ຂປລ
ທ່ານ ເຮີ ລີ້ເຟິ່ງ(He Lifeng), ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ຮອງນາຍົກ ລັດຖະມົນຕີຈີນ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ສະກອດ ເບສເຊັນ (Scott Bessent), ລັດຖະມົນຕີ ກະຊວງການເງິນ, ທ່ານ ຮາວເວີດ ລັກນິກ(Howard Lutnick), ລັດຖະມົນຕີ ກະຊວງການຄ້າ ພ້ອມດ້ວຍ ຜູ້ຕາງໜ້າ ດ້ານການຄ້າຂອງ ສ.ອາເມລິກາ ຈັດກອງປະຊຸມ ຄັ້ງທຳອິດ ຂອງກົນໄກ ປຶກສາຫາລື ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ຢູ່ນະຄອນຫລວງ ລອນດອນ ຂອງອັງກິດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 9 ມິຖຸນານີ້, ທ່ານ ເຮີ ລີ້ເຟິ່ງ(He Lifeng), ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ຮອງນາຍົກ ລັດຖະມົນຕີຈີນ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ສະກອດ ເບສເຊັນ (Scott Bessent), ລັດຖະມົນຕີ ກະຊວງການເງິນ, ທ່ານ ຮາວເວີດ ລັກນິກ(Howard Lutnick), ລັດຖະມົນຕີ ກະຊວງການຄ້າ ພ້ອມດ້ວຍ ຜູ້ຕາງໜ້າ ດ້ານການຄ້າຂອງ ສ.ອາເມລິກາ ຈັດກອງປະຊຸມ ຄັ້ງທຳອິດ ຂອງກົນໄກ ປຶກສາຫາລື ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ຢູ່ນະຄອນຫລວງ ລອນດອນ ຂອງອັງກິດ. ກອງປະຊຸມດັ່ງກ່າວ ໄດ້ສືບຕໍ່ດຳເດີນໄປ ຈົນຮອດ ວັນທີ 10 ມິຖຸນານີ້. ເປົ້າໝາຍ ຂອງຮອບເຈລະຈາ ຄັ້ງນີ້ ເພື່ອຮັກສາ ແລະ ຊຸກຍູ້ ຄຳສັ່ງຢຸດຕິ ຄວາມເຄັ່ງຕຶງ ດ້ານການຄ້າ ພາຍຫລັງ ສອງປະເທດ ໄດ້ເຫັນດີ ຫລຸດຜ່ອນ ອັດຕາພາສີທີ່ສຳຄັນ ໃນເວລາ 90 ວັນຢູ່ ເຊີແນວ. ເຖິງວ່າ ບັນລຸໄດ້ບາງຄວາມຄືບໜ້າ ໃນເບື້ອງຕົ້ນ ແຕ່ຂໍ້ຕົກລົງ ເຊີແນວ ຍັງບໍ່ທັນແກ້ໄຂ ຄວາມບໍ່ລົງລອຍກັນ ເລິກເຊິ່ງ ລະຫວ່າງ ສອງຝ່າຍໄດ້. ໃນວົງການ ນັກລົງທຶນ ສາກົນ ພວມຕິດຕາມ ຢ່າງແໜ້ນແຟ້ນ ການຜັນແປ ຂອງຮອບເຈລະຈາ ຢູ່ ລອນດອນ ໃນສະພາວະ ຕະຫລາດ ການເງິນ ມີສັນຍານ ຟື້ນຟູ ຍ້ອນມີ ຄວາມຫວັງ ຈະຫລຸດຜ່ອນ ຄວາມເຄັ່ງຕຶງ ດ້ານການຄ້າ ທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL