ຂປລ
ໃນລະຫວ່າງ ວັນທີ 30 ມິຖຸນາ ຫາ ວັນທີ 1 ກໍລະກົດນີ້ ຢູ່ນະຄອນ ຫລວງ ກົວລາ ລຳເບີ ຂອງມາເລເຊຍ, ຄະນະກຳມະການ ລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR) ໄດ້ຈັດກອງປະຊຸມ ໃນພາກພື້ນ ເພື່ອແນໃສ່ ຊຸກຍູ້ ບັນດາການເຄື່ອນໄຫວ ດຳເນີນ ທຸລະກິດ ແລະ ສິດທິມະນຸດ ໂດຍມີລັກສະນະ ກວມລວມ ກ່ຽວກັບ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໃນລະຫວ່າງ ວັນທີ 30 ມິຖຸນາ ຫາ ວັນທີ 1 ກໍລະກົດນີ້ ຢູ່ນະຄອນ ຫລວງ ກົວລາ ລຳເບີ ຂອງມາເລເຊຍ, ຄະນະກຳມະການ ລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR) ໄດ້ຈັດກອງປະຊຸມ ໃນພາກພື້ນ ເພື່ອແນໃສ່ ຊຸກຍູ້ ບັນດາການເຄື່ອນໄຫວ ດຳເນີນ ທຸລະກິດ ແລະ ສິດທິມະນຸດ ໂດຍມີລັກສະນະ ກວມລວມ ກ່ຽວກັບ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ. ກອງປະຊຸມຄັ້ງນີ້ ນຳໂດຍ ມາເລເຊຍ, ປະເທດ ປະທານ ອາຊຽນ 2025 ເປັນເຈົ້າພາບ. ພາຍໃຕ້ຫົວຂໍ້ “ກອງປະຊຸມ ພາກພື້ນ ອາຊຽນ ກ່ຽວກັບ ທັດສະນະ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນການດຳເນີນ ທຸລະກິດ ແລະ ສິດທິມະນຸດ”, ບັນດາ ຜູ້ແທນ ໄດ້ສຸມໃສ່ ການສ້າງຂອບເຂດ ການແກ້ໄຂ ບັນດາສິ່ງທ້າທາຍ ກ່ຽວກັບເພດ ແລະ ການປະພຶດ ກ່ຽວກັບ ດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີ ການປົກປ້ອງສິດ ໃຫ້ແກ່ ແມ່ຍິງ ແລະ ເດັກນ້ອຍ. ກອງປະຊຸມດັ່ງກ່າວ ແມ່ນການເຄື່ອນໄຫວຂອງ AICHR ກ່ອນດຳເນີນ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ເຊິ່ງຈະດຳເນີນ ແຕ່ວັນທີ 8 – 11 ກໍລະກົດ ຢູ່ນະຄອນຫລວງ ກົວລາລຳເປີ. ຂະນະທີ່ ສສ ຫວຽດນາມ ເປັນປະທານ ວາລະໜຶ່ງ ຂອງກອງປະຊຸມ ວ່າດ້ວຍຫົວຂໍ້ “ປະສານ ທັດສະນະ ທາງເພດເຂົ້າ ໃນນະໂຍບາຍ, ຂັ້ນຕອນ, ກົນໄກ ແລະ ການເຄື່ອນໄຫວ ດຳເນີນ ທຸລະກິດ”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL