ຂປລ
ກອງປະຊຸມ ຜູ້ນຳໜ້າໃໝ່ ຄັ້ງທີ 16 ຂອງ ເວທີປຶກສາຫາລື ເສດຖະກິດໂລກ ກໍຄື ກອງປະຊຸມເວທີປຶກສາຫາລື ດາໂວສລະດູຮ້ອນ ຈະຈັດຂຶ້ນ ຢູ່ນະຄອນທຽນສິນຂອງ ສປ ຈີນ
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ລະຫວ່າງ ວັນທີ 24-26 ມິຖຸນານີ້, ກອງປະຊຸມ ຜູ້ນຳໜ້າໃໝ່ ຄັ້ງທີ 16 ຂອງ ເວທີປຶກສາຫາລື ເສດຖະກິດໂລກ ກໍຄື ກອງປະຊຸມເວທີປຶກສາຫາລື ດາໂວສລະດູຮ້ອນ ຈະຈັດຂຶ້ນ ຢູ່ນະຄອນທຽນສິນຂອງ ສປ ຈີນ, ແຂກພາຍໃນ ແລະ ຕ່າງປະເທດ ຈະເຕົ້າໂຮມກັນຢູ່ ນະຄອນທຽນສິນ ແລະ ແລກປ່ຽນ ຄວາມຄິດຄວາມເຫັນກັນ. ກອງປະຊຸມເວທີປຶກສາຫາລື ດາໂວສປີນີ້ ເອົາໃຈໃສ່ ເປັນພິເສດ ຕໍ່ການປ່ອຍກາກບອນຕ່ຳ ແລະ ການອະນຸລັກ ສິ່ງແວດລ້ອມ, ລະບົບໄຟຟ້າ ຢູ່ຫໍປະຊຸມ ແມ່ນຜະລິດໂດຍ ພະລັງງານສີຂຽວ 100%, ຍອດປະລິມານໄຟຟ້າສີຂຽວແມ່ນ 800.000 ກິໂລວັດໂມງ, ເທົ່າກັບການຫລຸດການເຜົາຖ່ານ ປະມານ 300 ໂຕນ ແລະ ຫລຸດການປ່ອຍກາກບອນ ດີອອກຊິດ ປະມານ 600 ໂຕນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL