ຂປລ
ຂປລ. ໃນໂອກາດສະເຫຼລີມສະຫລອງ ວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ສູນກາງສະຫະພັນກໍາມະບານລາວ ໄດ້ກະກຽມຫລາຍກິດຈະກຳ ເພື່ອສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ມີຄວາມໝາຍສຳຄັນ, ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ, ພ້ອມກັນຫວນຄືນມູນເຊື້ອ ປະຫວັດຄວາມເປັນມາ ຂອງວັນກໍາມະກອນສາກົນ

ຂປລ. ໃນໂອກາດສະເຫຼລີມສະຫລອງ ວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ສູນກາງສະຫະພັນກໍາມະບານລາວ ໄດ້ກະກຽມຫລາຍກິດຈະກຳ ເພື່ອສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ມີຄວາມໝາຍສຳຄັນ, ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ, ພ້ອມກັນຫວນຄືນມູນເຊື້ອ ປະຫວັດຄວາມເປັນມາ ຂອງວັນກໍາມະກອນສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທົ່ວໂລກໄດ້ລຸກຮືຂຶ້ນ ເພື່ອຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.
ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ຮູ້ໃນໂອກາດຖະແຫລງຂ່າວ ກ່ຽວກັບວັນດັ່ງກ່າວໃນວັນທີ 24 ເມສາ ຜ່ານມານີ້ວ່າ: ໃນປີ 2025 ນີ້, ສູນກາງສະຫະພັນກໍາມະບານລາວໄດ້ມີແຈ້ງການເຖິງ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ເພື່ອຈັດຕັ້ງການສະເຫລີມສະຫລອງ ວັນກໍາມະກອນສາກົນ ໃຫ້ມີເນື້ອໃນ ເລິກເຊິ່ງ ແລະ ກວ້າງຂວາງ ເປັນຕົ້ນ ຈັດຕັ້ງປາຖະກະຖາມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 139 ປີ ເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ລະນຶກເຖິງມູນເຊື້ອການກໍາເນີດ ເຕີບໃຫຍ່ຂອງຊົນຊັ້ນກໍາມະກອນສາກົນ ແລະ ຊົນຊັ້ນກໍາມະກອນລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນຕາມເງື່ອນໄຂ ແລະ ຄວາມເໝາະສົມຂອງແຕ່ລະບ່ອນ; ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ກ່ຽວກັບ ວັນກໍາມະກອນສາກົນ ຜ່ານສື່ ຫລື ເຮັດແບບຊຶ່ງໜ້າດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ມີເນື້ອໃນ; ຈັດກິດຈະກໍາຍ່າງເພື່ອສຸຂະພາບ 1 ພຶດສະພາ ຄົບຮອບ 139 ປີ ຢູ່ທີ່ສວນປະຕູໄຊ; ຈັດການແຂ່ງຂັນກິລາຕີກັອຟ ເພື່ອລະດົມທຶນກະກຽມກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດຄັ້ງທີ IX; ຈັດຂະບວນການອະນາໄມລວມ, ອະນາໄມສະຖານທີ່ສຳນັກງານ, ອົງການ ແລະ ສະຖານທີ່ສາທາລະນະໃຫ້ມີຄວາມສະອາດງາມຕາ ພ້ອມທັງຮັກສາສິ່ງແວດລ້ອມໃຫ້ດີ. ສຳລັບສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ, ແຂວງ, ສະຫະພັນກໍາມະບານເມືອງ, ນະຄອນ, ກໍາມະບານຮາກຖານ ແລະ ຫົວໜ່ວຍແຮງງານ ໃຫ້ຈັດຕັ້ງການອອກແຮງງານອະນາໄມ ຕາມສຳນັກງານ, ອົງການ, ສະຖານທີ່ເຮັດວຽກ ແລະ ສະຖານທີ່ຕ່າງໆຕາມເງື່ອນໄຂ, ຄວາມເໝາະສົມຕົວຈິງ; ລົງໂຄສະນາເຄື່ອນທີ່ຢູ່ຕາມຫົວໜ່ວຍ ແຮງງານເພື່ອສ້າງຄວາມຮັບຮູ້ ໃຫ້ແກ່ກໍາມະກອນ, ມີກິດຈະກໍາຖາມ-ຕອບຕ່າງໆ ພ້ອມທັງໂຄສະນາຜ່ານສື່ຂອງກໍາມະບານ ແລະ ສື່ຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ.
ການຈັດກິດຈະກຳດັ່ງກ່າວ ກໍເພື່ອຫວນຄືນມູນເຊື້ອ, ປະຫວັດຄວາມເປັນມາ ຂອງວັນກໍາມະ ກອນສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໄດ້ລຸກຮືຂຶ້ນເພື່ອຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທຳອິດ ແມ່ນຢູ່ປະເທດອັງກິດ ໃນປີ 1764 ເພາະປະເທດອັງກິດໃນເວລານັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກວ່າໝູ່, ໃນເດືອນພະຈິກ ປີ 1884 ຢູ່ເມືອງຫລວງຊິກາໂກ ເປັນຈຸດໃຈກາງອຸດສາຫະກຳ ຂອງປະເທດອາເມລິກາ ຂະບວນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸ່ນແຮງ, ຮຽກຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນປະເທດອາເມລິກາ ໄດ້ມີການຕໍ່ສູ້ ໂດຍອີງໃສ່ເນື້ອໃນຂອງຖະແຫລງການ ຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມ ການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ ຂອງປະເທດອາເມລິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງ ເອົາສິດໃນການເຮັດວຽກ ຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ເປີດຂຶ້ນຢູ່ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ, ເອີຣົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ ບັນດາປະເທດທຶນນິຍົມ ແລະ ຣັດເຊຍ ໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.
KPL