ຂປລ
ຂປລ. ໃນວັນທີ 3 ມິຖຸນາ 2025 ຜ່ານມາ, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ພ້ອມຄະນະ ໄດ້ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ເຈີນເກີ້ມຕູ້ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ຂປລ. ໃນວັນທີ 3 ມິຖຸນາ 2025 ຜ່ານມາ, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ພ້ອມຄະນະ ໄດ້ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ເຈີນເກີ້ມຕູ້ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.
ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເປັນຄັ້ງທໍາອິດ ໃນຖານະຕໍາ ແໜ່ງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕາມການເຊື້ອເຊີນຂອງ ສະຫາຍ ບຸຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫາຍ ເຈີນເກີ້ມຕູ້ ທີ່ໄດ້ໃຫ້ການຕ້ອນ ຮັບ ເຊິ່ງເຕັມໄປດ້ວຍຄວາມອົບອຸ່ນ, ສະໜິດສະໜົມ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ, ພ້ອມທັງ ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມາຍັງ ສະຫາຍ ເຈີນເກີ້ມຕູ້ ແລະ ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການພົບປະສອງຝ່າຍ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະ ຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເຊິ່ງເປັນການພົບປະທາງການຄັ້ງທຳອິດ ພາຍຫລັງທີ່ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ໄດ້ຢຸດຕິການເຄື່ອນ ໄຫວ ແລະ ໂຮມເຂົ້າກັບ ກະຊວງການຕ່າງປະເທດຫວຽດນາມ.
ສະຫາຍ ເຈີນເກີ້ມຕູ້ ກໍໄດ້ຕີລາຄາສູງຕໍ່ການຢ້ຽມ ສສ ຫວຽດນາມ ຂອງ ສະຫາຍ ບຸນເຫລືອ ບັນດານຸວົງ ພ້ອມຄະນະ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົບປະສອງຝ່າຍ ເຊິ່ງຈະເປັນການປະ ກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນພິເສດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມືລະ ຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດຫວຽດນາມ; ຕີລາຄາສູງຕໍ່ຜົນສໍາເລັດທີ່ ພັກ, ລັດ ປະຊາຊົນລາວ ຍາດມາໄດ້ໃນການດໍາເນີນການປ່ຽນແປງໃໝ່ ຕະຫລອດໄລຍະຜ່ານມາ; ສະແດງຄວາມເຫັນໃຈ ແລະ ຂໍແບ່ງປັນຄວາມຫຍຸ້ງຍາກທີ່ ສປປ ລາວ ພວມຜະເຊີນໜ້າຢູ່ ແລະ ຫວັງຢ່າງຍິ່ງວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ ແລະ ສາມາດແກ້ໄຂຄວາມຫຍຸ້ງຍາກຕ່າງໆ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສໍາເລັດຜົນ, ສືບຕໍ່ດໍາເນີນກອງປະຊຸມໃຫຍ່ຂັ້ນຕ່າງໆ ເພື່ອກ້າວໄປສູ່ການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ. ພ້ອມນັ້ນ, ກໍໄດ້ຊີ້ນໍາໃຫ້ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ກະຊວງການຕ່າງປະເທດຫວຽດນາມ ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນ ໃນການ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງແຕ່ລະພັກ, ແຕ່ລະປະເທດ, ພິເສດແມ່ນໝາກຜົນຂອງການຢ້ຽມຢາມ ຂອງບັນດາສະຫາຍການນໍາຂອງທັງສອງປະເທດ; ແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ເປັນປະຈໍາກ່ຽວກັບວຽກງານກໍ່ສ້າງພັກ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃຫ້ສໍາເລັດຜົນ; ກະກຽມໃຫ້ແກ່ການພົບປະ ລະຫວ່າງການນໍາຂັ້ນສູງຂອງສອງພັກ ໃນທ້າຍປີ 2025 ຢູ່ລາວ ກໍຄື ການຈັດຕັ້ງປະ ຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ພ້ອມທັງສະແດງຄວາມຫວັງວ່າ ສອງຝ່າຍ ຈະປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ ພັກ, ລັດ ຂອງທັງສອງປະເທດ ມອບໝາຍໃຫ້ສໍາເລັດຜົນເປັນຢ່າງດີ.
ໃນຕອນບ່າຍວັນດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ພ້ອມຄະນະ ກໍໄດ້ສືບຕໍ່ຢ້ຽມຢາມ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ເຊິ່ງໄດ້ພົບປະກັບ ສະຫາຍ ຫງວຽນຢຸຍບັກ ຮອງຫົວໜ້າຜູ້ປະຈໍາການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ແລະ ສົນທະນາກັບ ບັນດາພະນັກງານການນໍາ, ອາ ຈານສອນ, ນັກສຶກສາລາວ ແລະ ຫວຽດນາມ ກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ. ພ້ອມກັນນັ້ນ, ກໍໄດ້ຢ້ຽມຢາມແຂວງຫ້າຍເຢືອງ ໂດຍໄດ້ພົບປະກັບ ສະຫາຍ ເຈີນດຶກຖັງ ກໍາມະການສູນກາງພັກ, ເລຂາພັກແຂວງຫ້າຍເຢືອງ ພ້ອມດ້ວຍຄະນະພັກ, ຄະນະນໍາ, ອົງການຂອງພັກ ແລະ ພະແນກການຂອງແຂວງຫ້າຍເຢືອງ, ພ້ອມທັງໄປຢ້ຽມຢາມບາງພື້ນຖານການຜະລິດ ແລະ ສະ ຖານທີ່ທາງວັດທະນະນໍາ ຂອງແຂວງຫ້າຍເຢືອງ ຕື່ມອີກ.
ຂ່າວ-ພາບ: ຄຕພ
KPL