ຂປລ
ເວທີປຶກສາຫາລື ສຳນັກ ຂ່າວສານຈີນ-ອາຊີກາງ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງອາສຕານາ ປະເທດ ກາຊັກສະຖານ ເມື່ອບໍ່ດົນມານີ້, ເຊິ່ງຖືເປັນໜຶ່ງ ໃນຜົນງານ ຂອງກອງປະຊຸມສຸດຍອດຈີນ-ອາຊີກາງ ຄັ້ງທີ2

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເວທີປຶກສາຫາລື ສຳນັກ ຂ່າວສານຈີນ-ອາຊີກາງ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງອາສຕານາ ປະເທດ ກາຊັກສະຖານ ເມື່ອບໍ່ດົນມານີ້, ເຊິ່ງຖືເປັນໜຶ່ງ ໃນຜົນງານ ຂອງກອງປະຊຸມສຸດຍອດຈີນ-ອາຊີກາງ ຄັ້ງທີ2. ເວທີດັ່ງກ່າວ ແມ່ນສຳນັກ ຂ່າວສານ ຊິນຮວາ ຂອງ ສປ ຈີນ ເປັນຝ່າຍສະເໜີ ແລະ ຜູ້ຈັດ, ຜູ້ຮັບຜິດຊອບຈາກສຳນັກຂ່າວສານຊິນຮວາ, ວິທະຍຸໂທລະພາບປະທານາທິບໍດີກາຊັກສະຖານ, ສຳນັກຂ່າວສານແຫ່ງຊາດຄາບາຂອງກຽກກິດ ສະຖານ, ສຳນັກຂ່າວສານແຫ່ງຊາດ ໂຄວາຂອງຕາຈິກິດສະຖານ ແລະສຳນັກຂ່າວສານແຫ່ງຊາດອຸດສະເບກິດສະຖານໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.ບັນດາຝ່າຍ ທີ່ຮ່ວມປະຊຸມໄດ້ເຫັນວ່າ: ໂລກໃນປັດຈຸບັນມີການປ່ຽນແປງແລະຄວາມວຸ້ນວາຍຢ່າງຫຼວງຫຼາຍ, ເມື່ອຜະເຊີນໜ້າກັບ ສິ່ງທ້າທາຍຫລາຍຢ່າງ ເຊັ່ນ: ການເຜີຍແຜ່ ຂໍ້ມູນຂ່າວສານ ບໍ່ມີມູນຄວາມຈິງ ເປັນຕົ້ນ, ສື່ມວນຊົນຂອງຈີນ ແລະ ອາຊີກາງ ຄວນສາມັກຄີກັນ ຢ່າງແໜ້ນແຟ້ນ ເພື່ອສ້າງ ສະພາບແວດລ້ອມ ດ້ານຄວາມຄິດເຫັນ ສາທາລະນະ ທີ່ດີໃຫ້ແກ່ ການພັດທະນາໂດຍສັນຕິ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL