ສານຊົມເຊີຍ ຄົບຮອບ 30 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວ-ອາແຊັກໄບຊານ

06/06/2025 08:27
Email Print 117
ຂປລ ຂປລ. ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ (22 ພຶດສະ ພາ 1995-22 ພຶດສະພາ 2025), ການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ

ຂປລ. ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ (22 ພຶດສະ ພາ 1995-22 ພຶດສະພາ 2025), ການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ ໂດຍມີ ຂັ້ນປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີເນື້ອໃນດັ່ງນີ້:

ການນໍາຂັ້ນສູງແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດ ໄລຍະ 30 ປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ສປປ ລາວ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ  ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ການນໍາຂັ້ນສູງ ແຫ່ງ ສ ອາແຊັກໄບຊານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ອາແຊັກໄບຊານ ແລະ ລາວ ໃນຕະຫລອດໄລຍະ 30 ປີ ຜ່ານມາ ທີ່ໄດ້ສ້າງກາລະໂອກາດ ສໍາລັບການເພີ່ມທະວີການຮ່ວມມືສອງຝ່າຍໃນຫລາຍຂົງເຂດ, ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ກ້າວຂຶ້ນສູ່ລະດັບໃໝ່. ຝ່າຍອາແຊັກໄບຊານ ສະແດງຄວາມເຊື່ອໝັ້ນວ່າ ພວກເຮົາຈະສືບຕໍ່ໄດ້ຮັບຜົນສໍາເລັດ ພາຍໃຕ້ຄວາມພະຍາຍາມຮ່ວມກັນ ໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ອາແຊັກ ໄບຊານ ແລະ ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ທັງໃນລະດັບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ.

ສອງຝ່າຍ ໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ອາແຊັກໄບຊານ, ອາແຊັກໄບຊານ ແລະ ລາວ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຍືນຍົງຕະຫລອດໄປ.

KPL

ຂ່າວອື່ນໆ

ads
ads

Top