ຂປລ
ກອງປະຊຸມ ຖະແຫລງຂ່າວ ໄຕມາດທີ II/2025 ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ, ຢູ່ນະຄອນຫລວງ ຮ່າໂນ້ຍ ຫລັງຈາກ ກົມສະຖິຕິ ຂອງກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ໄຕມາດທີ II ຮັບຮູ້ ຈຸດພົ້ນເດັ່ນ ນັ້ນແມ່ນ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) ມີການເຕີບໂຕ ຢ່າງຕັ້ງໜ້າ ບັນລຸ 7,96% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍນີ້,

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ຖະແຫລງຂ່າວ ໄຕມາດທີ II/2025 ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ, ຢູ່ນະຄອນຫລວງ ຮ່າໂນ້ຍ ຫລັງຈາກ ກົມສະຖິຕິ ຂອງກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ໄຕມາດທີ II ຮັບຮູ້ ຈຸດພົ້ນເດັ່ນ ນັ້ນແມ່ນ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) ມີການເຕີບໂຕ ຢ່າງຕັ້ງໜ້າ ບັນລຸ 7,96% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍນີ້, ແຕ່ຕ່ຳກ່ວາ ການເຕີບໂຕ 8,56%ຂອງໄຕມາດທີ II ປີ 2022 ໃນໄລຍະ 2020 – 2025. ໄລ່ລວມ 6 ເດືອນຕົ້ນປີ 2025, GDP ເພີ່ມຂຶ້ນ 7,52% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກ່ອນ ຢູ່ລະດັບສູງສຸດໃນ 6 ເດືອນຕົ້ນປີ ໃນໄລຍະ 2021 – 2025. ສຳລັບ ການຕີລາຄາ ກ່ຽວກັບ ລະດັບໃນການເຕີບໂຕ ເສດຖະກິດໃນ 6 ເດືອນຕົ້ນປີ, ທ່ານ ນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ: ການເຕີບໂຕ GDP ຂອງ ສສ ຫວຽດນາມ ບັນລຸລະດັບສູງສຸດ ຢູ່ພາກພື້ນອາຊີ ຕາເວັນອອກ ສ່ຽງໃຕ້, ໃນນັ້ນ ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕ ເປັນປົກກະຕິ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຊົມໃຊ້ພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກ. ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ຂະແໜງອຸດສາຫະກຳ ບັນລຸ ລະດັບການເຕີບໂຕສູງ, ມູນຄ່າເພີ່ມ ໃນທົ່ວຂະແໜງ ອຸດສາຫະກຳ ໃນ 6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 8,07%, ຂະແໜງ ກໍ່ສ້າງເພີ່ມຂຶ້ນ 9,62%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL