ເມືອງໂຂງ ຍັງຄົງເປັນຈຸດໝາຍປາຍທາງທີ່ໜ້າສົນໃຈຂອງນັກທ່ອງທ່ຽວ

22/07/2025 12:53
ຂປລ *ດ່ັງທີ່ຮູ້ກັນວ່າແຂວງຈຳປາສັກ ອຸດົມສົມບູນໄປດ້ວຍແຫລ່ງຊັບພະຍາກອນທຳມະຊາດ

   

         *ດ່ັງທີ່ຮູ້ກັນວ່າແຂວງຈຳປາສັກ ອຸດົມສົມບູນໄປດ້ວຍແຫລ່ງຊັບພະຍາກອນທຳມະຊາດ ເປັນດິນແດນໃຕ້ສຸດຂອງປະເທດ ທີ່ເຕັມໄປດ້ວຍອູ່ອະລິຍະທໍາອັນເກົ່າແກ່ທີ່ໜ້າຄົ້ນຫາ ແລະ ມີທໍາມະຊາດທີ່ສວຍສົດງົດງາມຢ່າງໂດດເດັ່ນແຫ່ງໜຶ່ງຂອງປະເທດທີ່ບັນດາທ່ານຄວນຍາດໂອກາດໄປທ່ຽວຊົມຈັກຄັ້ງ ຫລື ນັກທ່ອງທ່ຽວຕ່າງຊາດທີ່ມີໂອກາດເດີນທາງມາທ່ອງທ່ຽວ ສປປ ລາວ ກໍຄວນເອົາຈໍາປາສັກເປັນໜຶ່ງໃນເປົ້າໝາຍປາຍທາງການທ່ອງທ່ຽວ. ປັດຈຸບັນການທ່ອງທ່ຽວພວມຂະຫຍາຍຕົວຢ່າງແຮງ ແລະ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງເຊັ່ນ: ມະຫານະທີສີພັນດອນ, ນ້ຳຕົກຕາດຄອນພະເພັງ, ຜາສາດຫີນວັດພູຈຳປາສັກ, ຕາດຜາສ້ວມ, ຕາດຢານ, ຕາດເຍືອງ, ຕາດກ້ວຍຫົວຊ້າງ, ພູສ່າເຫລົ້າ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງອື່ນໆ.

     ເມືອງໂຂງ ແຂວງຈຳປາສັກ ກໍເປັນອີກເມືອງໜຶ່ງທີ່ໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນໃນພາກໃຕ້ ແລະ ມີຈຸດພິເສດເປັນເມືອງທີ່ມີເກາະດອນຫລາຍແຫ່ງ ແລະ ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈເປັນຈຳນວນຫລາຍ. ອີງຕາມການລາຍງານຂອງທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມທັງໝົດ 77.783 ຄົນ ນີ້ແມ່ນສະແດງໃຫ້ເຫັນເຖິງການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້ ເຊິ່ງໃນຈຳນວນດັ່ງກ່າວ, ເປັນນັກທ່ອງທ່ຽວພາຍໃນປະເທດ 31.146 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດສູງເຖິງ 46.637 ຄົນ. ຕົວເລກນີ້ ສະແດງໃຫ້ເຫັນເຖິງສັນຍານທີ່ດີຕໍ່ການຟື້ນຕົວຂອງຂະແໜງການທ່ອງທ່ຽວ ໂດຍສະເພາະແມ່ນການດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາຢ້ຽມຢາມຫລາຍຂຶ້ນ. ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຈຳນວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນເຖິງ 17.461 ເທື່ອຄົນ ນີ້ເປັນການຢືນຢັນເຖິງທ່າແຮງ ແລະ ຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວທີ່ມີຕໍ່ເມືອງໂຂງ ເຊິ່ງສາເຫດ ແລະ ປັດໄຈສຳຄັນທີ່ເຮັດໃຫ້ເມືອງໂຂງ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວແມ່ນຄວາມຫລາກຫລາຍຂອງແຫລ່ງທ່ອງທ່ຽວ. ປັດຈຸບັນເມືອງໂຂງ ມີແຫລ່ງທ່ອງທ່ຽວທຳມະຊາດເຖິງ 20 ແຫ່ງ, ແຫລ່ງທ່ອງທ່ຽວດ້ານວັດທະນະທຳ 14 ແຫ່ງ ແລະ ແຫລ່ງທ່ອງທ່ຽວດ້ານປະຫວັດສາດ 7 ແຫ່ງ, ເຊິ່ງລ້ວນແຕ່ມີເອກະລັກສະເພາະຕົວ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໄດ້ຫລາຍຮູບແບບ.ພ້ອມກັນນັ້ນ, ການບໍລິການດ້ານທີ່ພັກ ແລະ ຮ້ານອາຫານໃນເມືອງກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເພື່ອຮອງຮັບນັກທ່ອງທ່ຽວທີ່ເພີ່ມ ຂຶ້ນ. ເມືອງໂຂງ ມີໂຮງແຮມທັງໝົດ 14 ແຫ່ງ, ໃນນັ້ນ ມີໂຮງແຮມລະດັບ 3 ດາວ 1 ແຫ່ງ, ມີຈຳນວນຫ້ອງພັກ 576 ຫ້ອງ ແລະ 808 ຕຽງ. ນອກຈາກນີ້, ຍັງມີເຮືອນພັກອີກ 78 ແຫ່ງ ມີ 806 ຫ້ອງ. ສໍາລັບການບໍລິການດ້ານອາຫານການກິນ, ມີຮ້ານອາຫານ 41 ແຫ່ງ ແລະ ຮ້ານກິນດື່ມ 8 ແຫ່ງ ທີ່ພ້ອມໃຫ້ບໍລິການອາຫານພື້ນເມືອງ ແລະ ອາຫານສາກົນແກ່ນັກທ່ອງທ່ຽວ.

         ທ່ານ ໄພວັນ ສໍຄົງສິນ ໄດ້ກ່າວຕື່ມວ່າ: ການເພີ່ມຂຶ້ນຂອງນັກທ່ອງທ່ຽວນີ້ແມ່ນສັນຍານທີ່ດີຕໍ່ການພັດທະນາເສດຖະກິດຂອງເມືອງໂຂງ ພວກເຮົາຈະສືບຕໍ່ພັດທະນາແຫລ່ງທ່ອງທ່ຽວຕ່າງໆ, ປັບປຸງການບໍລິການ ແລະ ສິ່ງອຳນວຍຄວາມສະດວກ ເພື່ອໃຫ້ເມືອງໂຂງ ຍັງຄົງເປັນຈຸດໝາຍປາຍທາງທີ່ໜ້າສົນໃຈ ແລະ ຍືນຍົງສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ການເຕີບໂຕຢ່າງຕໍ່ເນື່ອງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມການທ່ອງທ່ຽວຂອງແຂວງຈຳປາສັກ ໂດຍລວມ ແລະ ຄາດວ່າເມືອງໂຂງ ຈະສືບຕໍ່ເປັນເສົາຄໍ້າສຳຄັນໃນການດຶງດູດນັກທ່ອງທ່ຽວສູ່ພາກໃຕ້ຂອງ ສປປ ລາວ.


KPL

ຂ່າວອື່ນໆ

ads
ads

Top