ສ.ອາເມລິກາ ລົງນາມ ຮ່າງກົດໝາຍວ່າດ້ວຍການຫລຸດພາສີ-ງົບປະມານລາຍຈ່າຍຢ່າງຮອບດ້ານ

06/07/2025 14:44
Email Print 113
ຂປລ ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ​ອາ​ເມ​ລິ​ກາ​ ໄດ້​ລົງ​ນາມ​ ໃນ​ຮ່າງກົດ​ໝາຍ ວ່າ​ດ້ວຍ​ ການ​ຫລຸດ ​ພາ​ສີ ແລະ ​ງົ​ບ​ປະ​ມານ ​ລາຍ​ຈ່າຍ ຢ່າງ​ຮອບ​ດ້ານ ຫລື ​ຮ່າງກົດ​ໝາຍ “ໃຫຍ່ ແລະ ງາມ” ​ເພື່ອເຮັດ​ໃຫ້ ​ຮ່າງ​ກົດ​ໝາຍ ​ດັ່ງ​ກ່າວ​ ມີ​ຜົນ​ບັງ​ຄັບ​ໃຊ້.

ຂປລ.ວິທະຍຸ ໂທ​ລະ​ພາບ ​ສາ​ກົນ​ຈີນ,ເມື່ອບໍ່ດົນມານີ້, ທ່ານ ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ​ອາ​ເມ​ລິ​ກາ​ ໄດ້​ລົງ​ນາມ​ ໃນ​ຮ່າງກົດ​ໝາຍ ວ່າ​ດ້ວຍ​ ການ​ຫລຸດ ​ພາ​ສີ ແລະ ​ງົ​ບ​ປະ​ມານ ​ລາຍ​ຈ່າຍ ຢ່າງ​ຮອບ​ດ້ານ ຫລື ​ຮ່າງກົດ​ໝາຍ “ໃຫຍ່ ແລະ ງາມ” ​ເພື່ອເຮັດ​ໃຫ້ ​ຮ່າງ​ກົດ​ໝາຍ ​ດັ່ງ​ກ່າວ​ ມີ​ຜົນ​ບັງ​ຄັບ​ໃຊ້.ພາຍຫລັງ ສະ​ພາ​ຕ່ຳ ​ອາ​ເມ​ລິ​ກາ ​ໄດ້​ຜ່ານຮ່າງ​ກົດ​ໝາຍ “ໃຫຍ່ ແລະ ງາມ” ທີ່ ​ທ່ານ​ ໂດ​ນັນ ທ​ຣຳ ອອກ​ແຮງ​ ຊຸກ​ຍູ້​ນັ້ນ ດ້ວຍ​​ຄະ​ແນນ​ສຽງ ​ເຫັນ​ດີ 218 ສຽງ ແລະ ຄັດ​ຄ້ານ 214 ສຽງ. ​ຮ່າງກົດ​ໝາຍ ​ດັ່ງ​ກ່າວ ​ໄດ້​ຜ່ານ​ການຮັບ​ຮອງ​ ໃນ​ສະ​ພາ​ສູງ ​ອາ​ເມ​ລິ​ກາ​ ໃນຕົ້ນເດືອນກໍ​ລະ​ກົດ​ນີ້. ຮ່າງກົດ​ໝາຍ ​ສະ​ບັບ​ນີ້ ຖືກ​ຕຳ​ນິວິ​ຈານ ຢ່າງ​ຫລວງ​ຫລາຍ​ ເນື່ອງຈາກ ​ຮ່າງກົດ​ໝາຍ ​ດັ່ງ​ກ່າວ​ ຈະ​​ຫລຸດ ​ງົ​ບ​ປະ​ມານ ​ການ​ຊ່ວຍ​ເຫລືອ, ເພີ່ມໜີ້​ສິນ ​ໄລ​ຍະ​ຍາວ​ຂອງ​​ລັດ​ຖະ​ບານ​ ອາ​ເມ​ລິ​ກາ ​ພ້ອມ​ທັງ ​ຫລຸດ​​ການ​ເກັບອາ​ກອນ​ຕໍ່ ​ຜູ້​ຮັ່ງ​ມີ ແລະ ວິ​ສາ​ຫະ​ກິດ​ໃຫຍ່ ​ເປັນ​ຕົ້ນ. ໜັງ​ສື​ພິມ​ນິວຢອກ​ທາມ​ສ ຊີ້​ໃຫ້​ເຫັນ​ວ່າ, ​ຮ່າງກົດ​ໝາຍ​ດັ່ງ​ກ່າວ​ ຈະ​ເຮັດ​ໃຫ້​ອາ​ເມ​ຣລິກາ ​ກ້າວ​ຂຶ້ນ​ສູ່ ​ເສັ້ນ​ທາງ ​ການ​ເງິນ​ໃໝ່​ ທີ່​ອັນ​ຕະ​ລາຍ ກວ່າ​ເກົ່າ. ຜົນ​ການ​ວິ​ເຄາະ​ ເບື້ອງ​ຕົ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຮ່າງກົດ​ໝາຍ​ນີ້ ​ຈະ​ເຮັດ​ໃຫ້​ການຂາດດຸນ​ ງົບ​ປະ​ມານ​ຂອງ ສ.​ອາ​ເມ​ລິ​ກາ ​ເພີ່ມ​ຂຶ້ນ ປະ​ມານ 3.300 ຕື້​ໂດ​ລາສະຫະລັດ ​ໃນ 10 ປີ​ຕໍ່​ໜ້າ, ພ້ອມ​ກັນ​ນັ້ນ ​​ຍັງຈະ​ເຮັດ​ໃຫ້​ ລາຍ​ຮັບ ​ດ້ານ​ການ​ເກັບ​ອາ​ກອນ ​ຂອງ​ ສ.ອາ​ເມ​ລິກາ ​ຫລຸ​ດ​ລົງ ​ໃນ​ຫລາຍ​ສິບ​ປີ ຕໍ່​ໜ້າ​ ອີກດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top