ປູກກາເຟ ເຮັດໃຫ້ຄອບຄົວມີລາຍລຮັບແບບຍືນຍົງ

19/05/2025 12:05
Email Print 173
ຂປລ ກາເຟ ແມ່ນສິນຄ້າໜຶ່ງທີ່ຕະຫລາດມີຄວາມຕ້ອງການຫລາຍ ເຊິ່ງເປັນທ່າແຮງອັນໜຶ່ງໃຫ້ແກ່ປະຊາຊົນຜູ້ມີເງ່ືອນໄຂປູກກາເຟເປັນສິນຄ້າສ້າງລາຍຮັບເຂົ້າຄອບຄົວ.

    *ກາເຟ ແມ່ນສິນຄ້າໜຶ່ງທີ່ຕະຫລາດມີຄວາມຕ້ອງການຫລາຍ ເຊິ່ງເປັນທ່າແຮງອັນໜຶ່ງໃຫ້ແກ່ປະຊາຊົນຜູ້ມີເງ່ືອນໄຂປູກກາເຟເປັນສິນຄ້າສ້າງລາຍຮັບເຂົ້າຄອບຄົວ. ດັ່ງຄອບຄົວຂອງທ່ານນາງ ເພັດສະໝັນ ສີລາພອນ ປະຊາຊົນບ້ານຄູນໄຊ ເມືອງດາກຈຶງ ແຂວງເຊກອງ ໄດ້ຖືເອົາການປູກກາເຟເປັນສິນຄ້າສາມາດສ້າງລາຍຮັບເຂົ້າຄອບຄົວຢ່າງຍືນຍົງ ແລະ ເຮັດໃຫ້ຄອບຄົວມີການພັດທະນາກ້າວສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. 

    ທ່ານນາງ ເພັດສະໝັນ ສີລາພອນ ໄດ້ເລົ່າສູ່ຟັງໃນໂອກາດເຂ້ົາຮ່ວມງານເສວະນາກາເຟ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ໃນທ້າຍເດືອນເມສາຜ່ານມາວ່າ: ໃນເມື່ອກ່ອນຄອບຄົວຕົນແມ່ນພົບຄວາມຫຍຸ້ງຍາກຫລາຍຢ່າງໃນການດຳລົງຊີວິດນັບແຕ່ການທຳ ມາຫາກິນ ແລະ ຍັງຂາດແຮງງານ, ວຽກເຮັດງານທຳບໍ່ໝັ້ນຄົງ, ໃນເບື້ອງຕົ້ນໄດ້ອາໄສພຽງແຕ່ການປູກຝັງປະສົມປະສານຄື: ເຮັດໄຮ່ປູກເຂ້ົາ, ປູກກາເຟ, ລ້ຽງສັດທ່ີເປັນມູນເຊື້ອພື້ນຖານຂອງຕົນເອງເຮັດໄປຕາມທຳມະຊາດເທົ່ານັ້ນ. ມາໃນປີ 2018 ໄດ້ເລີ່ມເຂົ້າຮ່ວມກຸ່ມຜະລິດກາເຟຂັ້ນບ້ານ ແລະ ໃນປີ 2022 ຄອບຄົວຕົນ ກໍ່ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມໂຄງການຊຸບເປີວີຄັອບຟີ (Super We Coffee) ທ່ີໄດ້ສົ່ງເສີມປະຊາຊົນປູກກາເຟອໍແກນິກປອດສານພິດເຊິ່ງໂຄງການ ດ່ັງກ່າວໄດ້ໃຫ້ບົດຮຽນໃນການບົວລະບັດຮັກສາ, ເຕັກນິກການປູກ ແລະ ຂັ້ນຕອນຕ່າງໆຂອງການຜະລິດກາເຟ. ພ້ອມນີ້, ຍັງໄດ້ສະໜອງອຸປະກອນຕ່າງໆ, ເບ້ຍກາເຟ, ການເລືອກແນວພັນ, ເລືອກເມັດກາເຟ, ວິທີເຮັດຝຸ່ນບົ່ມ ແລະ ຊອກຕະຫລາດຈໍາໜ່າຍທີ່ຮອງຮັບໝັ້ນຄົງ. ດ້ວຍຄວາມມັກຮັກດຸໝັ້ນ, ຄວາມພະຍາຍາມເຮັດໃຫ້ກາເຟຂອງຕົນຖືກເລືອກເປັນອັນດັບສອງໃນໝວດວັອສ ຂອງແນວພັນກາເຟ ອາຣາບິກ້າ ທີ່ດີທີ່ສຸດໃນການປະກວດແຂ່ງຂັນ Green coffee ໃນປີ 2023 ແລະ ສ້າງລາຍຮັບໄດ້ປະມານ 150 ລ້ານກວ່າກີບຕ່ໍປີ. ຈາກບົດຮຽນປະສົບການ ແລະ ຜົນສຳເລັດດັ່ງກ່າວສົ່ງຜົນເຮັດໃຫ້ ຕົນໄດ້ຖືກຄັດເລືອກເປັນປະທານກຸ່ມປູກກາເຟຂອງບ້ານຄູນໄຊ ພ້ອມທັງໄດ້ນຳພາສະມາຊິກກຸ່ມຜະລິດກາເຟທີ່ມີຄຸນນະພາບເພື່ອສົ່ງໄປຈຳໜ່າຍທີ່ນະຄອນຫລວງວຽງຈັນປະມານ 700 ກິໂລ ຫາ 1 ໂຕນຕໍ່ປີ. 

    ປັດຈຸບັນຄອບຄົວໄດ້ສຸມໃສ່ການຜະລິດກາເຟ ໃຫ້ມີຄຸນນະພາບ, ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ ເພາະມີລາຍຮັບຈາກການຂາຍກາເຟເປັນຫລັກ, ສ້າງວຽກເຮັດງານທຳທີ່ໝັ້ນຄົງສາມາດສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ, ຄອບຄົວ, ມີທຶນໝູນວຽນສືບຕໍ່ໃນການຜະລິດການເຟ, ປັບປຸງຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ ພ້ອມທັງສົ່ງເສີມໃຫ້ລູກໄດ້ເຂົ້າສຶກສາຮໍ່າຮຽນ. ນອກນັ້ນ, ຕົນກ່ໍກ້າສະແດງອອກຫລາຍຂຶ້ນ ໂດຍສະເພາະການແລກປ່ຽນບົດຮຽນກັບຊາວສວນ, ຜູ້ປະກອບການຕ່າງໆສາມາດຍົກລະດັບພັດທະນາຕົນເອງໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.  

KPL

ຂ່າວອື່ນໆ

ads
ads

Top