໝາຍ, ບໍ່ນັບຖືການຈັດຕັ້ງ, ປະລະ ຫລື ຫລຸດຖອຍໃນການປະຕິບັດໜ້າ ທີ່, ບໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນ ເອງ, ການສວຍໃຊ້ໜ້າທີ່ ສໍ້ລາດບັງ ຫລວງ,ສ້າງກຸ່ມກ້ອນພັກພວກແລະ ອື່ນໆ ຕ້ອງສຸມໃສ່ແກ້ໄຂໃຫ້ມີການ ຫັນປ່ຽນຢ່າງແທ້ຈິງ; ອັນສໍາຄັນ ແມ່ນຕ້ອງສ້າງ ແລະ ຍົກສູງຄວາມ ເຊື່ອໝັ້ນ ຕໍ່ການນໍາພາ ແລະ ແນວ ທາງນະໂຍບາຍຂອງພັກ, ມີສະຕິ ແລະ ເປັນເຈົ້າຕອບຕ້ານທຸກຖ້ອຍ ທໍານອງ ໂຄສະນາບິດເບືອນ ຂອງ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນ ບໍ່ດີ ໃຫ້ທັນການ. ໃນໂອກາດນີ້, ສະຫາຍ ຄຳຂັນ ຈັນທະວີສຸກ ກໍາມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ຫລວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດສັງຄົມ, ຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ, ການແກ້ ໄຂບັນຫາເຄັ່ງຮ້ອນທາງດ້ານເສດ ຖະກິດ-ການເງິນ, ການປັບປຸງກົງ ຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະ ພັກແຂວງຫລວງພະບາງ ຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາ ແສງ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນ ສະພາບພົ້ນເດັ່ນແມ່ນການຂະຫຍາຍ ຕົວທາງດ້ານເສດຖະກິດສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ 3,94% ຕໍ່ປີ, ລວມຍອດຜະລິດຕະພັນພາຍ ໃນສະເລ່ຍໄດ້ 23 ລ້ານກວ່າກີບ ຫລື ເທົ່າກັບ 1.067 ໂດລາສະຫະ ລັດຕໍ່ຄົນຕໍ່ປີ, ການກະກຽມແລະດໍາ ເນີນກອງປະຊຸມໃຫຍ່ ອົງຄະນະ ພັກແຂວງ ຄັ້ງທີ IX ມາຮອດປັດ ຈຸບັນການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກອ້ອມຂ້າງແຂວງສໍາ ເລັດ 140 ຮາກຖານ, ກວມເອົາ ງານ ແລະ ເປັນກຳລັງສໍາຄັນ ໃນ ການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກ ສາວັດທະນະທຳ ແລະ ຮີດຄອງປະ ເພນີອັນດີງາມຂອງຊາດ. ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ສະຫະພັນແມ່ຍິງ ລາວ ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່ມີຜົນງານພົ້ນເດັ່ນ, ສາມາດຍາດ ໄດ້ຜົນສຳເລັດຫລາຍດ້ານ ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໂດຍສະ ເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ, ສະ ຫະພັນແມ່ຍິງ ຫສນຍ ໄດ້ເອົາໃຈ ໃສ່ການເປັນເສນາທິການ, ປະສານ ງານ ແລະ ບໍລິການຮັບໃຊ້ ທ່ານນາ ຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ເປັນ ຢ່າງດີ. ສິ່ງດັ່ງກ່າວ, ເປັນການປະ ກອບສ່ວນອັນໃຫຍ່ຫລວງ ໃຫ້ແກ່ ຫສນຍ ບົນພື້ນຖານການປະຕິບັດ ໜ້າທີ່ ຄຽງບ່າຄຽງໄຫລ່ກັບອ້າຍ ນ້ອງເພດຊາຍ. ອັນສຳຄັນ, ສະຫາຍ ໄດ້ມີຄຳເຫັນເນັ້ນ ໃຫ້ອົງການຈັດ ຕັ້ງສະຫະພັນແມ່ຍິງ ຫສນຍ ເອົາໃຈ ໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາ ອົບຮົມວຽກງານການເມືອງ-ແນວ ຄິດ, ເຕົ້າໂຮມຄວາມສາມັກຄີ ພາຍ ໃນ,ປະຕິບັດວຽກງານທີ່ໄດ້ຮັບມອບ ໝາຍ ໂດຍສະເພາະການສ້າງຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບຂະບວນການ ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ລາວ ໃຫ້ມີຜົນງານໃໝ່ໃຫຍ່ຫລວງ ກວ່າເກົ່າ; ສ້າງເງື່ອນໄຂອຳນວຍ ຄວາມສະດວກ ໃຫ້ແກ່ການເຄື່ອນ ໄຫວວຽກງານຂອງເອື້ອຍນ້ອງ ຍິງ, ເຮັດໃຫ້ເອື້ອຍນ້ອງຍິງ ມີບົດ ບາດ ແລະ ປະກອບໃນຕຳແໜ່ງທີ່ ສຳຄັນຂອງພັກ-ລັດ ຂັ້ນຕ່າງໆ. ຕິດພັນກັບການສະເຫລີມສະ ຫລອງວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 70 ປີນີ້, ສະຫະພັນ ແມ່ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາ ຕ່າງໆ ເປັນຕົ້ນ ການວາງສະແດງຈຳໜ່າຍສິນຄ້າ ຂອງບັນດາແຂວງ ໃນໂອກາດດຳເນີນກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ I ປີ 2025; ທັດສະນະສຶກສາ ທີ່ອະນຸ ສອນສະຖານ ປະທານ ສຸພານຸວົງ ແລະ ສັກວັກຊິນກັນໄຂ້ຫວັດໃຫຍ່ ໃຫ້ແກ່ພະນັກງານ-ລັດຖະກອນ ຫສນຍ ຕື່ມອີກ. ຂ່າວ-ພາບ: ຫສນຍ. ທາບທາມບຸກຄະລາກອນ...ຸ ກວດກາສູນກາງພັກ, ມີຮອງເລ ຂາ, ຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ຄະນະພັກຮາກ ຖານ ແລະ ຜູ້ມີສິດປ່ອນບັດທາມ ທາບ ທີ່ເປັນຕົວແທນໃຫ້ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ໄດ້ໃຫ້ຮູ້ວ່າ: ຜົນການ ດຳເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກແຂວງສາ ລະວັນ ທ້າຍສະໄໝທີ IX ແລະ ການນໍາພາດ້ານການເມືອງ-ແນວ ຄິດ ຂອງຄະນະບໍລິຫານງານພັກ ແຂວງ ເຊິ່ງໄດ້ເອົາໃຈໃສ່ນໍາພາຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ IX ຂອງຄະນະບໍລິຫານງານພັກ ແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ກໍາ ນົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກ ງານການເມືອງ-ນໍາພາແນວຄິດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍ ໃນຄະນະພັກ, ເຮັດໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ຕະ ຫລອດຮອດປະຊາຊົນ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ມີທັດສະນະ ຫລັກໝັ້ນຖືກຕ້ອງ, ມີຄຸນທາດ ການເມືອງ, ຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຈົງຮັກພັກດີ, ສັດ ຊື່ບໍລິສຸດ, ມີຄວາມຮັບຮູ້ຢ່າງຖືກ ຕ້ອງຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ທີ່ກໍານົດອອກໃນ ແຕ່ລະໄລຍະ. ພ້ອມນັ້ນ, ກໍໄດ້ເອົາ ໃຈໃສ່ນໍາພາ-ຊີ້ນໍາ ປັບປຸງກົງຈັກ ການຈັດຕັ້ງ ໃນລະບົບການເມືອງ, ປັບປຸງການຈັດຕັ້ງພັກ-ລັດ, ກໍາລັງ ປະກອບອາວຸດ, ນັບແຕ່ຂັ້ນແຂວງ ລົງຮອດຮາກຖານ ໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງ, ກະທັດຮັດ ສາມາດເຄື່ອນໄຫວວຽກງານມີປະ ສິດທິພາບສູງຂຶ້ນ. ຫລັງຈາກນັ້ນ, ສະຫາຍ ວິໄລວົງ ບຸດດາຄຳ ກໍໄດ້ ຜ່ານບັນດາມາດຖານເງື່ອນໄຂ ຜູ້ ສະໝັກເຂົ້າໃນໂຄງປະກອບຄະນະ ບໍລິຫານງານ ພັກແຂວງ, ຄະນະ ປະຈຳພັກແຂວງ, ເລຂາ-ຮອງເລຂາ ພັກແຂວງ, ປະທານ-ຮອງປະທານ ຄະນະກວດກາພັກແຂວງ. ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດ ຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນ ອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນ ຖານຫລັກການ ທີ່ກຳນົດໄວ້ໃນການ ທາບທາມບຸກຄະລາກອນ ເຂົ້າສະ ໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິ ຫານງານພັກແຂວງສາລະວັນ ສະ ໄໝທີX(ຮອບທີ3)ໃນບາງບັນຫາ ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້, ໃຫ້ບັນດາ ສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນ ໂຄງປະກອບບຸກຄະລາກອນ ເຊິ່ງ ຕ້ອງປະກອບດ້ວຍເພດ-ເຜົ່າ, ທັງ ຮັບປະກັນໃຫ້ມີຮຸ່ນອາວຸໂສ, ຮຸ່ນ ກາງ ແລະ ຮຸ່ນໜຸ່ມ ຢ່າງສົມເຫດສົມ ຜົນ, ລວມທັງຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດ ຖະກິດ, ວັດທະນະທຳ-ສັງຄົມ ກໍ ຕ້ອງໃຫ້ສົມສ່ວນຢ່າງເໝາະສົມ. ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງ ໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດ ສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນ ການລົງຄະແນນສຽງ ທາບທາມ ບຸກຄະລາກອນເຂົ້າສະໝັກຮັບ ເລືອກຕັ້ງ ເຂົ້າໃນຄະນະບໍລິຫານ ງານພັກແຂວງ ສາລະວັນ ສະໄໝທີ X ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມ ເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິ ທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາ ໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫລີກເວັ້ນການ ລົງຄະແນນສຽງທາບທາມ ໂດຍ ຂາດຄວາມຮັບຜິດຊອບ, ສວຍໂອ ກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍ ສີ ເຊິ່ງກັນ ແລະ ກັນ ຫລື ມີທັດສະ ນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະພາ ໃຫ້ເກີດມີການເສື່ອມເສຍຕໍ່ບົດບາດ ການນຳພາຂອງພັກ. ໃນຕອນທ້າຍ, ຜູ້ແທນກອງປະ ຊຸມ ກໍໄດ້ພ້ອມກັນປ່ອນບັດທາບ ທາມບຸກຄະລາກອນ ທີ່ຈະສະໝັກ ເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານພັກແຂວງສາລະວັນ ສະໄໝ ທີ X (ຮອບທີ 3). ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.
dP,rh v,c8j sq ;mu Ia [,n da [wrry [a f9kdme,t-kf Ia [xtda o.sh l6 oglp|h vpmuj l5 f 25/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ່ົ່ *ຕາມການໃຫ້ຮູ້ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ ເຊກອງ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນ ຕົ້ນປີ 2025 ການເຕີບ ໂຕທາງດ້ານເສດຖະກິດມະຫາ ພາກຂອງແຂວງເຊກອງ ມີທ່ວງ ທ່າຂະຫຍາຍຕົວຕໍ່ເນື່ອງຢ່າງມີ ຄຸນນະພາບ, ເຂັ້ມແຂງໝັ້ນທ່ຽງ ແລະ ຍືນຍົງ ໂດຍສະເພາະແມ່ນ ການຜະລິດຂອງ 3 ຂະແໜງ ການຫລັກມີການຂະຫຍາຍຕົວຖ້າ ທຽບໃສ່ໄລຍະດຽວກັນໃນປີຜ່ານ ມາ, ໃນນັ້ນ ມີຂະແໜງກະສິກຳ- *ເຖົ້າແກ່ ປູ່ຍ່າຕານາຍເຄີຍ ເຕືອນໄວ້ໃຫ້ລະວັງນ້ຳກາງເດືອນ ແປດ, ເດືອນເກົ້າເຂົ້າສູ່ເດືອນສິບ ຫລື ເດືອນກໍລະກົດ-ເດືອນກັນຍາເດືອນຕຸລາຂອງແຕ່ລະປີ, ເພາະວ່າ 6 gfn vo 8Q oxu glf4tdy fc0;'g-dv' 0tspkp8q ;1j k'8gonj + v' (ແຫລ່ງຂໍ້ມູນຈາກ ແຂວງເຊກອງ)່ໍູ້ ໂດຍ: ອັດສະວິນັິ ປ່າໄມ້ (ການປູກຝັງ-ລ້ຽງສັດ) ບັນລຸຫລາຍກວ່າເຄິ່ງໜຶ່ງຂອງ ແຜນປີ, ຂະແໜງອຸດສາຫະກຳ (ພະລັງງານໄຟຟ້າ ແລະ ບໍ່ແຮ່) ຫໍ່, ສາລີຫວານ, ຖົ່ວດິນ ແລະ ຜັກ ຕ່າງໆ ໃນເນື້ອທີ່ 456 ເຮັກຕາ, ຜົນຜະລິດໄດ້ 4.594 ໂຕນ ເທົ່າກັບ 37%, ການສະໜອງສະບຽງອາ ຫານ ປະເພດ: ຊີ້ນ, ໄຂ່, ປາ ແລະ ສັດນ້ຳ ໄດ້ທັງໝົດ 3.316 ໂຕນ ເທົ່າກັບ 50% ແລະ ທົ່ວແຂວງ ມີ ສັດລ້ຽງ ທັງໝົດ 1.107.753 ໂຕ, ຜົນສຳເລັດຂະແໜງອຸດສາຫະກຳ ການຄ້າ ໂດຍປັດຈຸບັນ, ທົ່ວແຂວງ ມີໂຮງງານອຸດສາຫະກຳປຸງແຕ່ງ ທັງໝົດ 303 ຫົວໜ່ວຍ, ໄດ້ເອົາໃຈ ໃສ່ພັດທະນາວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໄປສູ່ຄຸນນະພາບ ໃໝ່ໃຫ້ມີຄວາມເຂັ້ມແຂງສາມາດ ແຂ່ງຂັນກັບຕະຫລາດທັງພາຍໃນ ແລະ ພາຍນອກ ເຊິ່ງໄລຍະຜ່ານມາ ສາມາດຂຶ້ນ ແລະ ດັດແກ້ທະບຽນ ທັງໝົດ 180 ຫົວໜ່ວຍ ມີທຶນຈົດ ທະບຽນ 1.435,66 ຕື້ກີບ; ໃນ ນັ້ນ, ອອກໃໝ່ 109 ຫົວໜ່ວຍ ທຶນ ຈົດທະບຽນ 364,01 ຕື້ກີບ, ດັດ ແກ້ 71 ຫົວໜ່ວຍ ມີທຶນຈົດທະບຽນ 1.071,67 ຕື້ກີບ; ຂະແໜງພະລັງ ງານ-ບໍ່ແຮ່ ກໍມີແຫລ່ງຜະລິດພະລັງ ງານໄຟຟ້າ 3 ແຫ່ງ, ມີກຳລັງຕິດຕັ້ງ ທັງໝົດ 353 MW( ເມກາວັດ) ຜະລິດໄຟຟ້າ ໄດ້ 428,90 ລ້ານ KWh( ກິໂລວັດໂມງ), ສ່ວນການ ຈໍລະຈອນສິນຄ້າ ແລະ ບໍລິການ ໄດ້ທັງໝົດ 921,61 ຕື້ກີບ, ໃນ ວຽກງານນ້ຳປະປາ ກໍສຳເລັດການ ປ່ຽນຖ່າຍວາງທໍ່ ພີ 250 ແຕ່ຫົວ ງານຕາດເຮ້ຍ 140 ແມັດ. ນອກນັ້ນ, ວຽກງານການທ່ອງ ທ່ຽວ, ປັດຈຸບັນທົ່ວແຂວງມີໂຮງ ແຮມ ແລະ ເຮືອນພັກ ທັງໝົດ 42 ແຫ່ງ, ຮ້ານອາຫານ ແລະ ບັນເທີງ 66 ແຫ່ງ, ຣິສອດ ແລະ ສວນອາ ຫານ 7 ແຫ່ງ ເພື່ອຮອງຮັບນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດສາມາດເກັບກຳຈໍານວນນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງເຊ ກອງ ໄດ້ 63.811 ເທື່ອຄົນ ທຽບ ໃສ່ 6 ເດືອນຕົ້ນປີ 2024 ຜ່ານມາ ເພີ່ມຂຶ້ນ 12,35% ສາມາດສ້າງ ລາຍຮັບ ໄດ້ 4,08 ລ້ານໂດລາສະ ຫະລັດ. ມີການເຄື່ອນໄຫວດຳເນີນການເປັນ ປົກກະຕິ ແລະ ຂະແໜງບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍໄດ້ດຳເນີນເປັນປົກກະຕິເຊັ່ນ: ການຄ້າຂາຍຍົກ-ຂາຍຍ່ອຍ, ການ ຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣິສອດ, ບ້ານພັກ, ແຫລ່ງທ່ອງທ່ຽວ ໂດຍຄາດວ່າໝົດ ປີ 2025 ລວມຍອດຜະລິດຕະພັນ ພາຍໃນຈະບັນລຸໄດ້ 6,2%. ສຳລັບການລົງທຶນໃນ 6 ເດືອນ ຕົ້ນປີ 2025 ມີແຫລ່ງທຶນ ເຂົ້າມາພັດທະນາແຂວງເຊກອງ ທັງໝົດ 222,22 ຕື້ກີບ ປະຕິບັດ ໄດ້ 16,99% ຂອງແຜນປີ; ໃນນັ້ນ, ການລົງທຶນຂອງລັດ 103,48 ຕື້ ກີບ ປະຕິບັດໄດ້ລື່ນແຜນ 13,71%, ທຶນຊ່ວຍເຫລືອລ້າ 14,79 ຕື້ກີບ ປະຕິບັດໄດ້ 8,70%, ການລົງທຶນ ຂອງເອກະຊົນພາຍໃນ ແລະ ຕ່າງ ປະເທດ 103,95 ຕື້ກີບ ປະຕິບັດ ໄດ້ 9,92% ຄຽງຄູ່ກັນນີ້ ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ ທັງໝົດ 239,65 ຕື້ກີບ ທຽບໃສ່ ແຜນປີປະຕິບັດໄດ້ 38,84%, ການ ນຳເຂົ້າ-ສົ່ງອອກສິນຄ້າໄດ້ 4,17 ລ້ານໂດລາສະຫະລັດ ປະຕິບັດໄດ້ 55,6% ແລະ ຜົນສຳເລັດຂອງ ຂະແໜງກະສິກຳ-ປ່າໄມ້ ໂດຍການ ຜະລິດເຂົ້ານາແຊງ ສາມາດປະຕິບັດ ໄດ້ 763 ເຮັກຕາ ສະມັດຕະພາບ ສະເລ່ຍ 3,70ໂຕນ/ເຮັກຕາ, ຜົນ ຜະລິດ 2.817 ໂຕນ ເທົ່າກັບ 72%, ການຜະລິດພືດສະບຽງອາຫານ ປະຕິບັດໄດ້ 1.334 ເຮັກຕາ ໄດ້ຮັບ ຜົນຜະລິດ 10.277 ໂຕນ ເທົ່າກັບ 53%, ການປູກພຶດເປັນສິນຄ້າ ປະກອບມີ ຜັກກະລໍ່າປີ, ຜັກກາດ ພາບປະກອບ ພາບປະກອບ ພາບປະກອບ ໄລຍະນີ້ຢູ່ໃນໄລຍະລະດູຝົນຕົກ ແຮງຕົກໜັກເຮັດໃຫ້ຫ້ວຍນ້ຳລຳເຊ ແຕ່ລະສາຍເຕັມໄປດ້ວຍມວນນ້ຳ ແລະ ຈະມີນ້ຳຖ້ວມໃນຫລາຍພື້ນທີ່ ອັນນຳໄປສູ່ຄວາມເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນ ກໍຄື ການດຳລົງຊີວິດຂອງ ປະຊາຊົນເປັນບໍລິເວນກວ້າງ. ຈາກການຕິດຕາມສະພາບດິນ ຟ້າອາກາດຜ່ານມາແຕ່ລະປີຢູ່ໃນ ໄລຍະນີ້ ມັກເກີດມີລົມພາຍຸພັດ ຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ມັກຈະມີເກີດນ້ຳຖ້ວມຢູ່ຫລາຍ ພື້ນທີ່ທົ່ວປະເທດຖ້ວມເຮືອນຊານ ບ້ານຊ່ອງ ເນື້ອທີ່ການຜະລິດຜົນ ຜະລິດພື້ນຖານໂຄງລ່າງຂອງ ການພັດທະນາຖືກເສຍຫາຍເປັນ ຈຳນວນຫລາຍ, ຊຶ່ງແຕ່ລະປີລັດ ຖະບານ, ພາກເອກະຊົນ ແລະ ອົງ ການຈັດຕັ້ງຕ່າງໆທັງພາຍໃນ ແລະ ສາກົນໄດ້ສຸມທຶນຮອນອັນມະຫາ ສານເຂົ້າຊ່ວຍເຫລືອຟື້ນຟູປົວແປງ ສິ່ງທີ່ເສຍຫາຍໄປນັ້ນໃຫ້ດີຂຶ້ນມາ ຕະຫລອດ, ດັ່ງນັ້ນ ປະຊາຊົນເຮົາ ຈົ່ງມີສະຕິລະມັດລະວັງຕົວກຽມ ຮັບມືໄວ້ແຕ່ຫົວທີ ເພື່ອຮັບມືກັບໄພ ທຳມະຊາດໂດຍສະເພາະແມ່ນໄພ ນ້ຳຖ້ວມ. ບົດຮຽນອັນລ້ຳຄ່າທີ່ພວກເຮົາ ປະສົບພົບພໍ້ໃນປີຜ່ານມາແມ່ນໄພ ນ້ຳຖ້ວມ ຊຶ່ງມັນເກີດຂຶ້ນຢູ່ຫລາຍ ເຂດຫລາຍແຂວງທົ່ວປະເທດອ່າວ ໜັກແດ່ແມ່ນຢູ່ບັນດາແຂວງທາງ ເຂດພາກເໜືອ ໂດຍສະເພາະແມ່ນ ແຂວງຫລວງນ້ຳທາ, ນ້ຳຖ້ວມ ສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານ ໂຄງລ່າງທາງດ້ານເສດຖະກິດ ຫລາຍຢ່າງຖະໜົນຫົນທາງ ລະບົບ ຄົມມະນາຄົມ ແລະ ອື່ນໆສູນເສຍ ເປັນມູນຄ່າຫລາຍຕື້ກີບ. ນອກຈາກ ນັ້ນແລ້ວ, ໃນເດືອນກໍລະກົດນີ້ ມີ ຫລາຍແຂວງໃນຂອບເຂດທົ່ວປະ ເທດ ໄດ້ປະສົບໄພນ້ຳຖ້ວມຈາກ ພາຍຸໜູນເຂດຮ້ອນວິພາ ເຮັດໃຫ້ ຫລາຍແຂວງໄດ້ຮັບເສຍຫາຍໜັກ ໜ່ວງເປັນຕົ້ນນ້ຳຖ້ວມເຮືອນຊານ ບ້ານຊ່ອງ, ຖະໜົນຫົນທາງ, ເນື້ອ ທີ່ໄຮ່ນາ, ສັດລ້ຽງລວມທັງຊັບສິນ ຂອງປະຊາຊົນໄດ້ຮັບຄວາມເສຍ ຫາຍ. ແນວໃດກໍດີ, ຂໍໃຫ້ພວກເຮົາ ຈົ່ງມີສະຕິລະວັງຕົວຕໍ່ໄພທຳມະ ຊາດທີ່ອາດຈະເກີດຂຶ້ນອີກ ເພື່ອ ຫລີກເວັ້ນບັນຫາຄວາມເສຍຫາຍຕໍ່ ຊີວິດຂອງພວກເຮົາ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==