7015

ຂປລ. ຕອນແລງວັນທີ 22 ເມສາ 2025 ຜ່ານມາ, ກ້ອນກໍາ ລັງສວນສະໜາມກອງທັບປະຊາ ຊົນລາວ ນຳໂດຍສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການ ທະຫານກອງພັນໃຫຍ່ 11, ຫົວໜ້າ ຄະນະຊີ້ນຳກ້ອນກຳລັງສວນສະ ໜາມກອງທັບປະຊາຊົນລາວ ພ້ອມ ຄະນະໄດ້ນຳພາກ້ອນກຳລັງສວນ ສະໜາມກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມ ຕົວຈິງຢູ່ຕົວເມືອງນະຄອນ ໂຮ່ຈີ່ ມິງ ສສ ຫວຽດນາມ ເພື່ອກຽມ ຄວາມພ້ອມເຂົ້າຮ່ວມໃນພິທີສະ ເຫລີມສະຫລອງວັນປົດປ່ອຍພາກ ໃຕ້ຫວຽດນາມ ຄົບຮອບ 50 ປີ, ການຝຶກຕົວຈິງຄັ້ງນີ້, ໃນ ທ່າມກາງບັນຍາກາດຟົດຟື້ນທີ່ມີ ປວງຊົນຊາວຫວຽດນາມ ຈຳນວນ ຫລວງຫລາຍລໍຖ້າຮັບຊົມການເດີນ ສວນສະໜາມຂອງບັນດາກ້ອນ ກຳລັງກອງທັບປະຊາຊົນລາວ, ກ້ອນກຳລັງສວນສະໜາມກອງທັບ ຫວຽດນາມ ແລະ ກ້ອນກໍາລັງ ສວນສະໜາມກອງທັບກຳປູເຈຍ ເຊິ່ງການຝຶກຊ້ອມຄັ້ງນີ້, ກໍເພື່ອ ເປັນການເຮັດໃຫ້ກ້ອນກຳລັງສວນ  ອ່ານຕໍ່ໜ້າ 3 rP' 3 gfn vo s];'rt[k' gda []kpwfh 584 ]h ko3f]k 9kddkomj v'mj P; dh vode]a 'l;olt|k,dv'ma []k; /b d-h v,gfu ol;olt|k,16j s;Pfok, 3I'cI,c]o,kd xtdv[lj ;ofb 'f6 f oa dmj v'mj P;8j k'xtgmfg0Q k,kmj P;]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 25.04.2025 ປີທີ 24 ສະບັບທີ 6.170 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 dv'xt-5 ,ltw\lk,a o0v']a f4t[ko xt9egfn vog,lk 2025 sk]n s]kp[a oskle7a o ]tfq ,7;k,7y fgsa o.lj Ij k' ]kp'kodkog,n v' 7A 'mu XII 0v'ra d okpq d]a f4t,q o8u 8h voIa [Iv'g]0kmy dko.spj vq 'dkoltstxt-k-kf g0Q k1h P,0+ koa [ ra d c]t xt-k-q o]k; xtdv[lj ;o1j k'8A '|h k .o[A oxq fxj vprkd.8h {mh vo3I,xtgmfs;Pfok, ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດແມ່ນຜົນສໍາເລັດອັນ ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີXII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຂປລ. ໂຮງແຮມແລນມາກ ແມ່ ຂອງລີເວີໄຊ ເປັນໂຮງແຮມໜຶ່ງສົ່ງ ເສີມການທ່ອງທ່ຽວ ເພື່ອດຶງດູດ ໃຫຍ່ຫລວງໃນພາລະກິດປົດປ່ອຍ ຊາດ ແລະ ປົດປ່ອຍສັງຄົມພາຍໃຕ້ ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງແມ່ນຂີດໝາຍປະຫວັດສາດ ອັນສະຫງ່າງາມ ແລະ ຮຸ່ງເຮືອງ ເຫລືອງເຫລື້ອມໃນເສັ້ນທາງນັບ ພັນປີແຫ່ງການສ້າງສາ ແລະ ປົກ ປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນ ໜຶ່ງໄດ້ຮັບການສະໜັບສະໜູນທີ່ ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາ ຂປລ. ໃນວັນທີ 24 ເມສາ 2025, ທີ່ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ນາງ ຣາບັບ ຟາຕິມາ ຮອງເລຂາທິການໃຫຍ່ ອົງ ການສະຫະປະຊາຊາດ, ຜູ້ຕາງໜ້າ ລະດັບສູງອົງການສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ປະ ເທດກໍາລັງພັດທະນາບໍ່ມີຊາຍແດນ ຕິດທະເລ ແລະ ປະເທດເກາະດອນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິ ການສູນກາງພັກ, ຫົວໜ້າຫ້ອງ ວ່າການສູນກາງພັກ, ຮອງຫົວໜ້າ (ຜູ້ປະຈໍາການ) ອະນຸກໍາມະການ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະ ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມ ຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025 ເພື່ອເພີ່ມທະ ວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ]k;{s;Pfok, ln [8 Ia fc|h olkprq ;ra oc[[ry glf +

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/04/2025 xtgmf]k; ]a f4t,q o8u dt-;'p5 8y me 8h voIa [ Iv']a f4t,q o8u dq f\kp ,kg]g-p ກອງປະຊຸມສະໄໝສາມັນ... ນາຍົກລັດຖະມົນຕີ... ລາວ-ຫວຽດນາມ... ຂປລ. ໃນວັນທີ 21 ເມສາ 2025 ຜ່ານມາ, ທ່ານ ໄພວີ ສີບົວ ລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ກູ່ລາ ເຊກາຣັນ ຮອງລັດຖະມົນຕີ ກົດໝາຍ ມາເລເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນ ທາງການໂດຍສະເພາະເຂົ້າຮ່ວມ ກອງປະຊຸມກົດໝາຍອາຊຽນ ປີ 2025 ແລະ ການຢັ້ງຢືນກ່ຽວກັບ ຖະແຫລງການຮ່ວມຂອງບັນດາ ລັດຖະມົນຕີກົດໝາຍວ່າດ້ວຍການ ພັດທະນາການແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກໍາມະການ ແລະ ການ ໄກ່ເກ່ຍຂໍ້ຂັດແຍ່ງສາກົນ. ໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຍິນດີ ຕໍ່ປະເທດມາເລເຊຍ ໃນການດໍາ ລົງຕຳແໜ່ງປະທານອາຊຽນ ໃນ ປີ 2025 ພາຍໃຕ້ຄໍາຂວັນ “ການ ມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນ ຍົງທີ່ສະແດງໃຫ້ເຫັນເຖິງຫລັກໝັ້ນ ຮ່ວມກັນຂອງອາຊຽນ ຕໍ່ພາກພື້ນ ແລະ ເພີ່ມທະວີການຮ່ວມມືດ້ານ ກົດໝາຍ, ພ້ອມທັງຊຸກຍູ້ວຽກງານ ຍຸຕິທຳ ໃຫ້ມີຄວາມຍືນຍົງພາຍໃນ ຂອບການຮ່ວມມືອາຊຽນ. ພ້ອມນີ້, ກໍໄດ້ຖືໂອກາດນີ້, ສະເໜີກ່ຽວກັບທີ່ ຕັ້ງ, ພາລະບົດບາດແລະ ວຽກບຸລິມະ ສິດຂອງກະຊວງຍຸຕິທຳ ສປປ ລາວ ໂດຍສະເພາະວຽກງານສູນແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດ. ໂອກາດດຽວກັນ, ທ່ານຮອງລັດ ຖະມົນຕີກົດໝາຍ ມາເລເຊຍ ກໍໄດ້ ໃຫ້ການເຊື້ອເຊີນທ່ານລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມກົດໝາຍອາ ຊຽນ ປີ 2025 ແລະ ການຢັ້ງຢືນ ກ່ຽວກັບຖະແຫລງການຮ່ວມຂອງ ບັນດາລັດຖະມົນຕີກົດໝາຍ ວ່າ ດ້ວຍການພັດທະນາການແກ້ໄຂ ຂໍ້ຂັດແຍ່ງໂດຍຄະນະກໍາມະການ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງສາກົນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ ປຶກສາຫາລືກ່ຽວກັບການຮ່ວມມື, ແລກປ່ຽນບົດຮຽນ ແລະ ຢ້ຽມ ຢາມລະຫວ່າງສອງປະເທດ ໃນ ຂົງເຂດວຽກງານຍຸຕິທຳ ແລະ ກົດ ໝາຍ; ແລກປ່ຽນປະສົບການຂອງ ມາເລເຊຍ ໃນການເຊື່ອມໂຍງທາງ ດ້ານກົດໝາຍຂອງອາຊຽນ ແລະ ວຽກງານທີ່ເປັນໄປໄດ້ທີ່ ສປປ ລາວ ສາມາດຮຽນຮູ້ຈາກການ ປະຕິບັດທີ່ດີທີ່ສຸດຂອງມາເລເຊຍ; ແລກປ່ຽນຂໍ້ລິເລີ່ມຂອງ ສປປ ລາວ ໃນການຮ່ວມມືດ້ານກົດໝາຍອາ ຊຽນ ຊຶ່ງເປັນໂອກາດອັນດີໃຫ້ກະ ຊວງຍຸຕິທຳ ສປປ ລາວ ໄດ້ເສີມ ຂະຫຍາຍການຮ່ວມມືໃນວຽກງານ ຂະແໜງຍຸຕິທໍາ ເນື່ອງຈາກມາເລ ເຊຍ ເປັນປະເທດທີ່ມີການພັດທະ ນາລະບົບກົດໝາຍໃນແຕ່ລະໄລ ຍະ ໂດຍມີຄວາມຊ່ຽວຊານດ້ານ ກົດໝາຍການຄ້າ, ການແກ້ໄຂຂໍ້ຂັດ ແຍ່ງໂດຍຄະນະກຳມະການ, ມີການ ນໍາໃຊ້ລະບົບເຕັກໂນໂລຊີເຂົ້າໃນ ຂະບວນການຍຸຕິທໍາ ເຊິ່ງຈະນຳຜົນ ປະໂຫຍດອັນດີໃຫ້ແກ່ ສປປ ລາວ ຫລາຍດ້ານໃນຕໍ່ໜ້າ. ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2025 ໄດ້ໄຂຂຶ້ນໃນວັນທີ 24 ເມສາ 2025 ນີ້, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ, ມີບັນດາທ່ານຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ, ຜູ້ຕາງໜ້າຈາກບັນດາ ກະຊວງ-ອົງການເຂົ້າຮ່ວມແບບ ເຊິ່ງໜ້າ ແລະ ຜູ້ຕາງໜ້າການນຳ ບັນດາແຂວງ ແລະ ນະຄອນຫລວງ ວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງການລາຍ ງານສະພາບພົ້ນເດັ່ນ ປະຈຳເດືອນ ເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2025 ເຊິ່ງ ຈະໄດ້ດໍາເນີນໃນລະຫວ່າງວັນທີ 24-25 ເມສາ 2025. ນ້ອຍກໍາລັງພັດທະນາ ພ້ອມດ້ວຍຄະ ນະໃນໂອກາດທີ່ທ່ານໄດ້ເດີນທາງ ມາປະຕິບັດພາລະກິດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ທ່ານຮອງ ເລຂາທິການໃຫຍ່ອົງການສະຫະ ປະຊາຊາດ ທີ່ເດີນທາງມາເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍ ສະເພາະແມ່ນຕໍ່ກັບວຽກງານການ ກະກຽມອອກຈາກສະຖານະພາບ ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມ ກຽດທີ່ສໍານັກງານປະທານປະເທດ ໃນຕອນບ່າຍຂອງວັນທີ 24 ເມສາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງຂອງສອງປະເທດ. ຫລັງຈາກນັ້ນ, ສອງປະທານປະ ເທດ ລາວ ແລະ ຫວຽດນາມ ໄດ້ນໍາ ພາຄະນະດໍາເນີນການພົບປະສອງ ຝ່າຍຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ສະຫາຍ ເລືອງ ເກືອງ ທີ່ໄດ້ຮັບເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງ ໄດ້ຕີລາຄາສູງຕໍ່ການເດີນທາງມາ ຢ້ຽມຢາມລັດຖະກິດທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດໃນ ຖານະຕໍາແໜ່ງທີ່ມີກຽດສູງສົ່ງນີ້, ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ດີຢູ່ແລ້ວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດໄປ ຍັງບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກທົ່ວໜ້າ. ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດເຫັນ ຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະ ພາບຖານສະຫາຍອ້າຍນ້ອງ ເຊິ່ງ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວ ກັບສະພາບການພັດທະນາເສດ ຖະກິດ-ສັງຄົມພາຍໃນປະເທດ ຂອງຕົນ ແລະ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງ ປະເທດຍາດມາໄດ້ໃນໄລຍະຜ່ານ ມາ, ພ້ອມທັງໄດ້ຕີລາຄາຜົນການ ພົວພັນຮ່ວມມືຜ່ານມາ ກໍຄື ທິດທາງ ແຜນການຈຸດສຸມຂອງການຮ່ວມມື ລະຫວ່າງສອງປະເທດໃນຕໍ່ໜ້າ. ສອງຝ່າຍໄດ້ມີຄວາມປິຕິຍິນດີທີ່ ເຫັນວ່າການພົວພັນຮ່ວມມືຂອງ ສອງປະເທດໃນໄລຍະ 1 ປີຜ່ານ ມາ ແມ່ນສືບຕໍ່ມີການພັດທະນາຢ່າງ ບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນການຮ່ວມມືທາງດ້ານການ ເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອ ໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບ ມື້ມີຄວາມໃກ້ຊິດສະໜິດສະໜົມ, ການນໍາຂັ້ນສູງ ກໍຄື ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໄດ້ ມີການພົບປະຢ້ຽມຢາມ ແລະ ໄປ ມາຫາສູ່ກັນຢ່າງເປັນປົກກະຕິ; ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງປະ ເທດ: ຮັກສາໄດ້ຄວາມສະຫງົບຕາມ ບໍລິເວນຊາຍແດນ, ສະກັດກັ້ນອາ ຊະຍາກໍາຂ້າມຊາດ, ການຂົນສົ່ງ ຢາເສບຕິດ ແລະ ການມ້າງເພ ທໍາລາຍຂອງອິດທິກໍາລັງປໍລະປັກ ພ້ອມທັງປະສານສົມທົບກັນຢ່າງ ໃກ້ຊິດຢູ່ໃນເວທີສາກົນຕ່າງໆ; ດ້ານ ເສດຖະກິດ-ການຄ້າ: ເຫັນວ່າມູນ ຄ່າການຄ້າສອງສົ້ນເພີ່ມຂຶ້ນໃນ ແຕ່ລະປີ, ການລົງທຶນຂອງຫວຽດ ນາມ ກໍສືບຕໍ່ເປັນປະເທດອັນດັບ ຕົ້ນໆທີ່ເຂົ້າມາລົງທຶນຢູ່ລາວ; ການ ຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກ ໂນໂລຊີ, ການສຶກສາ, ສາທາລະນະ ສຸກ, ຖະແຫລງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງ ມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດກໍ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ບັນດາໂຄງການຮ່ວມມືທີ່ເປັນ ຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນ ຮູບປະທໍາ. ພ້ອມດຽວກັນນີ້, ສອງສະຫາຍ ປະທານປະເທດ ລາວ-ຫວຽດນາມ ໄດ້ເຫັນດີເປັນເອກະພາບຈະສືບ ຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ສອງຝ່າຍເປັນເຈົ້າການໃນການ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນ ສູງສອງພັກ, ສອງລັດ ກໍຄື ບົດ ບັນທຶກການຮ່ວມມືຂອງບັນດາ ກະຊວງ, ຂະແໜງການຕ່າງໆທັງ ຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍ ສະເພາະການເຊື່ອມຈອດພື້ນຖານ ດ້ານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການຮ່ວມມື ທີ່ເປັນຍຸດທະສາດທີ່ສໍາຄັນ ເພື່ອ ເປັນພື້ນຖານອັນສໍາຄັນໃຫ້ແກ່ການ ເຊື່ອມໂຍງພາກພື້ນ ແລະ ເປັນທ່າ ແຮງຂັບເຄື່ອນທາງດ້ານເສດຖະກິດ ຂອງລາວ ແລະ ຫວຽດນາມ ໃນ ອະນາຄົດ. ນອກຈາກນັ້ນ, ສອງ ຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ໄດ້ສະແດງຄວາມ ຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ໄດ້ສະແດງ ຄວາມເສົ້າສະຫລົດໃຈ ແລະ ແບ່ງ ເບົາຄວາມທຸກໂສກຕໍ່ການຈາກໄປ ຢ່າງບໍ່ມີວັນກັບຄືນຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຜູ້ນໍາປະ ຕິວັດຮຸ່ນກໍ່ຕັ້ງຂອງພັກປະຊາຊົນ ປະຕິວັດລາວ, ທັງເປັນອະດີດສະ ມາຊິກພັກກອມມູນິດອິນດູຈີນ ຄົນ ສຸດທ້າຍຂອງລາວ, ທັງເປັນສະ ຫາຍທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໂດຍການ ປະກາດໄວ້ທຸກລະດັບຊາດ ເປັນ ເວລາ 2 ວັນ, ພ້ອມທັງໄດ້ສົ່ງການ ນໍາຂັ້ນສູງສຸດ ມາຮ່ວມໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບ ລະດັບຊາດ ເຊິ່ງສະແດງໃຫ້ເຫັນ ເຖິງສາຍພົວພັນແບບພິເສດທີ່ມີໜຶ່ງ ບໍ່ມີສອງໃນໂລກລະຫວ່າງສອງປະ ເທດລາວ ແລະ ຫວຽດນາມ. ພ້ອມ ນັ້ນ, ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ ສປປ ລາວ ໃນ ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອ ກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ໃນຂະນະດຽວກັນ, ສະຫາຍ ປະທານປະເທດ ເລືອງ ເກືອງ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄໍາເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນດ້ວຍໄມຕີຈິດມິດຕະພາບອັນ ສະໜິດສະໜົມໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄໍາໝາຍໝັ້ນວ່າຈະສືບຕໍ່ໃຫ້ ການຮ່ວມມືຢ່າງໃກ້ຊິດ, ສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ ໃຫ້ຈະເລີນ ຮຸ່ງເຮືອງຂຶ້ນໄປເລື້ອຍໆ. ພາຍຫລັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ເລືອງ ເກືອງ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານໃນພິທີລົງນາມ ເອກະສານ ຈໍານວນ 3 ສະບັບ ຄື: ໜັງສືເຈດຈໍານົງ ວ່າດ້ວຍການ ຊ່ວຍເຫລືອກໍ່ສ້າງສໍານັກງານກອງ ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ; ແຜນການຮ່ວມມືປະ ຈໍາປີ 2025 ລະຫວ່າງກະຊວງຍຸຕິ ທໍາ ແຫ່ງ ສປປ ລາວ ແລະ ກະຊວງ ຍຸຕິທໍາ ແຫ່ງ ສສ ຫວຽດນາມ ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມືລະຫວ່າງອໍານາດການ ປົກຄອງແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະການ ປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 2025-2030. ພ້ອມກັນນີ້, ສອງສະຫາຍປະທານ ປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນ ພິທີມອບ-ຮັບໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ບໍລິສັດໄຟ ຟ້າເຊຂະໝານ 3 ຈໍາກັດ. ຈາກນັ້ນ, ສອງສະຫາຍປະທານ ປະເທດ ລາວ ແລະ ຫວຽດນາມ ກໍ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງ ໃນໂອກາດບຸນປີໃໝ່ລາວ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບເພື່ອ ເປັນກຽດໃຫ້ແກ່ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະເນື່ອງໃນ ໂອກາດຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນຄັ້ງນີ້. ພາບ: ເກດສະໜາ ກອງປະຊຸມໃນຄັ້ງນີ້, ເພື່ອ ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະ ກອບຄຳເຫັນ ແລະ ພິຈາລະນາ ຫລາຍຫົວຂໍ້ທີ່ສໍາຄັນເປັນຕົ້ນສະ ພາບພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງແຜນການປະຈຳ ເດືອນພຶດສະພາ 2025 ຂອງລັດ ຖະບານ; ສະພາບການສະເຫລີມສະ ຫລອງບຸນປີໃໝ່ລາວ ພສ 2568, ແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ ປີ 2025-2030; ຮ່າງດໍາລັດວ່າດ້ວຍກອງທຶນຜະລິດ ສິນຄ້າຢູ່ ສປປ ລາວ; ຮ່າງກົດໝາຍ ວ່າດ້ວຍການປູກຝັງ; ຮ່າງແຜນງານ ແຫ່ງຊາດ ການປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ; ຮ່າງວິໄສ ທັດຮອດປີ 2040 ແລະ ແຜນການ ຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າປີ 2025-2030. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບ ການພາກພື້ນ ແລະ ສາກົນ ຍັງສືບ ຕໍ່ເຄັ່ງຮ້ອນ, ຄາດເດົາໄດ້ຍາກໂດຍ ສະເພາະບັນຫາການຂຶ້ນອັດຕາພາ ສີນໍາເຂົ້າຂອງ ສ ອາເມລິກາ ຕໍ່ປະ ເທດຕ່າງໆເຮັດໃຫ້ເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວຍິ່ງມີ ຄວາມຜັນຜວນສົ່ງຜົນກະທົບເປັນ ວົງກວ້າງຂຶ້ນຕື່ມ. ສໍາລັບ ສປປ ລາວ ກໍຈະບໍ່ສາມາດຫລີກລ່ຽງຜົນ ກະທົບດັ່ງກ່າວໄດ້ ຊຶ່ງລັດຖະບານ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຄົ້ນຄວ້າບັນດາມາດຕະການ ຮັບມື, ວິທີການໃນການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວແຕ່ ຫົວທີ ແລະ ແກ້ໄຂບັນຫາຜົນກະທົບ ທີ່ເກີດຂຶ້ນມາແລ້ວ ເພື່ອບໍ່ໃຫ້ກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການ ພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດເຮົາ. ນອກຈາກນີ້, ຍັງມີ ບັນຫາໄພທໍາມະຊາດ ແຜ່ນດິນໄຫວ ຢູ່ປະເທດມຽນມາ, ໄຟໄໝ້ປ່າ, ພະ ຍາດລະບາດ ແລະ ອື່ນໆ ກໍຍັງຈະ ສືບຕໍ່ເປັນສິ່ງທ້າທາຍທີ່ຈະເປັນໄພ ຄຸກຄາມ ແລະ ສ້າງຜົນເສຍຫາຍຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ ຫລາຍປະເທດ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງໃຫ້ບັນ ດາທ່ານສະມາຊິກລັດຖະບານ ແລະ ຜູ້ຕາງໜ້າການນໍາອົງການປົກຄອງ ທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄຳເຫັນຢ່າງ ເລິກເຊິ່ງແທດກັບສະພາບຄວາມ ເປັນຈິງດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມ ລັດຖະບານຄັ້ງນີ້ ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປະເທດດ້ອຍພັດທະນາຂອງ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງຄໍາ ໝາຍໝັ້ນຂອງອົງການສະຫະປະ ຊາຊາດ ໃນການສະໜັບສະໜູນ ແລະ ການກະກຽມຄວາມພ້ອມ ຂອງ ສປປ ລາວ ໃນການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນປີ 2026. ພ້ອມກັນ ນີ້, ການມາຢ້ຽມຢາມທາງການດັ່ງ ກ່າວ ຍັງເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມືທີ່ດີລະຫວ່າງ ອົງການ ສປຊ ແລະ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ ກ່າວຢໍ້າວ່າ “ເຖິງແມ່ນວ່າ ສປປ ລາວ ຈະສາມາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນປີ 2026 ຕາມແຜນ ການທີ່ວາງໄວ້, ແຕ່ວຽກງານດັ່ງ ກ່າວກໍຈະຍັງບໍ່ສິ້ນສຸດແຕ່ພຽງເທົ່າ ນັ້ນ, ສປປ ລາວ ຍັງເຂົ້າສູ່ໄລຍະ ຂ້າມຜ່ານໃນປີ 2026-2029. ຫລັງຈາກນັ້ນ, ສປປ ລາວ ກໍຍັງ ມີຄວາມຕ້ອງການການສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກອົງ ການສະຫະປະຊາຊາດ, ອົງການ ຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມ ພັດທະນາຕ່າງໆ ໂດຍສະເພາະການ ສືບຕໍ່ໃຫ້ການຊ່ວຍເຫລືອໃນການ ຈັດຕັ້ງປະຕິບັດແຜນດໍາເນີນງານ ໂດຮາ ໄລຍະປີ 2022-2031 ກໍຄື ພາຍຫລັງການອອກຈາກສະຖານະ ພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ ຕີລາຄາສູງຕໍ່ບົດບາດ ແລະ ການ ສະໜູບສະໜູນຂອງອົງການສະຫະ ປະຊາຊາດ ຕໍ່ການພັດທະນາຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ອົງການ ສປຊ ສືບຕໍ່ໃຫ້ ການຮ່ວມມືຊ່ວຍເຫລືອການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນຍຸດທະສາດ ຂ້າມຜ່ານຂອງ ສປປ ລາວ ເພື່ອ ອອກຈາກສະຖານະພາບດ້ອຍພັດ ທະນາໃນປີ 2026 ແລະ ຫລັງປີ 2026 ແນໃສ່ພັດທະນາປະເທດ ໃຫ້ມີຄວາມຄືບໜ້າໃນຈັງຫວະທີ່ ດີ ເພື່ອຮັບປະກັນໃຫ້ຫລຸດພົົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ສາມາດເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້. ພ້ອມກັນນີ້, ສປປ ລາວ ຈະສືບຕໍ່ສະໜັບສະໜູນການປະຕິຮູບ ລະບົບການພັດທະນາຂອງອົງການ ສະຫະປະຊາຊາດ ແລະ ສືບຕໍ່ຮັດ ແໜ້ນການປະສານສົມທົບກັນ ໂດຍ ຜ່ານຜູ້ປະສານງານອົງການສະຫະ ປະຊາຊາດ ເພື່ອຍົກສູງປະສິດທິພາບ ໃນການປະຕິບັດວຽກງານຂອງອົງ ການເຄືອຂ່າຍ ສປຊ ຕ່າງໆບົນພື້ນ ຖານຂອບການຮ່ວມມືເພື່ອການພັດ ທະນາແບບຍືນຍົງ. ໃນຂະນະດຽວກັນ, ທ່ານຮອງ ເລຂາທິການໃຫຍ່ອົງການ ສປຊ ກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນສໍາເລັດໃນໄລຍະຜ່ານມາຂອງ ລັດຖະບານ ສປປ ລາວ ທີ່ໄດ້ເອົາໃຈ ໃສ່ພັດທະນາເສດຖະກິດ-ສັງຄົມ ແລະ ຊັບພະຍາກອນມະນຸດຂອງ ຕົນໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຍືນຍົງຈົນສາມາດຜ່ານບັນ ດາເງື່ອນໄຂ ແລະ ກ້າວເຂົ້າສູ່ຂະ ບວນການກະກຽມການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026. ທ່ານ ຍັງໄດ້ກ່າວຢໍ້າຄືນຄວາມໝາຍໝັ້ນ ຂອງອົງການ ສປຊ ໃນການສະ ໜັບສະໜູນ ສປປ ລາວ ກໍຄື ບັນ ດາປະເທດດ້ອຍພັດທະນາອື່ນໆ ເພື່ອໃຫ້ສາມາດພັດທະນາປະເທດ ຊາດຂອງຕົນໃຫ້ມີຄວາມຮຸ່ງເຮືອງ ສີວິໄລ ແລະ ສາມາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະ ພາບ ແລະ ຍືນຍົງ. ນອກຈາກນີ້, ທັງສອງຝ່າຍກໍ ໄດ້ປຶກສາຫາລືແລກປ່ຽນກັນຫລາຍ ບັນຫາໂດຍສະເພາະກ່ຽວກັບຜົນ ສະທ້ອນ ແລະ ສິ່ງທ້າທາຍທີ່ອາດຈະ ເກີດຂຶ້ນພາຍຫລັງການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ, ການກະກຽມເຂົ້າ ຮ່ວມກອງປະຊຸມລະດັບສູງທີ່ສໍາ ຄັນຕ່າງໆເຊັ່ນ: ກອງປະຊຸມບັນດາ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 (The LLDC3 Confer ence) ເຊິ່ງຈະຈັດຂຶ້ນໃນເດືອນ ສິງຫາ 2025 ທີ່ປະເທດຕວັກເມນິດ ສະຖານ, ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຄັ້ງທີ80 ທີ່ຈະຈັດຂຶ້ນ ໃນເດືອນກັນຍາ 2025 ທີ່ນິວຢອກ, ສະຫະລັດອາເມລິກາ ແລະ ກອງ ປະຊຸມລະດັບສູງກ່ຽວກັບການຫລຸດ ພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງຍືນຍົງທີ່ຈະຈັດ ຂຶ້ນທີ່ໂດຮາ, ປະເທດກາຕາ ໃນທ້າຍ ປີ 2025 ເປັນຕົ້ນ.

lkprq ;ra o,y f8trk[ ]k;{9u o wfh Ia [dkoglu ,0tspkp1j k'[+ 15 f1A ' xtgmf]k; 3 25/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ອ່ານຕໍ່¤—Å —ໜ້າ —Ê “¤§ໜÇ ©“’ ž່າຕÊ່ Ž [q flerkf mj kom6 f csj ' ll s;Pfok, xt9e]k; .o3vdkf xtmkoxtgmf csj ' ll s;Pfok, 1h P,1k, lxx ]k; ເຂດ. ການຢ້ຽມຢາມຄັ້ງນີ້ ຈະປະ ກອບສ່ວນຮັດແໜ້ນສາຍພົວພັນ ສາມັກຄີແບບພິເສດຫວຽດນາມລາວ ໃຫ້ເລິກເຊິ່ງກວ່າເກົ່າ; ພ້ອມ ທັງເປັນໂອກາດໃຫ້ສອງຝ່າຍປຶກ ສາຫາລືກ່ຽວກັບສະພາບການຂອງ ແຕ່ລະພັກ, ແຕ່ລະປະເທດ, ສະພາບ ການໂລກແລະພາກພື້ນທີ່ສອງຝ່າຍ ສົນໃຈ; ຮ່ວມກັນຕີລາຄາຄືນສາຍ ພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາ ແລະ ແລກ ປ່ຽນບັນດາມາດຕະການຊຸກຍູ້ການ ພົວພັນສາມັກຄີແບບພິເສດຫວຽດ ນາມ- ລາວ ໃຫ້ພັດທະນາຢ່າງເລິກ ເຊິ່ງ ແລະ ກວ້າງຂວາງໃນຫລາຍ ຂົງເຂດ. ພິເສດຄືດັ່ງທີ່ທ່ານຮູ້ວ່າ, ເມື່ອ ຮອດລະດູບານໃໝ່, ບຸນປີໃໝ່ປະ ຈໍາຊາດຫວຽດນາມ, ກໍ່ຄືບຸນປີໃໝ່ ລາວໃນທຸກປີ, ສອງປະເທດຫວຽດ ນາມແລະລາວໄດ້ສົ່ງຄໍາອວຍພອນ ແລະ ຄວາມຢື້ຢາມຖາມຂ່າວຊຶ່ງ ກັນແລະກັນ, ຖືວ່າປີໃໝ່ຂອງເພື່ອນ ມິດຄືກັບຂອຕົນເອງ. ສະນັ້ນ, ຂ້າ ພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມ ທາງລັດຖະກິດຂອງ ສະຫາຍ ເລືອງ ເກືອງ ໃນຄັ້ງນີ້ມີຂຶ້ນໃນທ່າມກາງ ບັນຍາກາດເບີກບານມ່ວນຊື່ນຂອງ ບຸນປີໃໝ່ລາວ, (ພສ 2568), ຖື ເປັນການເຄື່ອນໄຫວສຳຄັນຢູ່ຕ່າງ ປະເທດ, ອັນສະແດງໃຫ້ເຫັນເຖິງ ມູນເຊື້ອອັນດີງາມຂອງສອງປະ ມື້ນີ້ ວັນທີ 25 ເມສາ ເປັນມື້ທີ່ ມີຄວາມໝາຍສຳຄັນຍິ່ງຂອງສອງ ປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ລາວ-ຈີນ ຄົບ ຮອບ 64 ປີ (25 ເມສາ 1961-25 ເມສາ2025). ຕະຫລອດໄລຍະ 64 ປີແຫ່ງການຮ່ວມມືເຫັນວ່າ ການຮ່ວມມືລະຫວ່າງ 2 ຝ່າຍນັບ ມື້ກວ້າງຂວາງ ຊຶ່ງເປັນການເສີມ ຂະຫຍາຍມູນເຊື້ອປະຕິວັດອັນດີ ງາມ ປະກອບສ່ວນອັນໃໝ່ໃນການ ຊຸກຍູ້ການຮ່ວມມືກັນຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນໃນທຸກ ຂົງເຂດວຽກງານ ແລະ ເພີ່ມເນື້ອ ໃນອັນໃໝ່ໃຫ້ແກ່ການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ລະ ຫວ່າງລາວ ແລະ ຈີນ ເຮັດໃຫ້ປະ ເທດລາວ ແລະ ປະເທດຈີນ ເປັນ ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ຕະຫລອດໄປ. ໃນໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບການສະຖາປານາ ການພົວພັນຮ່ວມມື ລາວ-ຈີນ ແມ່ນ ຢູ່ໃນຮູບແບບການສະໜັບສະໜູນ ຊ່ວຍເຫລືອໃຫ້ແກ່ພາລະກິດຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ ເພື່ອ ຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ ຂູດຮີດ ໃນຖານະທີ່ສອງປະເທດ ມີເສັ້ນຊາຍແດນຕິດຈອດກັນເປັນ ປະເທດບ້ານໃກ້ເຮືອນຄຽງ ສິ່ງສຳ ຄັນແມ່ນມີພັກກອມມູນິດນຳພາ ການປະຕິບັດຄືກັນ. ພັກ-ລັດຖະ ບານ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ຢູ່ຄຽງຂ້າງ ໃຫ້ການສະໜັບ ສະໜູນຊ່ວຍເຫລືອແກ່ການປະຕິ ບັດລາວ ທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີສາກົນພາກພື້ນ, ມີການ ໄປມາຢ້ຽມຢາມກັນຕະຫລອດ ມາ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງພັກປະຊາ ຊົນລາວ (ພັກປະຊາຊົນປະຕິບັດ ລາວໃນປັດຈຸບັນ)ໄດ້ໄປຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານ ອື່ນໆໄປຢ້ຽມຢາມ ສປ ຈີນ ຫລາຍ ຄັ້ງ ເພື່ອແຈ້ງສະພາບການຂອງ ການປະຕິວັດລາວ, ປຶກສາຫາລື ກ່ຽວກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ການປະຕິວັດ ລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳ ໂດຍສະເດັດເຈົ້າສຸວັນນະພູມາ ນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ໄດ້ ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນເອ ກະສານທີ່ສຳຄັນວ່າດ້ວຍການສ້າງ ຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ນັ້ນ ແມ່ນເຫດການທີ່ສຳຄັນໃນປະຫວັດ ສາດຂອງການພົວພັນ ລາວ-ຈີນ. ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດ ໄດ້ກ້າວຂຶ້ນສູ່ລະດັບສູງສຸດ ເມື່ອຜູ້ ນໍາທັງສອງປະເທດໄດ້ມອງກວ້າງ ເຫັນໄກໄດ້ຍົກລະດັບການພົວພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ເປັນ ການພົວພັນແບບຄູ່ຮ່ວມມືຍຸດທະ ສາດຮອບດ້ານ. ອັນໄດ້ເຮັດໃຫ້ການ ພົວພັນກ້າວເຂົ້າສູ່ໄລຍະພັດທະນາ ໃໝ່ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງ ລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດ ຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນ ມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງ ຍົກລະດັບການຮ່ວມມືຂອງສອງ ປະເທດ ລາວ-ຈີນ ມາເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານການພົວ ພັນລະຫວ່າງ 2 ປະເທດ ລາວຈີນ ກໍໄດ້ມີບາດກ້າວຂະຫຍາຍຕົວ ຢ່າງແຂງແຮງ ໂດຍສະເພາະດ້ານ ເສດຖະກິດ, ການຄ້າ ແລະ ການ ລົງທຶນ ນັບມື້ເພີ່ມຂຶ້ນປະກອບສ່ວນ ສໍາຄັນເຂົ້າການພັດທະນາເສດຖະ ກິດ-ສັງຄົມຂອງລາວ. ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ, ທີ່ມີມູນເຊື້ອອັນ ດີງາມ ແລະ ບົນພື້ນຖານແຫ່ງການ ພົວພັນອັນໜັກແໜ້ນຕາມຈິດໃຈ ໝັ້ນຄົງ, ຍາວນານ, ຮັກແພງກັນ ຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອ ເຊື່ອໃຈກັນ ແລະ ຮ່ວມມືກັນຢ່າງ ຮອບດ້ານ. ເຮັດໃຫ້ການພົວພັນລະ ຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ ໄລຍະພັດທະນາອັນໃໝ່ແລະກວ້າງ ຂວາງກວ່າເກົ່າ. ເສີມຂະຫຍາຍ ມູນເຊື້ອປະຕິວັດອັນດີງາມ ເພື່ອຊຸກ ຍູ້ການຮ່ວມມືກັນຕ່າງຝ່າຍຕ່າງມີ ຜົນປະໂຫຍດຮ່ວມກັນ ໃນທຸກຂົງ ເຂດວຽກງານ ລະຫວ່າງ ສອງປະ ເທດ ແລະ ເພີ່ມເນື້ອໃນອັນໃໝ່ ໃຫ້ ແກ່ການພົວພັນຄູ່ຮ່ວມມືຍຸດທະ ສາດຮອບດ້ານຕາມທິດ 4 ດີຄື: ເປັນເພື່ອນບ້ານໄກ້ຄຽງທີ່ດີ, ເປັນ ເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເພື່ອຕອບ ສະໜອງຄວາມມຸ່ງຫວັງຂອງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຈີນ ໃນຕໍ່ໜ້າຈະໄດ້ສຸມ ໃສ່ຮ່ວມມືກັນພັດທະນາບາງດ້ານ ທີ່ສຳຄັນ. ພ້ອມນັ້ນ ກໍຕ້ອງໄດ້ເພ່ີມ ທະວີການພັດທະນາສາຍພົວພັນ ທັງສອງຝ່າຍໃຫ້ຈະເລີນງອກງາມ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ, ວັນທີ 25 ເມສາ 1961-25 ເມສາ 2025) ຍິ່ງໆຂຶ້ນໄປບົນພື້ນຖານຄວາມສະ ເໝີພາບ, ເອກະລາດ, ບໍ່ແຊກແຊງ ພາຍໃນຂອງກັນແລະກັນຕ່າງຝ່າຍ ຕ່າງມີຜົນປະໂຫຍດໂດຍຊອບທຳ, ຮ່ວມມືພັດທະນາເຂດພາກພື້ນ ແລະ ໃນໂລກ, ສະໜັບສະໜູນບົດບາດເຊິ່ງ ກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເພ່ືອປົກປັກຮັກສາ ສັນຕິ ພາບແລະ ການພັດທະນາຂອງໂລກ. ການຮ່ວມມືຂອງສອງປະເທດ ໃນຫລາຍປີຜ່ານມາ ໄດ້ເຮັດໃຫ້ ການລົງທຶນຂອງຈີນຢູ່ລາວກໍໄດ້ ເພີ່ມຂຶ້ນ, ການຄ້າສອງຝ່າຍໄດ້ ເພີ່ມຂຶ້ນ, ການເຊື່ອມໂຍງເຂົ້າກັນ ທາງດ້ານຄົມມະນາຄົມ ແລະ ການ ຄ້າໄດ້ມີການພັດທະນາຢ່າງກ້າວ ກະໂດດ ຊຶ່ງສິ່ງທີ່ເຫັນໄດ້ຢ່າງປະ ຈັກຕາທີ່ສຸດແມ່ນຜົນສຳເລັດຂອງ ໂຄງການກໍ່ສ້າງເສັ້ນທາງລົດໄຟ ຈີນ-ລາວ ໂດຍປັດຈຸບັນໄດ້ມີການ ເຊື່ອມລະຫວ່າງສອງປະເທດແລ້ວ ຊຶ່ງເຮັດໃຫ້ການຄົມມະນາຄົມທາງ ບົກຂອງສອງປະເທດ ກໍຄືໃນພາກ ພື້ນສະດວກສະບາຍຍິ່ງຂຶ້ນ, ອຳ ນວຍຄວາມສະດວກໃຫ້ແກ່ການ ຄ້າ, ການທ່ອງທ່ຽວ ແລະ ການ ລົງທຶນໃຫ້ນັບມື້ເພີ່ມຂຶ້ນ. ຂະນະທີ່ ທາງດ່ວນ ວຽງຈັນ-ວັງວຽງສາຍ ທຳອິດຂອງລາວທີ່ເປີດນໍາໃຊ້ແລ້ວ ນັ້ນ ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ເຮັດໃຫ້ລະ ບົບການຄົມມະນາຂອງລາວມີໂສມ ໜ້າທີ່ວ່ອງໄວ ແລະ ທັນສະໄໝຍິ່ງ ຂຶ້ນ. ພ້ອມນີ້, ທັງສອງຝ່າຍໄດ້ເພີ່ມ ທະວີການຮ່ວມມືໃນເວທີສາກົນ ກໍຄືພາກພື້ນ ເພື່ອຊຸກຍູ້ການພັດທະ ນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ນັບແຕ່ ພັກ ປປ ລາວ ແລະ ພັກ ກອມມູນິດຈີນ ໄດ້ສ້າງສາຍພົວພັນ ການທູດຮ່ວມກັນ ການພົວພັນຂອງ ສອງພັກ ແລະ ປະຊາຊົນສອງ ຊາດ ກໍນັບມື້ແໜ້ນແຟ້ນຍິ່ງຂຶ້ນຍິ່ງ ໃນສະພາບການໃໝ່ທີ່ຫຍຸ້ງຍາກ ສັບສົນ ໂດຍຍຶດໝັ້ນອຸດົມການດຽວ ກັນນັ້ນ ໄດ້ເຮັດໃຫ້ການພົວພັນ ຮ່ວມມືລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ ຈີນ ຂະຫຍາຍຕົວກວ້າງຂວາງ ແລະ ຮອບດ້ານຍິ່ງໆຂຶ້ນ. ພາບປະກອບ ທ່ານ ຫງວຽນມິງເຕີມ ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳສປປລາວ ໄດ້ໃຫ້ຮູ້ວ່າ: ໂດຍ ຕອບສະໜອງຕາມຄຳເຊີນຂອງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ສະຫາຍ ເລືອງເກືອງ ປະ ທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມທາງລັດ ຖະກິດຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ເມສາ 2025 ນີ້ ຊຶ່ງ ແມ່ນການຢ້ຽມຢາມທາງລັດຖະ ກິດຄັ້ງທຳອິດຂອງ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ຊຶ່ງດຳເນີນໄປໃນສະ ພາບການໂລກ ແລະ ພາກພື້ນສືບຕໍ່ ການຜັນແປຢ່າງສັບສົນ ແລະ ບໍ່ ເຄີຍມີມາກ່ອນ; ສອງປະເທດພວມ ຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນເສດຖະກິດສັງຄົມຂອງແຕ່ລະປະເທດຢ່າງ ຕັ້ງໜ້າ ແລະ ບັນລຸໄດ້ບັນດາຜົນ ງານທີ່ສຳຄັນ ແລະ ພາກພູມໃຈ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ພວມພັດ ທະນາຢ່າງຕໍ່ເນື່ອງ, ຂໍ້ຕົກລົງຂອງ ບັນດາການນຳຂັ້ນສູງຂອງ 2 ພັກ, ສັນຍາຮ່ວມມືລະຫວ່າງລັດຖະ ບານ 2 ປະເທດ ພວມໄດ້ຮັບການ ປະຕິບັດຢ່າງຕັ້ງໜ້າ ແລະ ບັນລຸ ໄດ້ໝາກຜົນສຳຄັນໃນຫລາຍຂົງ ເທດຫວຽດນາມ-ລາວ ຈາກຮຸ່ນສູ່ ຮຸ່ນ “ຄວາມມ່ວນຊື່ນ, ຄວາມໂສກ ເສົ້າ, ຄວາມສຸກ, ຄວາມທຸກi ໃນ ທຸກສະພາບການ. ບົນຈິດໃຈດັ່ງ ກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ ການ ຢ້ຽມຢາມທາງລັດຖະກິດຄັ້ງທຳ ອິດຂອງ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ສຸດທີ່ມີຄວາມໝາຍສຳຄັນ, ທັງສືບຕໍ່ສະແດງໃຫ້ເຫັນຄວາມ ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖື ສປປ ລາວ ແລະ ການ ພົວພັນມິດຕະພາບຫວຽດນາມລາວ ແມ່ນໜຶ່ງໃນບັນດາບຸລິມະສິດ ອັນດັບໜຶ່ງໃນການປະຕິບັດນະໂຍ ບາຍການຕ່າງປະເທດ, ຢືນຢັນ ເຖິງການໜູນຊ່ວຍຢ່າງແຂງແຮງ ຂອງຫວຽດນາມ ໃນຂະບວນການ ປ່ຽນແປງໃໝ່ຢູ່ລາວ ແລະ ເປັນ ການເຄື່ອນໄຫວຕົວຈິງ ເພື່ອເພີ່ມ ທະວີຄວາມຮັດແໜ້ນ ແລະ ຄວາມ ສາມັກຄີແບບພິເສດລະຫວ່າງການ ນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ. ການນຳຂອງສອງ ປະເທດ ຈະໄດ້ປຶກສາຫາລືຫລາຍ ບັນຫາທີ່ສຳຄັນ , ຂ້າພະ ເ ຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ສະຫາຍປະ ທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກືອງ ໃນໄລຍະ ບຸນປີໃໝ່ລາວ ຈະສ້າງບາດກ້າວ ພັດທະນາໃໝ່ ປະກອບສ່ວນສຳ ຄັນເຂົ້າໃນການຊຸກຍູ້ ແລະ ນຳເອົາ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ- ລາວ ເຂົ້າສູ່ລວງເລິກ, ຕົວຈິງ ແລະ ມີປະສິດທິຜົນໃນອະນາຄົດ. ໃນສະພາບການຂອງພາກພື້ນ ແລະ ໂລກທີ່ມີການປ່ຽນແປງຢ່າງ ວ່ອງໄວ, ສັບສົນ ແລະ ບໍ່ຍາກຈະ ຄາດຄະເນ, ການແຂ່ງຂັນຍຸດທະ ສາດລະຫວ່າງບັນດາປະ ເທດ ໃຫຍ່, ລັດທິປົກປ້ອງເສດຖະກິດ, ການກະທົບຈາກການປ່ຽນແປງ ຂອງດິນຟ້າອາກາດ ແລະ ຄວາມ ໝັ້ນຄົງຮູບແບບໃໝ່ ພວມເປັນສິ່ງ ທ້າທາຍຫລາຍຢ່າງໃຫ້ແກ່ບັນດາ ປະເທດ, ໃນນັ້ນ ມີຫວຽດນາມ ແລະ ລາວ. ພ້ອມກັນນັ້ນ, ສອງປະ ເທດຫວຽດນາມ ແລະ ລາວ ພວມ ຢູ່ໃນຂະບວນການເຊື່ອມໂຍງເຂົ້າ ກັບສາກົນ ແລະ ພາກພື້ນຢ່າງເລິກ ເຊິ່ງ, ຄຽງຄູ່ກັບນະໂຍບາຍຂອງ ການນຳຂັ້ນສູງຂອງສອງປະເທດ, ສອງປະເທດໃຫ້ບຸລິມະສິດ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ. ຂ້າ ພະເຈົ້າເຊື່ອໝັ້ນວ່າ, ເພື່ອໃຫ້ການ ພົວພັນລະຫວ່າງສອງປະເທດນັບ ມື້ກ້າວເຂົ້າສູ່ລວງເລິກ, ໃຫ້ປະກົດ ຜົນເປັນຕົວຈິງ, ມີປະສິດທິຜົນ, ໃນ ອະນາຄົດ ຕ້ອງຮ່ວມມືເປັນເອກະ ພາບກັນ, ຊຸກຍູ້ບັນດາມູນເຊື້ອປະ ຫວັດສາດອັນດີງາມ, ຄວາມສາ ມັກຄີ, ຮ່ວມມື ແລະ ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອຜັນຂະຫຍາຍບັນ ດາທິດທາງສຳຄັນ ແລະ ບັນດາຂົງ ເຂດຮ່ວມມືຄື: ໜຶ່ງ, ສືບຕໍ່ຮັກສາຄວາມໄວ້ເນື້ອ ເຊື່ອໃຈດ້ານການເມືອງ, ສົມທົບກັນ ຢ່າງແໜ້ນແຟ້ນໃນບັນຫາຍຸດທະ ສາດ, ນະໂຍບາຍກ່ຽວກັບຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ; ຮັກສາ ແລະ ປັບປຸງ ປະສິດທິຜົນຂອງກົນໄກຮ່ວມມື, ກວດກາ ແລະ ສະເໜີບັນດາກົນໄກ ຮ່ວມມືໃໝ່; ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະ ສົບການໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບອບການເມືອງ, ພັດ ທະນາເສດຖະກິດ-ສັງຄົມ, ກໍ່ສ້າງ ພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ, ຮັບປະກັນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການເຊື່ອມ ໂຍງສາກົນຢ່າງເລິກເຊິ່ງ; ເພີ່ມທະ ວີການແລກປ່ຽນດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມ ສົນໃຈ ເພື່ອສໍາເລັດກົນໄກ, ນະໂຍ ບາຍປະກອບສ່ວນໃຫ້ແກ່ການພັດ ທະນາຂອງແຕ່ລະປະເທດ. ແຕ່ນີ້ ຮອດທ້າຍປີ 2025, 2 ຝ່າຍຈະ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ ການປະຕິບັດຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ແລະ ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການ ຮ່ວມມືທະວິພາຄີລະຫວ່າງລັດຖະ ບານ ຫວຽດນາມ - ລາວ ເປັນຕົ້ນ ແມ່ນຜົນສໍາເລັດການຢ້ຽມຢາມ ຂອງການນຳຂັ້ນສູງສອງປະເທດ, ສັນຍາຮ່ວມມືລະຫວ່າງບັນດາກະ ຊວງ, ຂະແໜງການ ແລະ ທ້ອງ ຖິ່ນ. ສອງຝ່າຍໄດ້ສົມທົບກັນຢ່າງ ແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ ການຢ້ຽມຢາມຂອງການນຳຂັ້ນ ສູງ, ຈັດຕັ້ງການເຄື່ອນໄຫວສະ ເຫ ລີມສະຫລອງວັນບຸນ ແລະ ເຫດ ການສຳຄັນຕ່າງໆເຊັ່ນ: ວັນຊາດ ຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວ ຄົບຮອບ 50 ປີ, ຄົບຮອບ135 ປີ ວັນເກີດປະທານ ໂຮ່ຈີ່ມິງ, ຄົບຮອບ 105 ປີ ວັນເກີດ ປະທານ ໄກສອນ ພົມວິຫານ, ດ້ວຍ ຮູບການໂຄສະນາເຜີຍແຜ່ ໃຫ້ ທຸກຊັ້ນຄົນເຫັນໄດ້ເຖິງນໍ້າໃຈສາຍ ພົວພັນ ຫວຽດນາມ-ລາວ.

RkJQdWJsaXNoZXIy MTc3MTYxMQ==