ສໍາເລັດ ຝຶກອົບຮົມການຮຽນຮູ້ ການລາຍງານ ຂ່າວສີຂຽວ ເພື່ອການພັດທະນາແບບຍືນຍົງ

01/07/2025 13:55
Email Print 158
ຂປລ ຂປລ. ບັນດາສື່ມວນຊົນຈາກ​ແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມກ່ຽວກັບ ການລາຍງານຂ່າວສີຂຽວ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 23-27 ມິຖຸນາ 2025 ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ (ແກມຊິວ).



ຂປລ. ບັນດາສື່ມວນຊົນຈາກ​ແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມກ່ຽວກັບ ການລາຍງານຂ່າວສີຂຽວ ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ
23-27 ມິຖຸນາ 2025 ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ (ແກມຊິວ). ຊຸດອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ ການລາຍງານຂ່າວບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ, ການພັດທະນາສີຂຽວຍືນຍົງ ແລະ ບັນຫາສິ່ງແວດລ້ອມ, ຄວາມປອດໄພໃນການໃຊ້ສື່ສັງຄົມອອນລາຍ, ການຄຸ້ມຄອງສື່, ຈັນຍາບັນນັກຂ່າວ, ການນໍາໃຊ້ປັນຍາປະດິດໃນວຽກງານສື່ ແລະ ຜະລິດບົດເລື່ອງສັ້ນໃນຮູບແບບຕ່າງໆ ສຳລັບສື່ອອນລາຍ.



ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ມີຄວາມໝາຍສໍາຄັນຫລາຍ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເນື່ອງຈາກໃນຍຸກປັດຈຸບັນສັງຄົມຫັນມາ ບໍລິໂພກຂໍ້ມູນຂ່າວສານຜ່ານສື່ ອອນລາຍຫລາຍຂຶ້ນ ເຮັດໃຫ້ສື່ມວນຊົນ ມີຄວາມຈໍາເປັນຕ້ອງປັບປຸງຕົນເອງ ໃຫ້ແທດເໝາະກັບການພັດທະນາ ແລະ ການຂະຫຍາຍຕົວຂອງສື່ຕ່າງໆ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ ການຫັນເຂົ້າສູ່ລະບົບດີຈິຕອນໃນຕໍ່ໜ້າ ແລະ ສາມາດນໍາເອົາຄວາມຮູ້ທີ່ຮຽນມາ ໄປໝູນໃຊ້ໃນວຽກງານຕົວຈິງ
, ພ້ອມທັງນໍາໄປເຜີຍແຜ່ໃຫ້ບົດຮຽນ ໃຫ້ແກ່ເພື່ອນຮ່ວມງານ ພາຍໃນສໍານັກງານດ້ວຍກັນ.



ນອກຈາກນັ້ນ
, ສຳມະນາກອນຍັງ ໄດ້ໄປລົງທັດສະນະສຶກສາຕົວຈິງ ໃນຫົວຂໍ້: ການທ່ອງທ່ຽວສີຂຽວ ຢູ່ວັງວຽງ ແຂວງວຽງຈັນ ເພື່ອໄປເກັບກຳຂໍ້ມູນມາຜະລິດເປັນຄລິບວິດີໂອ ເລື່ອງສັ້ນ ອອກສື່ຕ່າງໆ ເຊັ່ນ: ເຟສບຸກ, ຢູທູບ ຫລື ເວັບໄຊ ທີ່ສຳມະນາກອນສັງກັດຢູ່ ແລະ ສົ່ງໄປເຂົ້າຮ່ວມ ແຂ່ງຂັນ ໂດຍຈະມີລາງວັນ ທີ 1 ທີ 2 ແລະ ທີ 3 ແລະ ລາງວັນຊົມເຊີຍ. ບົດທີ່ຖືກຄັດເລືອກລາງວັນທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ໄປທັດສະນະຢູ່ ສສ ຫວຽດນາມ ໃນທ້າຍປີ 2025 ຫລື ຕົ້ນປີໜ້າ ເຊິ່ງປີທີ່ຜ່ານມາເຈົ້າຂອງບົດທີ່ໄດ້ຮັບລາງວັນ ແມ່ນໄດ້ໄປ ທັດສະນະສຶກສາ ຢູ່ປະເທດໄທ.

ໂຄງການ ແກມຊິວ ໄດ້ເນັ້ນໜັກການສ້າງຄວາມຮ່ວມມື ລະຫວ່າງສື່ມວນຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ໃນ ສປປ ລາວ. ການຝຶກອົບຮົມຄັ້ງນີ້, ຍັງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງ ສື່ມວນຊົນໃຫ້ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ ອີກດ້ວຍ.

ຂ່າວ: ສຸກ​ທະວີ

KPL

ຂ່າວອື່ນໆ

    • ສປປ ລາວ ລິເລີ່ມຫັນປ່ຽນລະບົບອາຫານ ແລະ ການແກ້ໄຂບັນຫາສະພາບອາກາດວັດທະນະທຳ-ສັງຄົມ

      ສປປ ລາວ ລິເລີ່ມຫັນປ່ຽນລະບົບອາຫານ ແລະ ການແກ້ໄຂບັນຫາສະພາບອາກາດ

      7/1/2025 2:14:35 PM

      ຂປລ. ເມື່ອບໍ່ດົນມານີ້, ສປປ ລາວ ໄດ້ເປີດແຜນງານຫັນປ່ຽນລະບົບອາຫານ ເຊິ່ງເປັນໂຄງການລິເລີ່ມລະດັບຊາດ ທີ່ເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານ ເຂົ້າກັບການຮັບມືການປ່ຽນແປງ ດິນຟ້າອາກາດ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນລາວ ຫລາຍລ້ານຄົນທີ່ອາໄສກະສິກໍາ ເປັນອາຊີບ.

    • ເປິດການນຳໃຊ້ໂຄງລ່າງພື້ນຖານ ສຳລັບການປຸງແຕ່ງແນວພັນເຂົ້າວັດທະນະທຳ-ສັງຄົມ

      ເປິດການນຳໃຊ້ໂຄງລ່າງພື້ນຖານ ສຳລັບການປຸງແຕ່ງແນວພັນເຂົ້າ

      7/1/2025 2:01:18 PM

      ຂປລ. ເປີດການນຳໃຊ້ໂຄງລ່າງພື້ນຖານ ສຳລັບການປຸງແຕ່ງແນວພັນເຂົ້າ ຂອງໂຄງການສ້າງພື້ນ ຖານໃຫ້ແກ່ການຜະລິດເຂົ້າທັນສະໄໝ ຢູ່ ສປປ ລາວ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈຸງ ຢັງ ຊູ ເອກອັກຄະລະຊະທູດ ສ ເກົາຫລີ ປະຈຳ ສປປ ລາວ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • 5 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 691,72 ຕື້ກີບວັດທະນະທຳ-ສັງຄົມ

      5 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 691,72 ຕື້ກີບ

      7/1/2025 1:46:19 PM

      ຂປລ. ໄລຍະ 5 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 691,72 ຕື້ກວ່າກີບ, ເທົ່າກັບ 60,02%. ​ໃນ​ນັ້ນ, ຮັບ​ຈາກ​ສ່ວຍ​ສາ617,12 ຕື້​ກີບ ​ແລະ ຮັບ​ຈາກ​ຊັບ​ສິນ 74,60 ຕື້​ກີບ ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍ ຮັບຫລັກ ແມ່ນການບໍລິການ ດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

    • ລົງນາມຮ່ວມມືໂຄງການສົ່ງເສີມການສຶກສາ ທັກສະຊີວິດ ເພື່ອຄວາມສະເໝີພາບຍິງ-ຊາຍວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືໂຄງການສົ່ງເສີມການສຶກສາ ທັກສະຊີວິດ ເພື່ອຄວາມສະເໝີພາບຍິງ-ຊາຍ

      7/1/2025 1:04:32 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ແລະ ອົງການຣູມທູຣີດ ປະຈໍາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມ ການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດ ໃນເດືອນກໍລະກົດ 2025 ຫາ ເດືອນມິຖຸນາ 2029 ຢູ່ໃນ 1 ນະຄອນ ແລະ 7 ເມືອງຂອງ 2 ແຂວງ

    • ລົງນາມຮ່ວມມື ສົ່ງເສີມ ການຮຽນ-ການສອນ ເຕັກນິກ-ວິຊາຊີບວັດທະນະທຳ-ສັງຄົມ

      ລົງນາມຮ່ວມມື ສົ່ງເສີມ ການຮຽນ-ການສອນ ເຕັກນິກ-ວິຊາຊີບ

      6/30/2025 1:58:46 PM

      ຂປລ.ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ໂຄງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ເຕັກນິກ-ວິຊາຊີບ ລະຫວ່າງ ໂຮງຮຽນ ເຕັກນິກ-ວິຊາຊີບ ເວດສະພົງ ກະຊວງສຶກສາທິການ ແລະ ກິລາ ກັບ ບໍລິສັດລາວກາເລັກຊີອິນເວດເມັ້ນ ໂຣດິງ ກຣຸບ ຈຳກັດ ແຫ່ງ ສປ ຈີນ

ads
ads

Top