ນາຍົກລັດຖະມົນຕີ ຕ້ອນຮັບຮອງເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ເຂົ້າຢ້ຽມຂໍ່ານັບ

25/04/2025 12:07
Email Print 133
ຂປລ ຂປລ. ໃນວັນທີ 24 ເມສາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣາບັບ ຟາຕິມາ, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການສະຫະປະຊາຊາດ ສໍາລັບ ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາ



ຂປລ. ໃນວັນທີ
24 ເມສາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຣາບັບ ຟາຕິມາ, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາ ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ເດີນທາງ ມາປະຕິບັດພາລະກິດ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ທ່ານ ຮອງເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະແມ່ນ ຕໍ່ກັບວຽກງານການກະກຽມອອກຈາກ ສະຖານະພາບປະເທດ ດ້ອຍພັດທະນາຂອງ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງ ຄໍາໝາຍໝັ້ນຂອງ ອົງການສະຫະ ປະຊາຊາດ ໃນການສະໜັບສະໜູນ ແລະ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026. ພ້ອມກັນນີ້, ການມາຢ້ຽມຢາມທາງການດັ່ງກ່າວ ຍັງເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມືທີ່ດີ ລະຫວ່າງ ອົງການ ສປຊ ແລະ ສປປ ລາວ.

ທ່ານນາຍົກລັດຖະມົນຕີໄດ້ກ່າວຢໍ້າວ່າ ເຖິງແມ່ນວ່າ ສປປ ລາວ ຈະສາມາດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ຕາມແຜນການທີ່ວາງໄວ້, ແຕ່ວຽກງານດັ່ງກ່າວ ກໍຈະຍັງບໍ່ສິ້ນສຸດແຕ່ພຽງເທົ່ານັ້ນ, ສປປ ລາວ ຍັງເຂົ້າສູ່ໄລຍະຂ້າມຜ່ານໃນປີ 2026-2029. ຫລັງຈາກນັ້ນ, ສປປ ລາວ ກໍຍັງມີຄວາມຕ້ອງການການສະໜັບສະໜູນ ແລະ ຊ່ວຍເຫລືອຈາກ ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໂດຍສະເພາະ ການສືບຕໍ່ໃຫ້ການຊ່ວຍເຫລືອ ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານໂດຮາ ໄລຍະປີ 2022-2031 ກໍຄື ພາຍຫລັງການອອກຈາກ ສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.



ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການສະຫນັບສະຫນູນຂອງ ອົງການສະຫະປະຊາຊາດ ຕໍ່ການພັດທະນາຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ ອົງການ ສປຊ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຍຸດທະສາດຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2026 ແລະ ຫລັງປີ 2026 ແນໃສ່ພັດທະນາປະເທດ ໃຫ້ມີຄວາມຄືບໜ້າໃນຈັ່ງຫວະທີ່ດີ ເພື່ອຮັບປະກັນໃຫ້ຫລຸດພົົ້ນອອກຈາກ ສະຖານະພາບ ດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ສາມາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້.

ພ້ອມກັນນີ້, ສປປ ລາວ ຈະສືບຕໍ່ສະໜັບສະໜູນ ການປະຕິຮູບລະບົບການພັດທະນາ ຂອງອົງການສະຫະປະຊາຊາດ ແລະ ສືບຕໍ່ຮັດແໜ້ນການປະສານສົມທົບກັນ ໂດຍຜ່ານຜູ້ ປະສານງານອົງການສະຫະປະຊາຊາດ ເພື່ອຍົກສູງປະສິດທິພາບໃນການປະຕິບັດ ວຽກງານຂອງອົງການເຄືອຂ່າຍ ສປຊ ຕ່າງໆບົນພື້ນຖານຂອບການຮ່ວມມື ເພື່ອການພັດທະນາ ແບບຍືນຍົງ.

ໃນຂະນະດຽວກັນ, ທ່ານຮອງເລຂາທິການໃຫຍ່ອົງການ ສປຊ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນສໍາເລັດໃນໄລະຍຜ່ານມາ ຂອງລັດຖະບານ ສປປ ລາວ ທີ່ໄດ້ເອົາໃຈໃສ່ພັດທະນາ ເສດຖະກິດ-ສັງຄົມ ແລະ ຊັບພະຍາກອນມະນຸດຂອງຕົນ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຍືນຍົງ ຈົນສາມາດຜ່ານບັນດາເງື່ອນໄຂ ແລະ ກ້າວເຂົ້າສູ່ຂະບວນການ ກະກຽມການຫລຸດ ພົ້ນອອກຈາກ ສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ທ່ານຍັງໄດ້ກ່າວຢໍ້າຄືນຄວາມໝາຍໝັ້ນຂອງອົງການ ສປຊ ໃນການສະໜັບສະໜູນ ສປປ ລາວ ກໍຄື ບັນດາປະເທດ ດ້ອຍພັດທະນາອື່ນໆ ເພື່ອໃຫ້ສາມາດພັດທະນາປະເທດຊາດ ຂອງຕົນໃຫ້ມີຄວາມຮຸ່ງເຮືອງສີວິໄລ ແລະ ສາມາດຫລຸດພົ້ນອອກ ຈາກສະຖານະພາບປະເທດ ດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.

ນອກຈາກນີ້, ທັງສອງຝ່າຍກໍໄດ້ປຶກສາຫາລື ແລກປ່ຽນກັນຫລາຍບັນຫາ ໂດຍສະເພາະ ກ່ຽວກັບຜົນສະທ້ອນ ແລະ ສິ່ງທ້າທາຍທີ່ອາດຈະເກີດຂຶ້ນ ພາຍຫລັງການຫລຸດພົ້ນອອກຈາກ ສະຖານະພາບປະເທດ ດ້ອຍພັດທະນາ, ການກະກຽມເຂົ້າຮ່ວມກອງປະຊຸມລະດັບສູງທີ່ສໍາຄັນຕ່າງໆເຊັ່ນ: ກອງປະຊຸມບັນດາປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 (The LLDC3 Conference) ເຊິ່ງຈະຈັດຂຶ້ນໃນເດືອນສິງຫາ 2025 ທີ່ປະເທດຕວັກເມນິດສະຖານ, ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ຄັ້ງທີ 80 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2025 ທີ່ນິວຢອກ, ສະຫະລັດອາເມລິກາ ແລະ ກອງປະຊຸມລະດັບສູງກ່ຽວກັບ ການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຢ່າງຍືນຍົງ ທີ່ຈະຈັດຂຶ້ນທີ່ໂດຮາ, ປະເທດກາຕາ ໃນທ້າຍປີ 2025 ເປັນຕົ້ນ.

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

      4/25/2025 9:13:40 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

      4/25/2025 9:06:11 PM

      ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

    • ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:59:10 PM

      ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໃນໂອກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ຢູ່ ​ສປປ ລາວ ແຕ່​ວັນ​ທີ 24-25 ເມສາ 2025.

    • ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວການເມືອງ

      ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວ

      4/25/2025 8:57:42 PM

      ຂປລ. ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:55:17 PM

      ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.

ads
ads

Top