ຫົວໜ້າ ອອປສ ຕ້ອນຮັັບ ທູດຫວຽດນາມ ເຂົ້າພົບປະຢ້ຽມຢາມ

06/06/2025 08:00
ຂປລ ຂປລ. ໃນວັນທີ 4 ມິຖຸນາ 2025, ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະຣາຊະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.


ຂປລ. ໃນວັນທີ 4 ມິຖຸນາ 2025, ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະຣາຊະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເຂົ້າມາຢ້ຽຢາມ ແລະ ພົບປະໃນຄັ້ງນີ້, ເຊິ່ງມີຄວາມໝາຍສຳຄັນ ປະກອບສ່ວນເຂົ້າໃນການຍົກສູງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ໃນທຸກຂົງເຂດວຽກງານ ໂດຍສະເພາະ ໃນຂົງເຂດວຽກງານໄອຍະການປະຊາຊົນ ຂອງສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ, ກ້າວເຂົ້າສູ່ລວງເລິກ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ຫວຽດນາມ-ລາວ, ພ້ອມທັງຢືນຢັນທີ່ຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ທີ່ປະທານໂຮ່ຈີ່ມິງ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກໄດ້ກໍ່ຕັ້ງ, ຈະຖືເອົາວຽກງານການຮ່ວມມື ລາວ-ຫວຽດນາມ ເປັນອັນສຳຄັນ, ໃນຖານະເປັນເສນາທິການ ໃຫ້ແກ່ລັດຖະບານຫວຽດນາມ ຈະໃຫ້ການຊ່ວຍເຫລືອຢ່າງຮອບດ້ານ ໂດຍສະເພາະ ການແລກປ່ຽນບົດຮຽນ ລະຫວ່າງ ອົງການໄອຍະການປະຊາຊົນ ແຫ່ງ ສສ ຫວຽດ ນາມ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ເຊັ່ນ: ການຈັດຝຶກອົບຮົມແລກປ່ຽນບົດຮຽນຈາກຊຽວຊານ ສສ ຫວຽດນາມ ບາງບັນຫາທີ່ພົ້ນເດັ່ນ ເປັນຕົ້ົນ ການດຳເນີນຄະດີອາຊະຍາກໍາທາງດ້ານຄອມພິວເຕີ, ການແກ້ໄຂບັນຫາຢາເສບຕິດ, ການຮ່ວມມືທາງດ້ານຍຸຕິທຳໃນບັນຫາອາຍາ ແລະ ອື່ນໆ ແນໃສ່ພັດທະນາຂົງເຂດໄອຍະການ ໃຫ້ຫັນສູ່ທັນສະໄໝ.

ຂ່າວ: ອອປສ

KPL

ຂ່າວອື່ນໆ

ads
ads

Top