ຂປລ
ບໍລິສັດ ຊາອຸດິດ ອາຣາມໂກ(Saudi Aramco)ປັບຫລຸດ ລາຄານ້ຳມັນດິບ ທີ່ສຳຄັນ ສຳລັບ (Arab Light ) ລູກຄ້າ ໃນທະວີບ ອາຊີ ຫລັງກຸ່ມ ໂອປເປັກ ບວກ(OPEC+) ດຳເນິີນການເພີ່ມ ປະລິມານ ການຜະລິດ ເກີນໂຄຕາ ຕໍ່ເນື່ອງ ເປັນເດືອນທີ 3.
ຂປລ.ຕາມຂ່າວຈາກລຣູມເບີກ, ບໍລິສັດ ຊາອຸດິດ ອາຣາມໂກ(Saudi Aramco)ປັບຫລຸດ ລາຄານ້ຳມັນດິບ ທີ່ສຳຄັນ ສຳລັບ (Arab Light ) ລູກຄ້າ ໃນທະວີບ ອາຊີ ຫລັງກຸ່ມ ໂອປເປັກ ບວກ(OPEC+) ດຳເນິີນການເພີ່ມ ປະລິມານ ການຜະລິດ ເກີນໂຄຕາ ຕໍ່ເນື່ອງ ເປັນເດືອນທີ 3. ອາຣາມໂກ ຈະຫລຸດ ລາຄານ້ຳມັນດິບ Arab Light ໂດຍໃຫ້ລາຄາສູງກວ່າ ລາຄາມາດຕະຖານ ສຳລັບພາກພື້ນ ອາຊີ 1 ໂດລາສະຫະລັດຕໍ່ຖັງ ແຕ່ຍັງໜ້ອຍກວ່າ ທີ່ຄາດການໄວ້ 35ເຊັນຕໍ່ຖັງ.ໃນຂະນະດຽວກັນ ອາຣາມໂກ ໄດ້ປັບຂຶ້ນລາຄາ ສົ່ງອອກໄປ ສ.ອາເມລິກາ 10ເຊັນຕໍ່ຖັງ ໃນເດືອນກໍລະກົດ ແລະ ຍັງເພີ່ມລາຄາສຳລັບການສົ່ງອອກໄປຍັງ ເອີຣົບຕາເວັນຕົກສຽງເໜືອ ແລະ ທະເລເມດິເຕີເຣນຽນ 1,80 ໂດລາສະຫະລັດຕໍ່ຖັງ. ຂະນະທີ່ ອາຣັບບີ ຊາອຸດິດ ຊຶ່ງເປັນຜູ້ນຳກຸ່ມ ຜູ້ຜະລິດນ້ຳມັນ ໄດ້ຕົກລົງ ຮ່ວມກັບ ສະມາຊິກ OPEC+ ເພີ່ມປະລິມານ ການຜະລິດ 411.000 ຖັງຕໍ່ວັນ ໃນເດືອນກໍລະກົດ ປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL