100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດ

24/06/2025 17:55
Email Print 160
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ ໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/1925-21/6/2025) ​ໂດຍ​ໄດ້ຕີລາຄາຕໍ່ບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0 ແລະ ເຕັກໂນໂລຊີ ປັນຍາປະດິດ (AI), ໂອກາດ ແລະ ສິ່ງທ້າທາຍ ສໍາລັບນັກຂ່າວໃນການເຄື່ອນໄຫວວຽກງານວ່າ:  “100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມພາລະກິດອັນມີກຽດສະຫງ່າຂອງພັກ ແລະ ຂອງຊົນຊາດ” ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມກັບປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານພວກລ່າເມືອງທັງ​ເກົ່າ ​ແລະ ​ໃໝ່, ປະກອບສ່ວນສຳຄັນເຂົ້າ ໃນໄຊຊະນະ ໃນການປະຕິວັດຊາດ ປະຊາທິປະໄຕປະຊາຊົນ, ທ້ອນໂຮມປະເທດຊາດ; ຮ່ວມກັບປະຊາຊົນບັນດາເຜົ່າ ກໍ່ສ້າງສັງຄົມນິຍົມ ໃນຂອບເຂດທົ່ວປະເທດ ແລະ ທັງໃນໄລຍະປ່ຽນແປງໃໝ່, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ສະຫາຍ ຄໍາພັນ ເຜີຍຍະວົງ ​ໄດ້​ກ່າວ​ວ່າ: ໃນສະພາບການໃໝ່ນີ້, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາໃໝ່ ໄດ້ຖືກຍົກຂຶ້ນ ຕໍ່ສື່ມວນຊົນປະຕິວັດຫວຽດນາມ ທີ່ຕ້ອງຜະເຊີນ ຊຶ່ງຕ້ອງມີວິທີການແກ້ໄຂ ກໍ່ສ້າງ ແລະ ພັດທະນາສື່ມວນຊົນປະຕິວັດຫວຽດນາມ ໃນຍຸກໃໝ່. ຕາມທັດສະນະຂອງຂ້າພະ ເຈົ້າແລ້ວ, ຍຸກຂອງການປະຕິວັດອຸດສາຫະກຳ 4.0 ມີການຂະຫຍາຍໂຕຢ່າງໄວວາ ຂອງເຕັກໂນໂລຊີດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່(Big Data), ອິນເຕີເນັດເຊື່ອມຕໍ່ທຸກສິ່ງ (IoT), ເຄື່ອຂ່າຍສັງຄົມອອນລາຍ... ບໍ່ພຽງແຕ່ນໍາມາເຊິ່ງບັນດາໂອກາດ ແຕ່ຍັງມີຫລາຍສິ່ງທ້າຍທາ ຕໍ່ສື່ມວນຊົນປະຕິວັດຫວຽດນາມ. ການປະຕິວັດອຸດສາຫະກຳ 4.0 ໄດ້ປ່ຽນກິດຈະກຳທາງດ້ານເສດຖະ ກິດ ແລະ ສັງຄົມທັງໝົດຂອງມະນຸດ, ນັບ​ທັງຂົງເຂດສື່ມວນຊົນ ກໍບໍ່ສາມາດຫລີກລ່ຽງໄດ້; ສື່ມວນຊົນ ກໍຄື ສື່ມວນຊົນປະຕິວັດຫວຽດນາມ ໃນຖານະຜູ້ຜະລິດຜະລິດຕະພັນ ດ້ານສື່ໂຄສະນາເຜີຍແຜ່ ຂໍ້ມູນ-ຂ່າວສານ ຕ້ອງໄດ້ຫັນປ່ຽນຍຸດທະສາດ ການຜະລິດທີ່ເໝາະສົມ ກັບຄວາມຕ້ອງການ ແລະ ແບບວິທີການເຂົ້າເຖິງ, ລົດນິຍົມຂອງປະຊາຊົນ; ຖ້າບໍ່ດັ່ງນັ້ນ, ບົດບາດຂອງສື່ມວນຊົນ ແລະ ນັກຂ່າວ ໂດຍສະເພາະ ສື່ມວນຊົນປະຕິວັດ ແລະ ນັກຂ່າວ ທີ່ເປັນທາງການຂອງພັກ-ລັດ ກໍຈະຄ່ອຍໆສູນເສຍບົດບາດໄປ.

ປັດຈຸບັນ, ສື່ມວນຊົນ ໄດ້ຫັນມານໍາໃຊ້ສື່ສັງຄົມອອນລາຍ ເຊັ່ນ: facebook, youtube, Zalo, tiktok,ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ; ຂະນະທີ່ບັນດາເຕັກໂນໂລຊີຕ່າງໆ ເປັນຕົ້ນ AIກໍກໍາລັງພັດທະນາຢ່າງກ້າວກະໂດດ ໂດຍສະເພາະມີເຕັກໂນໂລຊີ ທີ່ສາມາດປະມວນພາບ ແລະ ຂໍ້ຄວາມຕາມທີ່ຜູ້ໃຊ້ປ້ອນຂໍ້ມູນໃຫ້ ຊຶ່ງເປັນປະໂຫຍດໃນການຊ່ວຍເຫລືອໃຫ້ຜູ້ໃຊ້ ລວມທັງຜູ້ທີ່ຢູ່ໃນຂົງເຂດສື່ມວນຊົນ ເຮັດວຽກໄດ້ສະດວກ ແລະ ໄວຂຶ້ນ ເຮັດໃຫ້ AIກໍາລັງແຜ່ຫລາຍໄປຍັງອຸດສາຫະກຳຕ່າງໆ ລວມທັງສື່ມວນຊົນ ແລະ ເປັນກາລະໂອກາດ ໃນການພັດທະນາບຸກຄະລາກອນສື່ມວນຊົນ ທັງເປັນໂອກາດສ້າງສັນຜົນງານໃໝ່ ຕາມຄວາມນິຍົມຂອງສັງຄົມ, ອາດຈະສາມາດຫັນປ່ຽນການໂຄສະນາ ແນວທາງນະໂຍບາຍຂອງພັກ ໄປສູ່ຮູບການໂຄສະນາແບບໃໝ່ ເປັນຊ່ອງທາງທີ່ໄວໜຸ່ມກຳລັງຕິດຕາມ ແລະ ໃຫ້ຄວາມສົນໃຈ. ແຕ່ເຖິງຢ່າງໃດກໍຕາມ, ໃນຫລາຍປະເທດກໍຍັງນໍາໃຊ້ ຢ່າງມີຄວາມລະມັດລະວັງ ເພາະການນໍາເຕັກໂນໂລຊີ AIມາມີສ່ວນໃນການເຮັດວຽກດ້ານສື່ມວນຊົນ ອາດນໍາມາຫລາຍບັນຫາ ທີ່ກະທົບຕໍ່ຈັນຍາບັນນັກຂ່າວ ຊຶ່ງບາງປະເທດທີ່ລະບົບເຕັກໂນໂລຊີ ນີ້ບໍ່ທັນຮອງຮັບພາສາໄດ້ດີ, ເວລາປ້ອນຂໍ້ມູນໃຫ້ລະບົບເຕັກໂນໂລຊີ AIເຮັດວຽກມັກຈະມີຂໍ້ມູນທີ່ຜິດພາດ, ການຄໍານວນໂຕເລກຜິດ ແລະການໃຊ້ພາສາທີ່ບໍ່ເໝາະສົມ, ມີການກ່າຍເນື້ອໃນ ຈາກສຳນັກຂ່າວອື່ນ ຂໍ້ມູນທີ່ໄດ້ມາບໍ່ຈະແຈ້ງ.

ສະນັ້ນ, ເມື່ອເຫັນໄດ້ເຖິງບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0ແລະ ເຕັກໂນໂລຊີປັນຍາປະດິດ ໂອກາດ ແລະ ສິ່ງທ້າທາຍສໍາລັບນັກຂ່າວໃນ ການເຄື່ອນໄຫວວຽກງານ ດ້ານການຂ່າວ ຄືດັ່ງຍົກຂຶ້ນມານັ້ນ, ອົງການສື່ມວນຊົນ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ສ້າງເງື່ອນໄຂໃນການພັດທະນານັກຂ່າວ ໃຫ້ມີຄວາມສຳນານໃນການນໍາໃຊ້ເຕັກໂນໂລຊີ ແລະ ຕິດພັນກັບການກຳແໜ້ນ ແນວທາງນະໂຍບາຍ ຂອງພັກ-ລັດ, ລະບຽບກົດໝາຍ ແລະ ຈັນຍາບັນນັກຂ່າວ, ບໍ່ຄວນອີງໃສ່ແຕ່ເຕັກໂນໂລຊີຈົນຫລາຍເກີນໄປ; ຕິດຕາມຢ່າງໃກ້ຊິດ ບັນດາສື່ສັງຄົມອອນລາຍ ເພື່ອຄົ້ນເຫັນ ແລະ ຕີຖອຍຂໍ້ມູນ-ຂ່າວສານ ທີ່ບິດເບື່ອນໃສ່ຮ້າຍປ້າຍສີ ເພື່ອສ້າງໃຫ້ສັງຄົມເຂົ້າໃຈ ແລະ ທັງເປັນການຍົກສູງບົດບາດຂອງສື່ມວນຊົນ.


ຂໍ້​ມູນ-ພາບ: ສໍານັກ​ຂ່າວສານ​ຫວຽດ​ນາມ ປະ​ຈໍາ​ລາວ

KPL

ຂ່າວອື່ນໆ

    • ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025ການເມືອງ

      ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025

      6/24/2025 5:51:41 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

    • ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງການເມືອງ

      ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ

      6/24/2025 5:43:14 PM

      ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ

    • ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີການເມືອງ

      ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

      6/24/2025 4:24:32 PM

      ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດ​ຂຶ້ນ​ໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

    • ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

      6/24/2025 3:45:08 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.

    • ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງ

      6/24/2025 3:38:26 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າໃນວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ).

ads
ads

Top