ຂປລ
ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດຂຶ້ນໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດຂຶ້ນໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ; ສະຫາຍ ນາງ ລີວົງ ລາວລີ ກຳມະ ການສຳຮອງສູນກາງພັກ, ຮອງລັດຖະມົນຕີ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຄະນະໜ່ວຍພັກຮາກຖານ, ພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານໃຫ້ຊາບກ່ຽວກັບການກະກຽມ, ການດຳເນີນ ແລະ ຜົນໄດ້ຮັບຈາກການປັບປຸງກົງຈັກການຈັດຕັ້ງ ຫສນຍ ແລະ ທິດທາງແຜນການໃນຕໍ່ໜ້າ ວ່າ: ໂດຍປະຕິບັດຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການ ຈັດຕັ້ງ; ມະຕິ 05 ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງ ແລະ ຄຳແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 456 ກ່ຽວກັບການປັບປຸງກົງຈັກການຈັດ ຕັ້ງ, ຄະນະຮັບຜິດຊອບ ໄດ້ເຮັດວຽກງານການເມືອງແນວຄິດ ຂອງພະນັກງານ-ລັດຖະກອນ ໄປຄຽງຄູ່ກັບການດຳເນີນວຽກງານແຕ່ລະດ້ານ ເປັນຕົ້ນ ໄດ້ຄົ້ນຄວ້າປັບປຸງການຈັດຕັ້ງ, ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ; ຄົ້ນຄວ້າຜູ້ຄົບເງື່ອນໄຂຮັບນະໂຍບາຍອຸດໜູນບໍານານ; ຄົ້ນຄວ້າບັນຈຸສັບ ຊ້ອນ, ຈັດວາງພະນັກງານຂັ້ນຫົວໜ້າກົມ, ຮອງຫົວໜ້າກົມ ຂອງບາງກົມ; ໄດ້ຂຶ້ນບັນຊີຊັບສິນຂອງລັດ ທີ່ຂຶ້ນກັບ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ. ຜ່ານການຄົ້ນຄວ້າ ແລະ ດຳເນີນການປັບຸງຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງໄດ້ຕົກລົງໂຮມເອົາວຽກງານ 4 ກົມ ແລະ ທຽບເທົ່າ, ພ້ອມທັັງ ບຸກຄະລາກອນ 131 ທ່ານ (ຍິງ 54 ທ່ານ) ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ.

ໃນໂອກາດດຽວກັນ, ສະຫາຍ ນາງ ລີວົງ ລາວລີ ໄດ້ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 215, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຮັບຮອງກົງຈັກການຈັດຕັ້ງ ແລະ ບຸກຄະ ລາກອນ ຂອງ ຫສນຍ ເຊິ່ງປະກອບມີ 10 ກົມ ແລະ 1 ຫົວໜ່ວຍວິຊາການ ຄື: ກົມເລຂາ; ກົມຄົ້ນຄວ້າ-ສັງລວມ; ກົມຈັດຕັ້ງ ແລະ ພະນັກງານ; ກົມກວດກາ; ກົມນິຕິກຳ; ກົມບໍລິຫານ-ພິທີການ ແລະ ການເງິນ; ກົມປະຊາສຳພັນ; ກົມແຜນທີ່ແຫ່ງຊາດ; ກົມເອກະສານແຫ່ງຊາດ; ກົມວຽກງານຊົນເຜົ່າ ແລະ ສາສະໜາ ແລະ ຫໍປະຊຸມແຫ່ງຊາດ (ຫົວໜ່ວຍວິຊາການລະດັບ 2). ສ່ວນດ້ານບຸກຄະລາກອນ ໄດ້ຮັບຮອງຄື: ທ່ານ ໂຈມ ຂະທຸມພົມ ເປັນຫົວໜ້າກົມເລຂາ; ທ່ານ ຊາຍຄຳ ພຸດທະວົງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ທ່ານ ນາງ ສຸລິກັນ ພົມມະຈັນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ; ທ່ານ ນາງ ວິລະສະຕີ ສົມບູນຂັນ ເປັນຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ; ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມປະຊາສຳພັນ; ທ່ານ ນາງ ອຳມາລາ ແກ້ວໜູຈັນເປັນຫົວໜ້າກົມແຜນທີ່ແຫ່ງຊາດ; ທ່ານ ບຸນຍົງ ສີສຸພັນ ເປັນຫົວໜ້າກົມເອກະສານແຫ່ງຊາດ; ທ່ານ ນິມມະວົງ ອິນທະວົງ ເປັນຫົວໜ້າກົມວຽກງານຊົນເຜົ່າ ແລະ ສາສະໜາ. ຫລັງຈາກນັ້ນ, ທ່ານ ວິແກ້ວ ບຸບຜາວັນ ຫົວໜ້າກົມກວດກາ, ຄະນະປັບປຸງກົງຈັກການຈັດຕັ້ງຂອງ ຫສນຍ ກໍໄດ້ຜ່ານບັນດາຂໍ້ຕົກລົງແຕ່ງຕັ້ງ ແລະ ສັບຊ້ອນບຸກຄະລາກອນ ຄື: ແຕ່ງຕັ້ງ ທ່ານ ປາດຖະໜາ ສຸກອາລຸນ ເປັນຮັກສາການຫົວໜ້າກົມນິຕິກຳ; ທ່ານ ສົມຄວນ ມາສຸວັນ ເປັນຫົວໜ້າຫໍປະຊຸມແຫ່ງຊາດ; ແຕ່ງຕັ້ງເລຂານຸການປະຈຳ(ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ) 1 ທ່ານ; ສັບຊ້ອນຮອງຫົວໜ້າກົມ 8 ທ່ານ, ຍິງ 2 ທ່ານ ແລະ ແຕ່ງຕັ້ງຜູ້ຊ່ວຍວຽກເລຂານຸການປະຈໍາ(ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ) 1 ທ່ານ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນການປັບປຸງກົງຈັກການຈັດຕັ້ງ ຫສນຍ ໃນຄັ້ງນີ້, ພ້ອມທັງ ຍົກໃຫ້ເຫັນແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ກໍຄື ຈຸດປະສົງ, ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂັ້ນຕ່າງໆ ໃນແຕ່ລະໄລຍະ ໂດຍສະ ເພາະ ການປັບປຸງກົງຈັກການຈັດຕັ້ງ ທົ່ວລະບົບການເມືອງ ຂອງ ສປປ ລາວ ໃນຄັ້ງນີ້. ພ້ອມນີ້ ໄດ້ສະ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທ່ານ ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ ທີ່ໄດ້ອຸທິດຕົນຢ່າງສຸດກົກສຸດປາຍ ປະກອບສ່ວນເຂົ້າໃນພາລະກິດຕະຫລອດໄລຍະຜ່ານ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນສືບຕໍ່ເປັນເຈົ້າການນໍາພາແນວຄິດສະມາຊິກພັກ-ພະນັກງານໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ການປັບປຸງກົງຈັກໃນຄັ້ງນີ້, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ, ຮັບປະກັນຄວາມສະ ຫງົບທາງດ້ານການເມືອງ ແລະ ສັງຄົມຢ່າງໜັກແໜ້ນ; ຍົກສູງສະຕິລະວັງຕົວຕໍ່ຄົນບໍ່ດີ; ເອົາໃຈໃສ່ປຶກສາຫາລືແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ; ສືບຕໍ່ຊີ້ນຳການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກຳນົດຕໍາແໜ່ງງານ ແລະ ຈັດວາງສັບຊ້ອນພະນັກງານແຕ່ລະຂັ້ນໃຫ້ເໝາະສົມກັບໜ້າທີ່ວຽກຕົວຈິງເຮັດໃຫ້ກົງຈັກກະທັດຮັດ, ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສົມເຫດສົມຜົນ, ປະຕິບັດໜ້າທີ່ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງແທ້ຈິງ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະ ຍາສາດ, ປະດິດສ້າງ, ແກ້ໄຂວຽກງານວ່ອງໄວແລະທັນການ, ຮັບປະກັນປະສິດທິຜົນໂດຍຫລຸດຜ່ອນຂອດຂັ້ນ, ສິ່ງກົດໜ່ວງ, ວຽກທີ່ຊໍ້າຊ້ອນ, ຫລຸດຜ່ອນຊ່ອງວ່າງ ແລະ ບັນຫາຫຍໍ້ທໍ້; ສ້າງກົງຈັກໃຫ້ເປັນລະບົບສາມາດຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ກົດໝາຍແລະນິຕິກໍາ ທີ່ກ່ຽວຂ້ອງໄດ້ເປັນຢ່າງດີ; ມີຄວາມເປັນເຈົ້າການ, ມີຄວາມສາມາດປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນຕາມທິດ “ຫັນເປັນມືອາ ຊີບ”; ສືບຕໍ່ປັບປຸງກົງຈັກໃຫ້ເຄື່ອນໄຫວວຽກງານຕາມແນວທາງ, ລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ; ຄົ້ນຄ້ວາເພື່ອຫລຸດຜ່ອນຄວາມສິ້ນເປືອງດ້ານຕ່າງໆ ຢ່າງສົມເຫດສົມຜົນ.

ພ້ອມນີ້, ໃຫ້ສືບຕໍ່ນໍາພາກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ ໃຫ້ທັນຕາມກໍານົດເວລາ; ສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆເປັນຕົ້ນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການປັບປຸງຄຸນນະພາບທາງດ້ານວິຊາສະເພາ; ຍູ້ແຮງຂະ ບວນການປະຕິບັດມະຕິ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄັມແຫ່ງຊາດ 5 ປີ ຄັ້ງທີ IXໃນໄລຍະທ້າຍສະໄໝໃຫ້ແຂງແຮງ ແລະ ກາຍເປັນຂະບວນການຕົວຈິງຕິດພັນກັບການກະກຽມກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ; ສືບຕໍ່ດໍາເນີນຊີວິດການເມືອງຢ່າງເປັນປົກກະຕິ, ພາວະວິໄສ, ຍົກໃຫ້ເຫັນຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອຫາທາງແກ້ໄຂໃນຕໍ່ໜ້າ; ສືບຕໍ່ຊຸກຍູ້ກະກຽມດ້ານບຸກຄະລາກອນໃຫ້ມີຄວາມຮັບປະກັນຕາມທິດຫັນເປັນໜຸ່ມ, ໂຄງປະກອບໃຫ້ມີທັງເພດຍິງ ແລະ ຊົນເຜົ່າ, ມີມາດຕະຖານເງື່ອນໄຂຖືກຕ້ອງ, ຮັບປະກັນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດແລະມີຄວາມຮູ້-ຄວາມສາ ມາດໃນການນໍາພາວຽກງານການເມືອງ ແລະ ວິຊາສະເພາະ; ເອົາໃຈໃສ່ຄັດເລືອກຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຂອງແຕ່ລະອົງຄະນະພັກ, ລວມທັງຜູ້ແທນສົມບູນ-ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ຮັບປະກັນມາດຕະຖານ ແລະ ເງື່ອນໄຂທີ່ກຳນົດໄວ້.
ຂ່າວ: ກົມປະຊາສຳພັນ ຫສນຍ.
ພາບ: ຂັນໄຊ
KPL