ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກ ແຂວງຫລວງພະບາງ ເອົາໃຈໃສ່ປັບປຸງວຽກງານຫລາຍດ້ານ

22/07/2025 21:01
Email Print 135
ຂປລ ຂປລ. ​ໃນ​ໂອກາດ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່ ​ແຂວງ​ ຫລວງ​ພະ​ບາງ ​ໃນ​ວັນ​ທີ 18 ກໍລະກົດ 2025 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງຫລວງພະບາງ

ຂປລ. ​ໃນ​ໂອກາດ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່ ​ແຂວງ​ ຫລວງ​ພະ​ບາງ  ​ໃນ​ວັນ​ທີ 18 ກໍລະກົດ 2025 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງຫລວງພະບາງ ​ໂດຍ​ໄດ້​​ທິດ​ຊີ້​ນໍາ​ໃຫ້ຄະນະ​ບໍລິຫານ​ງານ​ພັກ​ແຂວງ ​ເອົາ​ໃຈ​ໃສ່​ປັບປຸງ​ວຽກ​ງານ​ຫລາຍ​ດ້ານ ​ເປັນ​ຕົ້ນ ​ໃຫ້ສືບຕໍ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ-ຕໍາຫລວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນຕົນ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ນ້ຳໃຈເສຍສະລະເພື່ອຊາດ ເພື່ອປະຊາຊົນ, ຄວາມບໍລິສຸດສັດຊື່, ຄວາມຮັບຜິດຊອບເຮັດແທ້ທໍາຈິງ, ແກ້ໄຂແນວຄິດເອື່ອຍອີງ-ຂາດຄວາມເປັນເຈົ້າ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນ.

ພິເສດ ໃນໂອກາດກະກຽມສະເຫລີມສະຫລອງ 2 ວັນ ປະຫວັດສາດນີ້, ຕ້ອງລົງເລິກສຶກສາອົບຮົມ ໃຫ້ຮັບຮູ້-ເຂົ້າໃຈມູນເຊື້ອຂອງພັກ, ຂອງຊາດ ກໍຄື ຂອງທ້ອງຖິ່ນ, ກໍາແໜ້ນ ແລະ ຮໍ່າຮຽນເອົາ ຄຸນສົມບັດ, ທັດສະນະແບບແຜນ ຂອງປະທານ ໄກສອນ ພົມວິຫານ ບັນພະບູລຸດຂອງຊາດ, ພ້ອມກັນນັ້ນ ຕ້ອງເຜີຍແຜ່-ແນະນໍາ ຊີ້ໃຫ້ເຫັນທຸກເລ່ຫລ່ຽມກົນອຸບາຍຂອງສັດຕູ ພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພ ພັກ ແລະ ລະບອບການເມືອງ ເປັນຕົ້ນ ກົນອຸບາຍຫັນປ່ຽນໂດຍສັນຕິ ໃນທຸກຮູບແບບເຊັ່ນ: ການລະເມີດລະບຽບກົດໝາຍ, ບໍ່ນັບຖືການຈັດຕັ້ງ, ປະລະ ຫລື ຫລຸດຖອຍໃນການປະຕິບັດໜ້າທີ່, ບໍ່ຕັ້ງໜ້າຝຶກຝົນຫລໍ່​ຫລອມຕົນເອງ, ການສວຍໃຊ້ໜ້າທີ່ ສໍ້ລາດບັງຫລວງ, ສ້າງກຸ່ມກ້ອນພັກພວກ ແລະ ອື່ນໆ ຕ້ອງສຸມໃສ່ແກ້ໄຂໃຫ້ມີການຫັນປ່ຽນຢ່າງແທ້ຈິງ; ອັນສໍາຄັນແມ່ນຕ້ອງສ້າງ ແລະ ຍົກສູງຄວາມເຊື່ອໝັ້ນ ຕໍ່ການນໍາພາ ແລະ ແນວທາງນະໂຍບາຍຂອງພັກ, ມີສະຕິ ແລະ ເປັນເຈົ້າຕອບຕ້ານທຸກຖ້ອຍທໍານອງ ໂຄສະນາບິດເບືອນ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ໃຫ້ທັນການ.

​ໃນໂອກາດນີ້, ສະຫາຍ ຄຳຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຫລວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາ ເສດຖະກິດ-ສັງຄົມ, ຕິດພັນກັບການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ແມ່ນການຂະຫຍາຍຕົວ ທາງດ້ານເສດຖະກິດ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 3,94% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍໄດ້ 23 ລ້ານລ້ານກວ່າກີບ ຫລື ເທົ່າກັບ 1.067 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ IX ມາຮອດປັດຈຸບັນ ການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກອ້ອມຂ້າງແຂວງສໍາເລັດ 140 ຮາກຖານ, ກວມເອົາ 99,29%, ຍັງບໍ່ທັນສໍາເລັດ ມີ 1 ຮາກຖານພັກຄື: ໜ່ວຍພັກສະພາປະຊາຊົນແຂວງ ຈະດໍາເນີນກອງປະຊຸມໃຫຍ່ຫລັງ ກອງປະຊຸມໃຫຍ່ອົງຄະນະພັກແຂວງ, ສໍາເລັດກອງປະຊຸມໃຫຍ່ ຂອງສະຫະພັນນັກ ຮົບເກົ່າແຂວງ, ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ. ພ້ອມນັ້ນ, ໄດ້ນໍາເອົາຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ເຂົ້າຜ່ານໃນກອງປະຊຸມຄົບຄະນະ ບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13 ເປັນຄັ້ງທີ 3 ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິ ຫານງານພັກແຂວງ ສະໄໝທີ VIII ຜ່ານໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 13 ເປັນຄັ້ງທີ 1, ໄດ້ສໍາເລັດການທາບທາມບຸກຄະລາກອນ ຮອບ 1 ຢູ່ຂັ້ນນະຄອນ-ເມືອງ, ສ່ວນການກະກຽມ ສ້າງຕັ້ງຕາແສງ ຄາດຄະເນການສ້າງຕັ້ງຕາແສງ ເບື້ອງຕົ້ນເມືອງລະ 4-5 ຕາແສງ ລວມໃນທົ່ວແຂວງມີ 56 ຕາແສງ, 757 ບ້ານ, ມີພົນລະເມືອງ 542,921 ຄົນ.

KPL

ຂ່າວອື່ນໆ

ads
ads

Top