ບຣິກສ ຂະຫຍາຍການຮ່ວມມືແບບເປີດກວ້າງເປີດປະຫວັດສາດໜ້າໃໝ່ລັດທິຫລາຍຝ່າຍ

06/07/2025 14:44
Email Print 146
ຂປລ ກອງ​ປະ​ຊຸມ​ ສຸດຍອດ ​ຄັ້ງ​ທຳ​ອິດ ຂອງ​ອົງ​ການ ບ​ຣິກ​ສ ​ພາຍ​ຫລັງ ​ໄດ້​ຂະ​ຫຍາຍ ​ສະ​ມາ​ຊິກ ​ຫລື ກ​ອງ​ປະ​ຊຸມ​ສຸດຍອດ “ບ​ຣິກ​ສ​ໃຫຍ່” ໄດ້​ຮັບ​ຄວາມ​ສົນ​ໃຈ ​ຂອງ​ທົ່ວ​ໂລກ. ຜົນ​ການສຳ​ຫລວດ ​ຄວາມ​ຄິດ​ເຫັນ ຕໍ່​ຊາວ​ເນັດ ​ທົ່ວ​ໂລກ

ຂປລ. ກອງ​ປະ​ຊຸມ​ ສຸດຍອດ ​ຄັ້ງ​ທຳ​ອິດ ຂອງ​ອົງ​ການ ບ​ຣິກ​ສ ​ພາຍ​ຫລັງ ​ໄດ້​ຂະ​ຫຍາຍ ​ສະ​ມາ​ຊິກ ​ຫລື ກ​ອງ​ປະ​ຊຸມ​ສຸດຍອດ “ບ​ຣິກ​ສ​ໃຫຍ່” ໄດ້​ຮັບ​ຄວາມ​ສົນ​ໃຈ ​ຂອງ​ທົ່ວ​ໂລກ. ຜົນ​ການສຳ​ຫລວດ ​ຄວາມ​ຄິດ​ເຫັນ ຕໍ່​ຊາວ​ເນັດ ​ທົ່ວ​ໂລກ ​ຂອງວິທະຍຸ ໂທ​ລະ​ພາບ ​ສາ​ກົນ​ຈີນ​ ຫລື CGTN ​ຂອງວິ​ທະ​ຍຸ ​ໂທ​ລະ​ພາບ​ ສູນ​ກາງ​ຈີນ​ ຫລື CMG ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ຕອບ​ແບບ​ສອບ​ຖາມ 91,2% ເຫັນ​ວ່າ ​ກົນ​ໄກ​ ຮ່ວມ​ມື ​ກຸ່ມປະ​ເທດ​ ບ​ຣິກ​ສ ​ໄດ້​ກາຍ​ເປັນ​ ກຳ​ລັງ​ສຳ​ຄັນ​ ທີ່​ຊຸກ​ຍູ້ໂລກ ​ຫັນ​ເປັນ​ຫລາຍ​ຂົ້ວ ຢ່າງສະ​ເໝີ​ພາບ ​ແລະ ​ເປັນ​ລະ​ບຽບ ແລະ ເສດ​ຖະ​ກິດ​ ໂລ​ກາ​ພິ​ວັດ ແບບກວມ​ລວມ ທີ່​ໃຫ້​ຜົນ​ປະ​ໂຫຍດ ​ຢ່າງ​ທົ່ວ​ເຖິງ. ​ການ​ສຳ​ຫລວດ​ ຄວາມ​ຄິດ​ເຫັນ ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​ແບບ​ສອບ​ຖາມ 88,9% ຍອມ​ຮັບ​ຖາ​ນະ​ບົດ​ບາດຂອງ​ອົງ​ການ​ບ​ຣິກ​ສ ​ຍົກ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ, ຜູ້​ຕອບ​ແບບ​ສອບ​ຖາມ 91,2% ​ເຫັນ​ວ່າ ອົງ​ການ ບ​ຣິກ​ສ ​ເປັນ “​ແຮງ​ຂັບ​ເຄື່​ອນ”​​ ທີ່ເລັ່ງ​ການ​ຟື້ນ​ຕົວ ​ຄືນ​ໃໝ່ ​ຂອງເສດ​ຖະ​ກິດ​ໂລກ, ຜູ້​ຕອບ​ແບບ ​ສອບ​ຖາມ 89,1% ເຫັນ​ວ່າ ​ອົງ​ການບ​ຣິກ​ສ ​ຈະ​ຊຸກ​ຍູ້ ​ໃຫ້​ລະ​ບົບ ​ບໍ​ລິ​ຫານ​​ໂລກ ​​ມີປະ​ຊາ​ທິ​ປະ​ໄຕ ແລະ ຍຸ​ຕິ​ທຳ ​ກວ່າ​ເກົ່າ, ຜູ້​ຕອບ​ແບບ​ສອບ​ຖາມ 90,4% ຕີ​ລາ​ຄາ​ຢ່າງ​ສູງ​ ຕໍ່​​ການປະ​ກອບ​ສ່ວນ​ ຂອງ ສປ ​ຈີນ ​ໃນ​ການ​ຮ່ວມ​ມື ​ກຸ່ມປະ​ເທດ ບ​ຣິກ​ສ, ​ຄອງ​ຄອຍ​ປະ​ເທດ​ຈີນ ​ສ້າງ​​ກາ​ລະໂອ​ກາດ ​ຫລາຍກວ່າ​ເກົ່າ ​ໃຫ້​ແກ່​ ປະ​ເທດ “ເຂດ​ໂລກ​ໃຕ້” ​ເພື່ອຫັນ​ເປັນ​ ທັນ​ສະ​ໄໝ. ແບບ​ສອບ​ຖາມ​ ການ​ສຳ​ຫລວດ ​ຄວາມ​ຄິດ​ເຫັນ​ຂອງ CGTN ຄັ້ງ​ນີ້​ໄດ້​ແຈກ​ຢາຍ​ໂດຍ​ ມີ​ພາ​ສາ​ອັງ​ກິດ, ແອັ​ສ​ປາຍ, ຝ​ຣັ່ງ, ອາ​ຣັບ ແລະ ຣັດ​ເຊຍ, ພາຍ​ໃນເວ​ລາ 24 ຊົ່ວ​ໂມງ​ມີ​ຊາວ​ເນັດ ​ຫລາຍກວ່າ 6.541 ຄົນ ​ເຂົ້າ​ມາ​ຕອບ​ແບບ​ສອບ​ຖາມ ແລະ​ ສະ​ແດງ ​ຄວາມ​ຄິດ​ເຫັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top