ຂປລ
ເລກສະຖິຕິ ຫລ້າສຸດ ທີ່ເປີດເຜີຍ ໂດຍອົງການ ພະລັງງານ ແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ນັບມາຮອດ ທ້າຍເດືອນ ພຶດສະພານີ້, ຄວາມສາມາດຜະລິດໄຟຟ້າ ພະລັງງານແສງຕາເວັນຂອງ ສປ ຈີນ ໄດ້ບັນລຸ 1 ຕື້ກິໂລວັດ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເລກສະຖິຕິ ຫລ້າສຸດ ທີ່ເປີດເຜີຍ ໂດຍອົງການ ພະລັງງານ ແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ນັບມາຮອດ ທ້າຍເດືອນ ພຶດສະພານີ້, ຄວາມສາມາດຜະລິດໄຟຟ້າ ພະລັງງານແສງຕາເວັນຂອງ ສປ ຈີນ ໄດ້ບັນລຸ 1 ຕື້ກິໂລວັດ, ກວມເອົາ ເກືອບ 30%ຂອງຄວາມສາມາດ ຜະລິດໄຟຟ້າ ທີ່ຕິດຕັ້ງ ທັງໝົດຂອງ ສປ ຈີນ. ຄວາມສາມາດຜະລິດໄຟຟ້າ ພະລັງງານ ແສງຕາເວັນ ທັງໝົດ ໃນທົ່ວໂລກ ເກືອບເຄິ່ງໜຶ່ງ ແມ່ນຜະລິດໂດຍ ສປ ຈີນ.ຄວາມສາມາດ ຜະລິດໄຟຟ້າ ພະລັງງານ ແສງຕາເວັນ ຂອງ ສປ ຈີນ ບັນລຸ 1 ຕື້ກິໂລວັດ ໄດ້ສະແດງໃຫ້ເຫັນເຖິງ ສປ ຈີນໄດ້ປັບປຸງໂຄງສ້າງພະລັງງານໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງ ແລະ ເລັ່ງລັດການສ້າງ ລະບົບພະລັງງານແບບໃໝ່, ພ້ອມດຽວກັນນັ້ນ, ການນຳໃຊ້ພະລັງງານແສງຕາເວັນ ເປັນຈຳນວນ ຫລວງຫລາຍ ໄດ້ປ່ຽນແປງໂຄງ ປະກອບການຜະລິດ ແລະ ການບໍລິໂພກ ດ້ານພະລັງງານ ຢ່າງເລິກເຊິ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL