ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ສົນທະນາກັບ ປະທານາທິບໍດີ ສ ເກົາຫລີ ຜ່ານທາງໂທລະສັບ

10/06/2025 17:30
Email Print 463
ຂປລ ທ່ານ ສີ ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ໄດ້​ສົນ​ທະ​ນາ​ກັບ ທ່ານ ​ລີ​ເຈ​ມຽງ ປະ​ທາ​ນາ​ທິ​ບໍ​ດີ ​ສ ເກົາຫລີ ຜ່ານ​ທາງ ​ໂທ​ລະ​ສັບ. ທ່ານ​ ສີ ​ຈິ້ນ​ຜິງ ໄດ້​ສະ​ແດງ ​ຄວາມ​ຊົມ​ເຊີຍ​ຕໍ່ ​ທ່ານ ລີ​ເຈ​ມຽງ ​ອີກ​ຄັ້ງ​ໜຶ່ງ​ ທີ່​ໄດ້ຮັບເລືອກຕັ້ງ ເປັນປະທານາທິບໍດີ ສ ເກົາຫລີ.

    ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ໄດ້​ສົນ​ທະ​ນາ​ກັບ ທ່ານ ​ລີ​ເຈ​ມຽງ ປະ​ທາ​ນາ​ທິ​ບໍ​ດີ ​ສ ເກົາຫລີ ຜ່ານ​ທາງ ​ໂທ​ລະ​ສັບ. ທ່ານ​ ສີ ​ຈິ້ນ​ຜິງ ໄດ້​ສະ​ແດງ ​ຄວາມ​ຊົມ​ເຊີຍ​ຕໍ່ ​ທ່ານ ລີ​ເຈ​ມຽງ ​ອີກ​ຄັ້ງ​ໜຶ່ງ​ ທີ່​ໄດ້ຮັບເລືອກຕັ້ງ ເປັນປະທານາທິບໍດີ ສ ເກົາຫລີ. ທ່ານ ​ສີ​ ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ສປ ຈີນ ແລະ ສ ເກົາຫລີ​ ແມ່ນບ້ານໃກ້ ເຮືອນຄຽງ ທີ່ບໍ່ສາມາດ ຍົກຍ້າຍ​ໜີໄດ້. ນັບ​ແຕ່ ສ້າງ​​ຕັ້ງ ສາຍ​ພົວ​ພັນ ​ທາງ​ການ​ທູດ ​​ຮ່ວມ​ກັນ ເປັນ​ເວ​ລາ 33 ປີ​ມາ​ນີ້, ທັງ​ສອງ​ປະ​ເທດ ໄດ້​ຕັ້ງ​ໜ້າ ​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ​ ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ, ບັນ​ລຸ​ ການ​ຊ່ວຍ ​ຊູ​ກຍູ້​ ໜູນ​ກັນ ແລະ ພັດ​ທ​ະ​ນາ ​ຮ່ວມ​ກັນ. ສາຍ​ພົວ​ພັນ​ ລະ​ຫວ່າງ ສປ ​ຈີນ-ສ ເກົາຫລີ ທີ່​ປອດ​ໃສ, ໝັ້ນ​ທ່ຽງ ແລະ​ກ້າວ​ສູ່​ລວງ​ເລິກ ​ຢ່າງ​ບໍ່​ຢຸດ​ຢັ້ງ ແມ່ນ​ສອດ​ຄ່ອງ​ກັບ​ ກະ​ແສ​ ແຫ່ງ​ການ​ພັດ​ທະ​ນາ ​ຂອງ​ຍຸກ​ສະ​ໄໝ, ສອດ​ຄ່ອງ​ກັບ ​ຜົນ​ປ​ະ​ໂຫຍດ ​ພື້ນ​ຖານ ​ຂອງ​ປະ​ຊາ​ຊົນ ​ສອງ​ປະ​ເທດ, ​ທັງ​ມີ​ຜົນ​ດີ ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ​ຄວາມ​ຈະ​ເລີນ​ ຮຸ່ງ​ເຮືອງ​ ຂອງ​ພາກ​ພື້ນ ກໍ​ຄື​ທົ່ວ​ໂລກ. ໃນໂອກາດນີ້ ທ່ານ ສີ ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ: ສປ ຈີນ ແລະ​ ສ​ ເກົາຫລີ ຄວນ​ຍຶດ​ໝັ້ນ​ຈຸດ​ປະ​ສົງ​​ ແຕ່​ຫົວ​ທີ​ ຂອງ​ການ​​ສ້າງ​ຕັ້ງ​ ສາຍ​ພົວ​ພັນ ​ທາງ​ການ​ທູດ, ຍຶດ​ໝັ້ນ​ ທິດ​ທາງ​ ທີ່​ມີໄມ​ຕີ​ຈິດ ​ມິດ​ຕະ​ພາບ​ ແບບບ້ານ​ໃກ້ ​ເຮືອນ​ຄຽງ​​, ຍຶດ​ໝັ້ນ ​ເປົ້າ​ໝາຍ ​ທີ່​ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຊຸກ​ຍູ້ ​ໃຫ້​ສາຍ​ພົວ​ພັນ​ ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ ​ລະ​ຫວ່າງ ສປ ​ຈີນ-ສ ເກົາຫລີ ​​ນັບ​ມື້ກ້າວ​​ຂຶ້ນ​ສູ່ ​ລະ​ດັບ​ ສູງກວ່າ​ເກົ່າ, ສ້າງ​ຄວາມ​ຜາ​ສຸກ ຫລາຍກວ່າ​ເກົ່​າ​ ໃຫ້​ແກ່​ ປະ​ຊາ​ຊົນ​ ສອງ​ປະ​ເທດ, ທັງ​ເພີ່ມ ​ຄວາມ​ແນ່ນອນ ຫລາຍກວ່າ​ເກົ່າ ​ໃຫ້​ແກ່ ສະ​ຖາ​ນະ​ການ​ ໃນ​ພາກ​ພື້ນ ແລະ​ ສາ​ກົນ ​ທີ່​​ມີ​ການ​ປ່ຽນ​ແປງ ​ຢ່າງສະຫລັບ ​ຊັບ​ຊ້ອນ. ທ່ານ ​ລີເຈ​ມຽງ ​ໄດ້ສະ​ແດງ​ຄວາມ​ເຫັນ​ດີ​ ເຫັນ​ພ້ອມ​ ຕໍ່​ຄຳ​ເຫັນ​ຂອງ​ທ່ານ ສີ​ ຈິ້ນ​ຜິງ ແລະ​ ກ່າວ​ວ່າ: ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ ສ ເກົາຫລີ- ສປ ຈີນ​ ມີ​ປະ​ຫວັດ​ສາດ ​ດົນ​ນານ, ການ​ແລ​ກ​ປ່ຽນ ​ດ້ານ​ເສດ​ຖະ​ກິດ​ ການ​ຄ້າ ແລະ ​ວັດ​ທະ​ນະ​ທຳ​ ມີ​ຄວາມ​ແໜ້ນ​ແຟ້ນ. ພາຍ​ໃຕ້​ ການ​ຊີ້​ນຳ ​ນຳ​ພາ ​ທີ່​ດີ​ເດັ່ນ ​ຂອງ​ທ່ານ​ ສີ ​ຈິ້ນ​ຜິງ,  ສປ ຈີນ​ ໄດ້​ປະ​ສົບ ​ຜົນ​ສຳ​ເລັດ​​ ໃນດ້ານ​ການ​ພັດ​ທະ​ນາ ​ທີ່​ຍິ່ງ​ໃຫຍ່ ເຊິ່ງຖື​ເປັນ​ສິ່ງ ​ທີ່​ໜ້າ​ຊົມ​ເຊີຍ. ຂ້າ​ພະ​ເຈົ້າ​ ໃຫ້​ຄວາມ​ສຳ​ຄັນ ​ເປັນ​ຢ່າງ​ສູງ​ ຕໍ່​ສາຍ​ສຳ​ພັນ​ ລະ​ຫວ່າ​ງ ສ ເກົາຫລີ- ສປ ຈີນ, ຍິນ​ດີ​ຮ່ວມ​ກັບ​ ສປ ຈີນ ຊຸກ​ຍູ້​ ໃຫ້​ສາຍ​ພົວ​ພັນ ໄມ​ຕີ​ຈິດ​ ມິດ​ຕະ​ພາບ ​ແບບບ້ານ​ໃກ້ ​ເຮືອນ​ຄຽງ​​​ ລະ​ຫວ່າງ​ ສອງ​ຝ່າຍ ​ໄດ້​ຮັບ​ການ​ພັດ​ທະ​ນາ ນັບ​ມື້​ ກ້າວ​ສູ່​ລວງ​ເລິກ, ປັບ​ປຸງ ແລະ ​ເພີ່ມ​ທະ​ວີ​ ສາຍ​ສຳ​ພັນ​ ລະ​ຫວ່າງ​ ປະ​ຊາ​ຊົນ​ ສອງ​ປະ​ເທດ ເພື່ອ​ເຮັດ​ໃຫ້​ ການ​ຮ່ວມ​ມື ​ລະ​ຫວ່າງ ສ​ ເກົາຫລີ-ສປ ຈີນ​ ໄດ້​ຮັບ​ໝາກ​ຜົນ ຫລາຍກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top