ຂປລ
*ສານກະຕຸ້ນ ແມ່ນສານຊະນິດໜຶ່ງທີ່ນິຍົມນໍາໃຊ້ເປັນສ່ວນປະສົມໃນເຄື່ອງສໍາອາງປະເພດຄີມທາໜ້າ

*ສານກະຕຸ້ນ ແມ່ນສານຊະນິດໜຶ່ງທີ່ນິຍົມນໍາໃຊ້ເປັນສ່ວນປະສົມໃນເຄື່ອງສໍາອາງປະເພດຄີມທາໜ້າ, ຜິວໜັງ ເພາະເຫັນຜົນໄວພາຍຫລັງໃຊ້ 3-7 ມື້ເທົ່ານັ້ນ ແຕ່ສານກະຕຸ້ນ ເປັນສານອັນຕະລາຍຕໍ່ຜິວຖ້າໃຊ້ຕິດຕໍ່ກັນເປັນເວລາດົນກໍ່ໃຫ້ເກີດຜົນຂ້າງຄຽງ ແລະ ມີຜົນເສຍຫລາຍຢ່າງສະນັ້ນ, ກົມຄວມຄຸມອາຫານ ແລະ ຢາຂອງປະເທດເພື່ອນບ້ານ ຈຶ່ງຫ້າມບໍ່ໃຫ້ນໍາໃຊ້ສານກະຕຸ້ນ ໃນເຄື່ອງສໍາອາງທຸກຊະນິດເພາະມີຄວາມເຂັ້ນຂຸ້ນສູງຖ້າໃຊ້ເວລາດົນ ຫລື ໃຊ້ບໍ່ຖືກວິທີອາດເກີດຜົນຂ້າງຄຽງກັບຜິວດັ່ງຕໍ່ໄປນີ້ : ສານກະຕຸ້ນ ຫລື ເອີ້ນອີກຢ່າງໜຶ່ງວ່າ ຢາສະເຕຣອຍ ຊະນິດທາພາຍນອກ ຖ້າໃຊ້ຕິດຕໍ່ກັນຈະເຮັດໃຫ້ຜິວຊັ້ນນອກ ຫລື ຊັ້ນໃນບາງຈົນເຫັນເສັ້ນເລືອດແດງຢູ່ໃບໜ້າ, ຜິວໜ້າບໍ່ແຂງແຮງມັກເກີດສິວ, ຟົດ, ຜື່ນຄັນເມື່ອໃຊ້ເປັນເວລາດົນ, ແຕ່ຖ້າຢຸດໃຊ້ຈະມີອາການຄັນເປັນຕຸ່ມນ້ອຍໆ ຫລື ສິວໜອງ ຂຶ້ນບໍລິເວນໃບໜ້າ ເຊິ່ງຈະເຮັດໃຫ້ການຮັກສາຜິວໜ້າຍາກຫລາຍ ແລະ ອາດບໍ່ສາມາດປິ່ນປົວໃຫ້ກັບເປັນປົກກະຕິ.ຖ້າໃຊ້ສານກະຕຸ້ນ ຫລາຍເກີນໄປຈະເຮັດໃຫ້ຜິວບາງ, ຜິວແຫ້ງ,ຜິວໜ້າເກີດຮ່ອງຮອຍໄດ້ງ່າຍ, ມີສິວຂຶ້ນຕາມຜິວໜ້າ ແລະ ຈະປາກົດເຫັນມີສີມ່ວງຕາມຜິວໜັງມີໄຂມັນບໍລິເວນຄໍ ແລະ ດ້ານຫລັງຂົນປົ່ງຫລາຍ. ອຸນຫະພູມຮ່າງກາຍຫລຸດລົງ:ຖ້າເຮົາໃຊ້ຄີມທີ່ມີສານກະຕຸ້ນ ໃນເວລາດົນພູມຄຸ້ມກັນຈະຫລຸດລົງເຮັດໃຫ້ຮ່າງການຕິດເຊື້ອພະຍາດງ່າຍຂຶ້ນເວລາເປັນບາດຈະດີຍາກຈົນເຮັດໃຫ້ຕິດເຊື້ອໃນກະແສເລືອດໄດ້.
ວິທີເລືອກຄີມທີ່ປາສະຈາກສານກະຕຸ້ນ ແມ່ນສັງເກດເຄື່ອງໝາຍ ອຍ ທີ່ບັນຈຸຂ້າງຜະລິດຕະພັນ, ສັງເກດເນື້ອຄີມ, ຖ້າຄີມທີ່ມີຄຸນນະພາບດີ, ຄີມຈະບໍ່ກະຈາຍຕົວເປັນເນື້ອດຽວກັນ, ບໍ່ປ່ຽນສີ, ກິ່ນບໍ່ແຮງເກີນໄປ, ບໍ່ອວດອ້າງສັບພະຄຸນຈົນເກີນໄປ ເນື່ອງຈາກສານກະຕຸ້ນເຫັນຜົນໄວພາຍໃນ 3-7 ມື້ ແຕ່ຖ້າໃຊ້ເປັນເວລາດົນຈະມີຜົນກະທົບຕໍ່ຜິວໜ້າລວມທັງຮ່າງກາຍເອົາເປັນວ່າກ່ອນຈະເລືອກໃຊ້ຄີມຄວນສຶກສາໃຫ້ລະອຽດຈຶ່ງບໍ່ເສຍໃຈພາຍຫລັງ.
KPL