ຂປລ
ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ໄດ້ໃຫ້ຮູ້ບາງວຽກງານການຈັດຕ້ັງປະຕິບັດ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15..
*ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ໄດ້ໃຫ້ຮູ້ບາງວຽກງານການຈັດຕ້ັງປະຕິບັດ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ວ່າ: ມາຮອດປັດຈຸບັນ ແມ່ນໄດ້ກ້າວເຂົ້າປີທີ 5 ທີ່ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ທີ 15 ກໍຄືສະພາປະຊາຊົນແຂວງຈໍາປາສັກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໃນສະພາບແວດລ້ອມທີ່ປະເທດເຮົາຜະເຊີນໜ້າກັບຫລາຍບັນຫາສິ່ງທ້າທາຍ ເວົ້າລວມ; ເວົ້າສະເພາະແຂວງຈໍາປາສັກ ເຊິ່ງເປັນສິ່ງບໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການ ຈັດຕັ້ງປະຕິບັດ ແລະ ພັດທະນາເສດ ຖະກິດ-ສັງຄົມເປັນຕົ້ນ ສະພາບໄພພິ ບັດທາງທຳມະຊາດ, ການລະບາດ ຂອງພະຍາດໂຄວິດ, ປະເທດຊາດ ໄດ້ພົບບັນຫາຄວາມຫຍຸ້ງຍາກ ທາງ ດ້ານເສດຖະກິດ, ໄພເງິນເຟີ້, ລາຄາ ສິນຄ້າແພງ, ເງິນຕາຕ່າງປະເທດ. ໃນຂະນະດຽວກັນນີ້, ກຸ່ມຄົນບໍ່ຫວັງດີສວຍໃຊ້ຄວາມຫຍຸ້ງຍາກດັ່ງກ່າວ ນີ້ວິພາກວິຈານຕໍ່ບົດບາດການນໍາພາ ແລະ ການບໍລິຫານວຽກງານຂອງລັດຖະບານກໍ່ຄືຢູ່ທ້ອງຖິ່ນຂອງພວກເຮົາ; ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ປະເທດຊາດກໍ່ຄືປະຊາຊົນໄດ້ມອບໝາຍໃຫ້ຄະນະພັກ, ອົງການປົກຄອງແຂວງ ແລະ ພາຍໃຕ້ການຊຸກຍູ້ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 15, ສະ ພາປະຊາຊົນແຂວງ ແລະ ການຮ່ວມແຮງຮ່ວມໃຈດ້ວຍຄວາມເປັນເອກະພາບສູງຂອງທຸກພາກສ່ວນພາຍໃນ ແຂວງຈຳປາສັກ ຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ລວມ, ຄາດໝາຍ ແລະ ວຽກຈຸດສຸມທີ່ວາງອອກໄດ້ຮັບຜົນສຳເລັດໃນຫລາຍດ້ານ, ແຂວງຈຳປາສັກ ມີສະເຖຍນະພາບທາງດ້ານການເມືອງ, ສັງຄົມໃຫ້ມີຄວາມສະຫງົບ ແລະ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຜ່ານມາໄດ້ລົງພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາ, ບັນດາບ້ານຂອງເມືອງ, ນະຄອນໃນທ່ົວແຂວງໄດ້ທັງໝົດ 499 ຈຸດ; ໃນນັ້ນລວມມີ 440 ບ້ານ, 56 ກົມກອງ, 3 ສະຖາບັນການສຶກສາມີຈຳນວນພົນເຂົ້າຮ່ວມທັງໝົດ 20.162 ເທື່ອຄົນ. ນອກນັ້ນຍັງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ໃນແຕ່ລະໄລຍະຜ່ານໂທລະພາບ, ວິທະຍຸ, ໜັງສືພີມ, ຜ່ານເຟສບຸກ ສະພາປະຊາຊົນແຂວງ ແລະ ລາຍການຜູ້ແທນປະຊາຊົນຂອງແຂວງຈຳປາສັກ ຢ່າງເປັນປົກກະຕິຕໍ່ເນື່ອງ.
ສັງລວມແລ້ວ ການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນບັນດາເຜົ່າຕະຫລອດໄລຍະ 4 ປີຜ່ານມາ ເຮັດໃຫ້ປະຊາຊົນບັນດາເຜົ່າທົ່ວແຂວງຈໍາປາສັກ ຮັບຮູ້ ແລະ ເຂ້ົາໃຈໃນການປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ, ມະຕິກອງປະຊຸມຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ເຮັດໃຫ້ປະຊາຊົນມີ ສ່ວນຮ່ວມໃນການຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ອັນພົ້ນເດັ່ນແມ່ນການປະຕິບັດພັນທະຂອງປະຊາຊົນໃນການປະກອບສ່ວນຕໍ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການເສຍພັນທະພາສີ-ອາກອນ, ການມີສ່ວນຮ່ວມໃນການສ້າງເສັ້ນທາງໃນແຕ່ລະບ້ານ, ເມືອງ ແລະ ຂະບວນການພັດທະນາແຫລ່ງທ່ອງທ່ຽວ ເຊິ່ງສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເປັນຈຳນວນຫລວງຫລາຍ.
ສຳລັບການລົງ ພົບປະປະຊາຊົນແຕ່ລະຄັ້ງໄດ້ນໍາເອົາຫລາຍບັນຫາ, ຂໍ້ຄົງຄ້າງຂອງອົງການບໍລິຫານລັດຂັ້ນທ້ອງຖິ່ນເຫັນວ່າຍັງບໍ່ທັນຖືກຕ້ອງຕາມລະບຽບກົດໝາຍມາສະເໜີຕໍ່ສະພາປະຊາຊົນແຂວງ ເພື່ອນຳໄປຊຸກຍູ້ໃຫ້ອົງການປົກຄອງ, ພາກສ່ວນກ່ຽວຂ້ອງປັບປຸງ, ແກ້ໄຂໃຫ້ຖືກຕ້ອງທັງໜົດ 1.438 ບັນຫາ, ໃນນັ້ນອະທິບາຍຕອບແກ້ໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບແລ້ວ 573 ບັນຫາ, ມອບໃຫ້ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ນະຄອນ ຊຸກຍູ້ຂະແໜງການກ່ຽວຂ້ອງ ພິຈາລະນາແກ້ໄຂ 521 ບັນຫາ ຜ່ານ ມາເຫັນວ່າຫລາຍບັນຫາກໍ່ໄດ້ຮັບການ ແກ້ໄຂ ເຊິ່ງເປັນການປະກອບສ່ວນ ປັບປຸງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ; ການບໍລິຫານ ລັດຂ້ັນທ້ອງຖ່ິນ (ຂັ້ນແຂວງ, ຂ້ັນ ເມືອງ, ບ້ານ) ສະຕິເຄົາລົບຕໍ່ລະບຽບກົດໝາຍຂອງອົງການເຫລົ່ານັ້ນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ ແລະ ໄດ້ສົ່ງຜົນໃນທາງທີ່ດີຕໍ່ບົດບາດຂອງສະພາໃນການປະກອບສ່ວນຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງອົງການທີ່ກ່ຽວຂ້ອງຖືກຕ້ອງຕາມລະບຽບກົດໝາຍ; ບົດບາດຂອງສະພາໃນຖານະເປັນອົງການຕິດຕາມກວດກາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນຂັ້ນທ້ອງຖິ່ນກໍ່ສູງເດັ່ນຂຶ້ນກ່າວເກົ່າ; ປະຊາຊົນຮູ້ນໍາໃຊ້ສິດປະຊາທິປະໄຕຂອງຕົນຖືກຕ້ອງຕາມລັດຖະທໍາມະ ນູນ ແລະ ກົດໝາຍສະແດງອອກໃນ ເວລາລົງພົບປະປະຊາຊົນໄດ້ສະເໜີ ໂດຍກົງຕໍ່ຕົວແທນຂອງຕົນ ແລະ ໄດ້ ຍື່ນຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນ ທໍາຕໍ່ອົງການທີ່ເປັນຕົວແທນຂອງຕົນ ໃນຂັ້ນທ້ອງຖິ່ນຖືກຕ້ອງຕາມຂັ້ນຕອນ ຂອງກົດໝາຍກຳນົດໄວ້ ແລະ ທຸກໆຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ທີ່ສະເໜີຜ່ານສະພາປະຊາຊົນແຂວງການນຳ ແລະ ຄະນະກຳມະການການທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງຖືເປັນວຽກບຸລິມະສິດໃນການຄົ້ນຄວ້າພິຈາລະນາແກ້ໄຂໃຫ້ທັນການ ສະແດງອອກໃນ 4 ປີຜ່ານມາມີຄຳຮ້ອງຂໍຄວາມເປັນທຳ ທັງໜົດ 139 ເລື່ອງ, ແກ້ໄຂສຳເລັດ ແລ້ວ 138 ເລື່ອງ , ພວມດຳເນີນການ ແກ້ໄຂ 1 ເລື່ອງ. ທີ່ກ່າວມານັ້ນ, ແມ່ນ ຜົນສໍາເລັດທີ່ພົ້ນເດັ່ນໃນໄລຍະຜ່ານ ມາຂອງການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃນທຸກຂົງເຂດວຽກງານຂອງແຂວງຈໍາປາສັກ ເປັນຕົ້ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນໄລຍະໃໝ່ຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ- ລັດຖະກອນ, ກໍາລັງປະກອບອາວຸດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ທັງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຂອງແຂວງໃນໄລຍະ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຕາມຄາດໝາຍ.
ໂດຍ: ມາລີດາ
KPL