ຝຣັ່ງ ຮຽກຮ້ອງຕໍ່ກຳນົດເວລາເຈລະຈາທາງການຄ້າອີຢູ-ສ.ອາເມລິກາ

01/07/2025 14:14
Email Print 153
ຂປລ ທ່ານ ອີຣິກ ລອມບາດ(Eric Lombard), ລັດຖະມົນຕີ ການເງິນ ຝຣັ່ງ ໄດ້ຮຽກຮ້ອງຕໍ່ ກຳນົດເວລາ ເຈລະຈາ ທາງການຄ້າ ລະຫວ່າງ ສະຫະພາບ ເອີຣົບ (EU) ແລະ ສ.ອາເມລິກາ ພາຍຫລັງ ເວລາ ທີ່ຈະໝົດ ກຳນົດ ໃນວັນທີ 9 ກໍລະກົດ, ເພື່ອຊອກຫາ ຂໍ້ຕົກລົງໃໝ່ ທີ່ດີກ່ວາ.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ອີຣິກ ລອມບາດ(Eric Lombard), ລັດຖະມົນຕີ ການເງິນ ຝຣັ່ງ ໄດ້ຮຽກຮ້ອງຕໍ່ ກຳນົດເວລາ ເຈລະຈາ ທາງການຄ້າ ລະຫວ່າງ ສະຫະພາບ ເອີຣົບ (EU) ແລະ ສ.ອາເມລິກາ ພາຍຫລັງ ເວລາ ທີ່ຈະໝົດ ກຳນົດ ໃນວັນທີ 9 ກໍລະກົດ, ເພື່ອຊອກຫາ ຂໍ້ຕົກລົງໃໝ່ ທີ່ດີກ່ວາ.ຕາມການຕອບສຳພາດ ຂອງໜັງສືພິມ La Tribune Dimanche, ທີ່ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ ທ່ານ ອີຣິກ ລອມບາດ ເຊື່ອໝັ້ນວ່າ ອີຢູ(EU) ຈະບັນລຸ ໄດ້ຂໍ້ຕົກລົງກັບ ສ.ອາເມລິກາ. ເມື່ອເຕື້ອງເຖິງ ຈຸດເວລາໝົດກຳນົດ ແລະ ຫວັງວ່າ ການເຈລະຈາ ທາງການຄ້າ ລະຫວ່າງ EU ກັບ ສ.ອາເມລິກາ ຈະແກ່ຍາວ ເວລາກຳນົດ ໄປຕື່ມອີກ ຄັ້ງໜຶ່ງ ເພື່ອສາມາດ ບັນລຸໄດ້ ຂໍ້ຕົກລົງ ທີ່ດີກ່ວາ ຂໍ້ຕົກລົງ ໃນວັນທີ 9 ກໍລະກົດ.ຂະນະທີ່ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ກຳນົດ ວັນທີ 9 ກໍລະກົດ ແມ່ນຈຸດ ເວລາສຸດທ້າຍ ໃຫ້ແກ່ ໃກ້ແກ່ ການເຈລະຈາ ທາງການຄ້າ ລະຫວ່າງ ປະເທດນີ້ ກັບ EU, ພ້ອມທັງ ກ່າວເຕືອນວ່າ ເລື່ອງບໍ່ບັນລຸ ໄດ້ຂໍ້ຕົກລົງ ອາດຈະພາໄປເຖິງ ການກະທຳຂອງ ວໍຊິງຕັນ ໃນການຈັດວາງ ອັດຕາພາສີ ສູງກວ່າ ທີ່ຕໍ່ສິນຄ້າ ຊະນິດຕ່າງໆ ນັບແຕ່ ລົດໂອໂຕ ຕະຫລອດ ຮອດຜະລິດ ຕະພັນການຢາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top