ສະຫລຸບການປະຕິບັດໂຄງການ ສະໜັບສະໜູນ ສະກັດກັ້ນການຄ້າຂາຍສັດປ່າ ຜິດກົດໝາຍ ລາວ

06/06/2025 08:20
Email Print 176
ຂປລ ຂປລ. ໃນລະຫວ່າງ ວັນທີ 3-4 ມິຖຸນາ 2025 ຜ່ານມານີ້, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານໂຄງການ ສະໜັບສະໜູນ ສະກັດກັ້ນ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໄລຍະທີ I ແລະ ປຶກສາຫາລືແຜນສືບຕໍ່ກິດຈະກຳໂຄງການ ໄລຍະທີ II ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ



ຂປລ. ໃນລະຫວ່າງ ວັນທີ
3-4 ມິຖຸນາ 2025 ຜ່ານມານີ້, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານໂຄງການ ສະໜັບສະໜູນ ສະກັດກັ້ນ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໄລຍະທີ I ແລະ ປຶກສາຫາລືແຜນສືບຕໍ່ກິດຈະກຳໂຄງການ ໄລຍະທີ II ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າບັນດາກົມ ຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ ພາກເໜືອ, ພາກກາງ, ພາກໃຕ້, ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ເຂົ້າຮ່ວມ.




ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍສັງເຂບ​ກ່ຽວ​ກັບ ຜົນການຈັດຕັ້ງປະຕິບັດກິດຈະກໍາ ວຽກງານໂຄງການສະໜັບສະໜູນ ສະກັດກັ້ນການຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໄລຍະທີ
I ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 3 ປີ ຜ່ານມາ (2022-2024). ພ້ອມທັງປຶກສາຫາລືແລກ, ປ່ຽນບົດຮຽນ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດບັນດາ ກິດຈະກຳວຽກງານໂຄງການ ກັບບັນດາຜູ້ເຂົ້າຮ່ວມກອງປະຊຸມ ເພື່ອປະກອບຄຳຄິດເຫັນໃສ່ ຮ່າງແຜນການສືບຕໍ່ກິດຈະກຳໂຄງການ ໄລຍະທີ II (2025-2030) ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ. ພ້ອມ​​ນັ້ນ, ​ຍັງ​ໄດ້​ສະ​ເໜີ​ຮ່າງແຜນ​ງານ​ເລີ່ມ​ຕົ້ນ ການ​ສ້າງ​ຜູ້​ນຳ​ດ້​ານ​ວຽກ​ງານ​ອາ​ຊະ​ຍາ​ກຳ​ສັດ​ປ່າ.




ໂອກາດດັ່ງກ່າວ
, ທ່ານ ນາງ ພອນເພັດ ອຸ່ນແກ້ວ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຮ່ວມມື ຂອງສອງອົງການໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດບັນ ດາກິດຈະກຳ ແລະ ບັນດາທ່ານ​ທີ່ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ເອົາໃຈໃສ່ຢ່າງຕັັ້ງໜ້າ ໃນການປຶກສາຫາລື, ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ. ນອກນັັ້ນ, ຍັງໄດ້ມີຄໍາເຫັນຕໍ່ແຜນງານເລີ່ມຕົ້ນ ການສ້າງຜູ້ນໍາດ້ານວຽກງານອາຊະຍາກໍາສັດປ່າ ເພື່ອເຮັດໃຫ້ການຄັບເຄື່ອນວຽກງານດັ່ງກ່າວ ໄປສູ່ບາດກ້າວໃໝ່ທີ່ດີ ເຊິ່ງໝາກຜົນທັງໝົດທີ່ໄດ້ຮັບຈາກກອງປະຊຸມ ແມ່ນເປັນພື້ນຖານທີ່ໜັກແໜ້ນ ໃຫ້ແກ່ບັນດາທ່ານ ໃນຄະນະຮັບຜິດຊອບ ກໍຄື ຄະນະປະສານງານໂຄງການທັງສອງຝ່າຍ ຈະໄດ້ນໍາໄປຄົ້ນຄິດ, ຕຶກຕອງ ເພື່ອປະກອບເນື້ອໃນໃສ່ບົດບັນທຶກທີ່ຈະລົງນາມຮ່ວມກັນ ໃນໄລຍະທີ II (2025-2030) ໃຫ້ມີເນື້ອໃນສົມບູນ, ເລິກເຊິ່ງ, ຈະແຈ້ງ ສາມາດນໍາໄປຈັດຕັັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ເພື່ອເປັນການປັບປຸງການເຄື່ອນໄຫວ ຂອງການຈັດຕັັ້ງປະຕິບັດວຽກງານ ໃນຕໍ່ໜ້າໃຫ້ດີກວ່າເກົ່າ.

ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

ads
ads

Top