ຂປລ
ຂປລ. ກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງຜັນຂະຫຍາຍ ດຳລັດ414/ລບ ວ່າດ້ວຍການພັດທະນາເສດຖະກິດ ຂອງແຂວງໄຊສົມບຸນ ໄລຍະ 5 ປີ(2019-2024) ແລະ ທິດທາງແຜນການໃນຕໍ່ໜ້າ (2025-2029) ຈັດຂຶ້ນໃນວັນທີ 29 ເມສາ 2025 ຢູ່ແຂວງໄຊສົມບູນ

ຂປລ. ກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງຜັນຂະຫຍາຍ ດຳລັດ414/ລບ ວ່າດ້ວຍການພັດທະນາເສດຖະກິດ ຂອງແຂວງໄຊສົມບຸນ ໄລຍະ 5 ປີ(2019-2024) ແລະ ທິດທາງແຜນການໃນຕໍ່ໜ້າ (2025-2029) ຈັດຂຶ້ນໃນວັນທີ 29 ເມສາ 2025 ຢູ່ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ຜູ້ຊີ້ນໍາວຽກງານຮອບດ້ານ ແຂວງໄຊສົມບູນ, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງເຈົ້າແຂວງ, ຜູ້ຕາງໜ້າຂະແໜງການຈາກສູນກາງ, ບັນດາພະແນກການ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງໄຊສົມບູນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ຄະນະພັກ, ຄະນະນໍາທຸກຂັ້ນ ຢູ່ພາຍໃນແຂວງ ໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ໂດຍເລີ່ມຈາກການແຕ່ງຕັ້ງ ຄະນະຮັບຜິດຊອບຂັ້ນແຂວງ ເພື່ອຕິດຕາມ, ຊຸກຍູ້ໄປພ້ອມກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເນື້ອໃນດໍາລັດສະບັບດັ່ງກ່າວ ໃຫ້ບັນດາສະມາຊິກພັກ, ພະນັກງານ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ ຄຽງຄູ່ກັບການສະໜັບສະໜູນ ແລະ ໃຫ້ການຮ່ວມມື ຂອງບັນດາກະຊວງກ່ຽວຂ້ອງ ໃນການເປັນເຈົ້າການສົມທົບ ກັບບັນດາພະແນກການຂັ້ນແຂວງ ໂດຍຫັນເອົາເນື້ອໃນດໍາລັດ414/ລບ ມາເປັນແຜນງານ, ໂຄງການຈຸດສຸມຈັດຕັ້ງປະຕິບັດ ລະອຽດຕາມ 5 ທ່າແຮງ (ດ້ານກະສິກໍາ, ທ່ອງທ່ຽວ, ໄຟຟ້າ, ບໍ່ແຮ່ ແລະ ເປັນໃຈກາງທາງຜ່ານ). ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ເສດຖະກິດຂອງແຂວງ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ແລະ ມີຫລາຍອັນໄດ້ຮັບການປັບປຸງດີຂຶ້ນ, ມີການຫັນປ່ຽນຢ່າງກ້າວກະໂດດ ສະແດງອອກເສດຖະກິດ ຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, GDP ຂະຫຍາຍຕົວຢູ່ໃນລະດັບ 7%, ການຈັດເກັບລາຍຮັບເຂົ້າງົບປະມານ ນັບແຕ່ປີ 2020-2024 ໄດ້ລື່ນແຜນທຸກໆປີ; ການຜະລິດເປັນສິນຄ້າ ຂອງປະຊາຊົນໄດ້ຮັບການຊຸກຍູ້, ສົ່ງເສີມຢ່າງກວ້າງຂວາງ, ຄອບຄົວທຸກຍາກ ໄດ້ຮັບການແກ້ໄຂຫລຸດລົງເທື່ອລະກ້າວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ ເຮັດໃຫ້ແຂວງມີຄວາມສະ ຫງົບຢ່າງໜັກແໜ້ນ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ປອດໄພ ເປັນເງື່ອນໄຂອັນດີໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ບັນລຸຕາມແຜນການທີ່ວາງໄວ້ ເຊິ່ງກ່ອນມີດໍາລັດ 414/ລບ, ແຂວງໄຊສົມບູນ ມີໂຄງການລົງທຶນພາກລັດ 164 ໂຄງການ, ມູນຄ່າສະພາແຂວງຮັບຮອງ 3.764 ກວ່າຕື້ກີບ, ມູນຄ່າຕາມສັນຍາ 3.797 ກວ່າຕື້ກີບ, ປະຕິບັດໜ້າວຽກໄດ້ລວມ ເປັນມູນຄ່າ 2.559 ກວ່າຕື້ກີບ, ຊໍາລະຮອດທ້າຍປີ 2020 ຈໍານວນ 835 ກວ່າຕື້ກີບ. ພາຍຫລັງມີດໍາລັດ 414/ລບ ມາຮອດປີ 2024, ມີໂຄງການລົົງທຶນຂອງລັດທັງໜົດ 320 ໂຄງການ, ມີມູນຄ່າ 4.400 ຕື້ກວ່າກີບ. ໃນນັ້ນ, ໂຄງການປົກກະຕິ 267 ໂຄງ ການ, ໂຄງການຕາມດໍາລັດ 414/ລບ ທີ່ນໍາໃຊ້ເງິນເກີນແຜນຂອງແຂວງຈັດຕັ້ງປະຕິບັດໄດ້ 53 ໂຄງການ, ສາມາດຊໍາລະປີດອອກຈາກສາລະບານງົບປະມານໄດ້ 124 ໂຄງການ, ມູນຄ່າ 296 ຕື້ກວ່າກີບ, ໂຄງການຕາມດໍາລັດ 414/ລບ ຈຳນວນ 15 ໂຄງການ, ມູນຄ່າ 29 ຕື້ກວ່າກີບ ແລະ ອອກໃບຢັ້ງຢືນການຊໍາລະໂຄງການໄດ້ທັງໜົດ 802 ໂຄງການ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ເອົາໃຈໃສ່ບາງບັນ ຫາ ເປັນຕົ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມຢູ່ພາຍໃນແຂວງ; ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງ; ຫັນລົງກໍ່ສ້າງຮາກຖານ ການເມືອງພັດທະນາ ຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ກໍາແໜ້ນຮາກຖານປະຊາຊົນ, ຍົກສູງຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາອໍານາດການປົກຄອງທ້ອງຖິ່ນ, ຕ້ານປະກົດການທີ່ບໍ່ຖືກຕ້ອງ ແລະ ເດັດດ່ຽວໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ; ຕັ້ງໜ້າຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໄລຍະທ້າຍສະໄໝ. ພ້ອມກັນນີ້, ການກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ມີຄວາມພ້ອມ ທາງດ້ານບຸກຄະລາກອນ, ດ້ານເນື້ອໃນ ໃຫ້ຖືກຕ້ອງ, ຮັບປະກັນມາດຖານເງື່ອນໄຂ ແລະ ໃຫ້ທັນຕາມກຳນົດເວລາ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການຈັດຕັ້ງປະຕິບັດ ດໍາລັດ 414/ລບ ໃຫ້ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້, ຍົກສູງຄວາມເປັນເຈົ້າໃນການຊຸກຍູ້, ຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ; ສືບຕໍ່ພັດທະນາດ້ານການທ່ອງທ່ຽວ ແລະ ການບໍລິການ, ຊຸກຍູ້ການສ້າງຖານການຜະລິດ ໃນຂົງເຂດອຸດສາຫະກໍາ, ຫັດຖະກໍາ ໃຫ້ແຂງແຮງກວ່າເກົ່າ; ສົ່ງເສີມການຜະລິດກະສິກຳ ທີ່ເປັນທ່າແຮງຂອງແຂວງ ໂດຍສະເພາະ ການປູກ, ການລ້ຽງ ໃຫ້ເປັນຂະບວນກວ້າງຂວາງ ແລະ ມີຄວາມຍືນຍົງ; ສ້າງສະພາບແວດລ້ອມ ອໍານວຍຄວາມສະດວກເພື່ອດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ເອົາໃຈໃສ່ການຄຸ້ມຄອງລາຍຮັບ-ລາຍຈ່າຍຢ່າງຮັດກຸມ ຕາມທິດປະຢັດ ຮັບປະ ກັນໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃຫ້ມີຜົນສໍາເລັດ ຢ່າງເປັນຮູບປະທຳຕົວຈິງ ເພື່ອຍູ້ແຮງການພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງຕາມນະໂຍບາຍ ຂອງພັກ-ລັດຖະບານວາງອອກ; ສືບຕໍ່ຈັດຕັ້ງປະຕິ ບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ, ກະຈາຍແຫລ່ງທຶນສູ່ພື້ນຖານການຜະລິດ ຢ່າງມີຈຸດສຸມ ແລະ ເປັນທ່າແຮງຂອງທ້ອງຖິ່ນຕົນ ຄຽງຄູ່ກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ;ສືບຕໍ່ຈັດຕັ້ງປະຕິບັດ ແລະ ຍຶດໝັ້ນ ຕໍ່ແນວ ທາງນະໂຍບາຍຕ່າງປະເທດ, ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ເພື່ອປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຢູ່ພາຍໃນທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິຜົນສູງ.

ໃນໂອກາດທີ່ເຄື່ອນໄຫວວຽກງານຢູ່ ແຂວງໄຊສົມບູນ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ໄປຮ່ວມພິທີເປີດບໍ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫລັກ ຢູ່ເມືອງລ້ອງແຈ້ງ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ,ຫສນຍ
KPL