ຂປລ
ພາກສ່ວນ ປະຕິບັດ ກົດໝາຍ ຂອງມຽນມາ ໄດ້ສົ່ງຜູ້ຕ້ອງຫາ ການຫລອກລວງ ທາງໂທລະຄົມ ສັນຊາດຈີນ ຫລາຍກວ່າ 920 ຄົນ ທີ່ຖືກຈັບກຸມ ຢູ່ເມືອງຕາງຢັນ ທາງພາກໃຕ້ ລັດຊານຂອງ ມຽນມາ
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ພາກສ່ວນ ປະຕິບັດ ກົດໝາຍ ຂອງມຽນມາ ໄດ້ສົ່ງຜູ້ຕ້ອງຫາ ການຫລອກລວງ ທາງໂທລະຄົມ ສັນຊາດຈີນ ຫລາຍກວ່າ 920 ຄົນ ທີ່ຖືກຈັບກຸມ ຢູ່ເມືອງຕາງຢັນ ທາງພາກໃຕ້ ລັດຊານຂອງ ມຽນມາ ກ່ອນໜ້ານີ້ ໄປໃຫ້ຝ່າຍ ສປ ຈີນ ໂດຍຜ່ານດ່ານ ຕາໂລ້ກິ່ງ ແຂວງສິບສອງພັ່ນນາ ແຂວງຢຸນນານ ຂອງ ສປ ຈີນ, ຄຽງຄູ່ກັບ ວຽກງານ ສະເພາະກິດ ໃນການປາບປາມ ອາຊະຍາກຳ ການຫລອກລວງ ທາງໂທລະຄົມ ແລະ ເຄືອຂ່າຍ ອິນເຕີເນັດ ທີ່ມີຄົນຈີນ ເຂົ້າຮ່ວມ ຢູ່ພາກເໜືອ ຂອງມຽນມາ ກ້າວສູ່ລວງເລິກ, ສອງຝ່າຍ ສປ ຈີນ-ມຽນມາ ໄດ້ຮ່ວມມື ປະຕິບັດ ກົດໝາຍ ແລະ ເຄື່ອນໄຫວ ປາບປາມ ໂດຍສາມາດ ຈັບກຸມ ຜູ້ຕ້ອງຫາ ສັນຊາດຈີນ ໄດ້ຫລາຍກວ່າ 55.000 ຄົນ, ກຸ່ມອາຊະຍາກຳ ການຫລອກລວງ ທາງໂທລະຄົມ ຢູ່ພາກເໜືອ ຂອງມຽນມາ ໄດ້ຖືກທຳລາຍ ຢ່າງໜັກໜ່ວງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL