ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ

24/06/2025 17:43
ຂປລ ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ

ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ປະກອບມີ XI ພາກ, 6 ໝວດ, 56 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ (ສສຊ) ກໍໄດ້ປະກອບຄຳຄິດຄຳເຫັນ ຕໍ່ຮ່າງກົດໝາຍດັ່ງກ່າວ, ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ລະອຽດຈະແຈ້ງ ແລະ ເຂົ້າໃຈງ່າຍ ແນໃສ່ເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງ, ຕິດຕາມກວດກາວຽກງານປ້າຍ ໃຫ້ເປັນລະບົບລະບຽບຮຽບຮ້ອຍ, ມີຄວາມຖືກຕ້ອງ, ມີລັກສະນະຊາດ ແລະ     ມີຄວາມເປັນ​ເອ ກະພາບ ໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.



ໂອກາດນີ້
, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານປ້າຍ ນັບແຕ່ປະກາດໃຊ້ ກົດໝາຍວ່າດ້ວຍປ້າຍປີ 2018 ເປັນຕົ້ນມາ ເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ມີຫລາຍບັນຫາ ຈຶ່ງເປັນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍປ້າຍ ເພື່ອເຮັດໃຫ້ວຽກງານປ້າຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ມີຄວາມເອກະພາບ, ສາມາດຮັກສາໄດ້ ລັກສະນະຊາດ, ລັດ​ສະ​ນະກ້າວໜ້າ ແລະ ລັກສະນະມະຫາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ປັບປຸງສາຍພົວພັນການດໍາເນີນທຸລະກິດ ກ່ຽວກັບປ້າຍໃຫ້ສອດຄ່ອງ; ແກ້ໄຂການແບ່ງຂັ້ນຄຸ້ມຄອງ ແລະ ເກັບລາຍຮັບວິຊາການຖອກ ເຂົ້າງົບປະມານ ໃຫ້ບັນລຸຕາມຄາດໝາຍ; ແກ້ໄຂການຜະລິດ ແລະ ການຫ້າມນຳເຂົ້າປ້າຍຈາກຕ່າງປະເທດ ທີ່ຂຽນຕົວໜັງສືບໍ່ຖືກ ຕາມຫລັກໄວຍະກອນລາວ, ສີສັນຂອງປ້າຍບໍ່ສອດຄ່ອງກັບ ເອກະລັກວັດທະນະທຳຂອງລາວ; ກໍານົດຮູບແບບຂອງປ້າຍໃຫ້ຄົບຖ້ວນ ເຮັດໃຫ້ການຄຸ້ມຄອງງ່າຍຂຶ້ນ; ກໍານົດການຂໍອະນຸຍາດນຳໃຊ້ປ້າຍ, ການດຳເນີນທຸລະກິດປ້າຍ, ເວລານໍາໃຊ້ປ້າຍໃຫ້ຄົບຖ້ວນ ແລະ ບັນຫາອື່ນໆ.




ເມື່ອຮ່າງກົດໝາຍວ່າດ້ວຍປ້າຍ ໄດ້ປະກາດໃຊ້ຈະເຮັດໃຫ້ເນື້ອໃນ ກົດໝາຍມີຄວາມອຸດົມສົມ ບູນ
, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດ ແລະ ຕອບສະໜອງທັນກັບ ສະພາບການຂະຫຍາຍຕົວ ຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ; ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານປ້າຍ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ເປັນລະບົບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; ເປັນເຄື່ອງມື ແລະ ເປັນບ່ອນອີງ ໃນການເຄື່ອນໄຫວວຽກງານການປ້າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງນໍາໃຊ້ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມກວດກາວຽກງານປ້າຍ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວຽກງານປ້າຍໃຫ້ດີຂຶ້ນກວ່າເກົ່າ; ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍຢ່າງຈະແຈ້ງ ຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ສົ່ງເສີມວຽກງານປ້າຍ, ຍົກສູງສະຕິຊາດ, ຄວາມເປັນເອກະລາດ ແລະ ເປັນເຈົ້າຕົນເອງຂອງປະຊາຊົນ ບັນດາເຜົ່າໃຫ້ສູງຂຶ້ນ; ສ້າງລາຍຮັບເຂົ້າງົບປະມານລັດເພີ່ມຂຶ້ນ ແລະ ການນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງປ້າຍ ຢ່າງມີປະສິດທິຜົນ, ໂປ່ງໃສ ແລະ ກວດສອບໄດ້; ແກ້ໄຂບັນຫາບໍລິສັດຜະລິດປ້າຍ ທີ່ບໍ່ທັນດຳເນີນກິດຈະການຢ່າງຖືກຕ້ອງ ໃຫ້ຫັນເຂົ້າສູ່ລະບຽບການ; ແກ້ໄຂບັນຫາໃນການຕິດຕັ້ງປ້າຍ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງຕາມລະບຽບການທີ່ກໍານົດໄວ້.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • 100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດການເມືອງ

      100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດ

      6/24/2025 5:55:50 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ

    • ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025ການເມືອງ

      ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025

      6/24/2025 5:51:41 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

    • ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີການເມືອງ

      ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

      6/24/2025 4:24:32 PM

      ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດ​ຂຶ້ນ​ໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

    • ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

      6/24/2025 3:45:08 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.

    • ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງ

      6/24/2025 3:38:26 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າໃນວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ).

ads
ads

Top