ເຈລະຈາ ຮ່າງສັນຍາວ່າດ້ວຍ ການຈັດຕັ້ງ ປະຕິບັດວຽກງານກວດກາ ປະຕູດຽວ-ຄັ້ງດຽວ

06/06/2025 08:40
Email Print 191
ຂປລ ຂປລ. ກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈັດຂຶ້ນໃນລະຫວ່າງ ວັນທີ 3-5 ມິຖຸນາ 2025 ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ



ຂປລ. ກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານກວດກາ "ປະຕູດຽວ
, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈັດຂຶ້ນໃນລະຫວ່າງ ວັນທີ 3-5 ມິຖຸນາ 2025 ຢູ່ນະຄອນຊຽງຮຸ່ງ  ກິ່ງແຂວງສິບສອງພັນນາ  ແຂວງຢຸນນານ ສປ ຈີນ ໂດຍການເປັນປະທານຮ່ວມຝ່າຍລາວ ນຳໂດຍ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ, ຝ່າຍຈີນ ນຳໂດຍ ທ່ານ ຫົງ ລ້ຽງ ຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ສອງຝ່າຍ ເຂົ້າຮ່ວມ.

 


ໂດຍເຫັນໄດ້ບົດບາດຄວາມສໍາຄັນຢ່າງສູງຂອງລົດໄຟ ລາວ-ຈີນ ໃນການເສີມຂະຫຍາຍຄູ່ຮ່ວມຊາຕາກໍາສອງ ຊາດ ລາວ-ຈີນ
, ຍົກລະດັບການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ແລະ ການອໍານວຍຄວາມສະດວກ ໃນ ການຜ່ານດ່ານຂອງຜູ້ໂດຍສານ ຢູ່ຄູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ສົົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປມາຫາສູ່ກັນ ຂອງປະຊາຊົນທັງສອງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັັ້ງປະຕິບັດ ວຽກງານກວດກາ ປະຕູດຽວ, ຄັັ້ງດຽວສະເພາະຂົນສົົ່ງຜູ້ໂດຍສານຢູ່ຄູ່ດ່ານສາກົນທາງລົດໄຟ ລາວ-ຈີນ ໂດຍອີງໃສ່ສົນທິສັນຍາ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ວ່າດ້ວຍດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23 ສິງຫາ 2011 ແລະ ວ່າດ້ວຍການຂົນສົົ່ງທາງລົດໄຟຂ້າມຊາຍແດນ ສະບັບລົງວັນທີ 30 ພະຈິກ 2021, ທັງສອງຝ່າຍຈຶ່ງໄດ້ສ້າງ ສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ປຶກສາຫາລືແລກປ່ຽນ ຄວາມຄິດເຫັນນຳກັນແລ້ວ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມຄັ້ງນີ້ ເພື່ອເປັນເອກະພາບກັນດ້ານເນື້ອໃນຂັ້ນພື້ນຖານ ແລ້ວຈະໄດ້ນຳສະເໜີລາຍງານລັດຖະບານ ຂອງຕົນພິຈາລະນາຕາມຂັ້ນຕອນ ແລະ ຈະໄດ້ລົງນາມຮ່ວມກັນໃນເວລາອັນໃກ້ນີ້, ຊຶ່ງສັນຍາສະບັບດັ່ງກ່າວ ປະກອບ ມີ 6 ພາກ, 22​ ມາດຕາ.




ພາຍຫລັງສອງຝ່າຍ ໄດ້ລົງນາມໃນສັນຍາດັ່ງກ່າວແລ້ວ, ຈະເປັນການປະກອບສ່ວນສຳຄັນ ໃນການອໍານວຍຄວາມສະດວກ ໃນການບໍລິການ
, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍ ສິນຄ້າ, ການລົງ ທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄື ໃນປະເທດລາວ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະເປັນປະເທດເຊື່ອມໂຍງ ພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະ ດວກໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມ ສາມາດແຈ້ງໜັງສືເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນ ບໍ່ເຕັນ-ບໍ່ຫານ ມີຄວາມ ສະດວກວ່ອງໄວກວ່າແຕ່ກ່ອນ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top