ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກ

24/04/2025 12:42
Email Print 214
ຂປລ ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າ (ຜູ້ປະຈໍາການ) ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນຂອງພັກ ເຂົ້າຮ່ວມ.



ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າ (ຜູ້ປະຈໍາການ) ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນຂອງພັກ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອລະດົມຄໍາຄິດຄໍາເຫັນ ຈາກພາກສ່ວນຕ່າງໆ ປະກອບເຂົ້າໃນການກໍານົດ ແນວທາງການເມືອງຂອງພັກ ແນໃສ່ເຮັດໃຫ້ ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກ ຢ່າງກວ້າງຂວາງ, ສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະແຕ່ຫົວທີ ຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະກຽມເນື້ອໃນລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວ ໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບ ຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງສ້າງສັນ, ກົງໄປກົງມາ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ ກໍຄື ຕີລາຄາບັນຫາຕ່າງໆ ຢ່າງຈະແຈ້ງ-ຊັດເຈນ ແລະ ແທດກັບຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ໂດຍລົງເລິກບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ວຽກງານມະຫາຊົນຂອງພັກ ໃນຊຸມປີຕໍ່ໜ້າ ເຊິ່ງສາມາດລະດົມໄດ້ຄໍາຄິດຄໍາເຫັນຢ່າງຫລາກຫລາຍ, ອຸດົມສົມບູນ ທີ່ເປັນພື້ນຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານ ການເມືອງ ໃນຂົງເຂດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ.

ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວການເມືອງ

      ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວ

      4/24/2025 2:37:51 PM

      ຂປລ. ໃນລະຫວ່າງວັນທີ 22-23 ເມສາ 2025, ທ່ານ ນາງ ແຄັດເທີຣິນ ເວສທ໌ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ​ເຊິ່ງເປັນຂີດໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດໃຫ້ມີບາດກ້າວໃໝ່.

    • ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມການເມືອງ

      ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມ

      4/24/2025 12:38:13 PM

      ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ແມ່ນຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ແລະ ປົດປ່ອຍສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມໃນເສັ້ນທາງນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນໜຶ່ງໄດ້ຮັບການສະໜັບສະໜູນ ທີ່ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາປະເທດສັງຄົມນິຍົມ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ

    • ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມການເມືອງ

      ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມ

      4/24/2025 12:17:08 PM

      ຂປລ. ຕອນແລງວັນທີ 22 ເມສາ 2025 ຜ່ານ​ມາ, ກ້ອນກໍາລັງສວນສະໜາມ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນ ກຳລັງສວນສະໜາມ ກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມຕົວຈິງ ຢູ່ຕົວເມືອງ ນະ ຄອນ ໂຮ່ຈີ່​ມິ​ງ ສສ ຫວຽດນາມ ​ເພື່ອ​ກຽມ​ຄວາມ​ພ້ອມເຂົ້າຮ່ວມໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

    • ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບການເມືອງ

      ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ

      4/23/2025 3:36:45 PM

      ຂປລ. ພິທີເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີ​ເອກ​ອັກຄະ​ຣາຊະ​ທູດໄທປະຈຳລາວ ​ແລະ ພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ໄທ ເຂົ້າຮ່ວມ.

    • ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ຮອງລັດຖະມົນຕີກົດໝາຍ ມາເລເຊຍການເມືອງ

      ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ຮອງລັດຖະມົນຕີກົດໝາຍ ມາເລເຊຍ

      4/23/2025 3:28:43 PM

      ຂປລ. ໃນວັນທີ 21 ເມສາ 2025 ຜ່ານ​ມາ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກູ່ລາ ເຊກາຣັນ ຮອງລັດຖະມົນຕີກົດໝາຍ ມາເລເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນທາງການ

ads
ads

Top