ໄຂງານມະໂຫລານຮູບເງົາອາຊີ-ດ່ານັ້ງ ຄັ້ງທີ 3 ປີ 2025

01/07/2025 14:14
Email Print 115
ຂປລ ໄຂງານມະໂຫລານ ຮູບເງົາ ອາຊີ-ດ່ານັ້ງ (DANAFF) ຄັ້ງທີ 3 ປີ 2025. ດ້ວຍຫົວຂໍ້ “DANAFF - ຂົວຕໍ່ອາຊີ”, ງານມະໂຫລານຮູບເງົາ ອາຊີ-ດ່ານັ້ງ ຄັ້ງທີ 3 ປີ 2025 ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 5 ກໍລະກົດ 2025

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ນະຄອນ ດ່ານັ້ງໄຂງານມະໂຫລານ ຮູບເງົາ ອາຊີ-ດ່ານັ້ງ (DANAFF) ຄັ້ງທີ 3 ປີ 2025. ດ້ວຍຫົວຂໍ້ “DANAFF - ຂົວຕໍ່ອາຊີ”, ງານມະໂຫລານຮູບເງົາ ອາຊີ-ດ່ານັ້ງ ຄັ້ງທີ 3 ປີ 2025 ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 5 ກໍລະກົດ 2025 ຊຶ່ງແມ່ນໂອກາດ ເພື່ອເຊີດຊູຄຸນຄ່າປະດິດຄິດສ້າງ, ຄວາມເປັນຫລາຍຮູບ ຫລາຍແບບ ດ້ານວັດທະນະທຳ ແລະ ຄວາມຄາດຫວັງ ເຊື່ອມຕໍ່ ພື້ນຖານຮູບເງົາ ຢູ່ພາກພື້ນ.ຈາກນັ້ນ ທ່ານ ຫງວຽນ ຊວັນທັງ, ປະທານ ສະພາ ທິດສະດີ ສູນກາງ, ຫົວໜ້າ ສະຖາບັນ ການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສະເໜີ ໃຫ້ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບ ບັນດາກະຊວງ, ຂະແໜງ ການສືບຕໍ່ ຍົກສູງ ຄຸນນະພາບ ການຄົ້ນຄວ້າ, ຈິນຕະນາການ ຍຸດທະສາດ ແລະ ລັກສະນະ ເຊື່ອມໂຍງ ເພື່ອກຳນົດ ສ້າງພື້ນຖານຮູບເງົາ ຫວຽດນາມ ເປັນທັນສະໄໝ, ວັດທະນະທຳມະນຸດ, ເຊື່ອມໂຍງ ເຂົ້າກັບ ສາກົນ, ເຂັ້ມຂຸ້ນໄປດ້ວຍ ສີສັນຊາດ. ງານມະໂຫລານຮູບເງົາຢູ່ ດ່ານັ້ງ ຕ້ອງໄດ້ກຳນົດທິດ ກາຍເປັນໜຶ່ງ ໃນບັນດາງານມະໂຫລານຮູບເງົາສາກົນ ທີ່ມີອິດທິພົນ ຊື່ສຽງ ຢູ່ພາກພື້ນ ອາຊີ ປາຊີຟິກ, ປະກອບສ່ວນ ຍົກສູງ ທີ່ຕັ້ງດ້ານວັດທະນະທຳ ປະດິດ ຄິດສ້າງຂອງ ສສ ຫວຽດນາມ ບົນເວທີສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top