ທ່ານ ສີ ຈິ້ນຜິງ ພົບປະເຈລະຈາກັບປະທານາທິບໍດີອາແຊກໄບຊານ

25/04/2025 10:36
Email Print 100
ຂປລ ທ່ານ ​ສີ ​ຈິ້ນ​ຜິງ, ປະ​ທານ​ ປະ​ເທດ​ຈີນ ​ໄດ້​ພົບ​ປະ​​ເຈ​ລະ​ຈາກັບ ​ທ່ານ ອິລ​ຮາມ ເຮ​ດາ ໂອກ​ລູ ອາ​​ລິ​ເຢ​ຟ, ປະ​ທາ​ນາ​ທິ​ບໍ​ດີ ​ອາແຊກໄບຊານ ​ທີ່​ເດີນທາງຢ້ຽມ​ຢາມ ສປ ​ຈີນ​ ທາງ​ລັດ​ຖະ​ກິດ​ ຢູ່​ຫໍ​ສະ​ພາ ປະ​ຊາ​ຊົນ ​ແຫ່ງ​ຊາດ ​​ທີ່​ນະ​ຄອນຫລວງ​ປັກ​ກິ່ງ​.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ​ສີ ​ຈິ້ນ​ຜິງ, ປະ​ທານ​ ປະ​ເທດ​ຈີນ ​ໄດ້​ພົບ​ປະ​​ເຈ​ລະ​ຈາກັບ ​ທ່ານ ອິລ​ຮາມ ເຮ​ດາ ໂອກ​ລູ ອາ​​ລິ​ເຢ​ຟ, ປະ​ທາ​ນາ​ທິ​ບໍ​ດີ ​ອາແຊກໄບຊານ ​ທີ່​ເດີນທາງຢ້ຽມ​ຢາມ ສປ ​ຈີນ​ ທາງ​ລັດ​ຖະ​ກິດ​ ຢູ່​ຫໍ​ສະ​ພາ ປະ​ຊາ​ຊົນ ​ແຫ່ງ​ຊາດ ​​ທີ່​ນະ​ຄອນຫລວງ​ປັກ​ກິ່ງ​. ປະ​ມຸກ​ລັດ​ສອງ​ປະ​ເທດ ​​ໄດ້ປະ​ກາດ ​ສ້າງ​ສາຍ​ພົວ​ພັນ ​ຄູ່​ຮ່ວມ​ ຍຸດ​ທະ​ສາດ ​ຮອບ​ດ້ານ ລະຫວ່າງ ສປ ​ຈີນ ແລະ ​ອາແຊກໄບຊານ.ຫລັງ​ຈາກ​ ພົບ​ປະ​ເຈ​ລະ​ຈາ​ກັນ, ປະ​ມຸກ​ລັດ ​ສອງ​ປະ​ເທດ​ ໄດ້​ຮ່ວມ​ກັນ ​ລົງ​ນາມ​ໃນຖະ​ແຫລງ​ການ​ຮ່ວມ ​ວ່າ​ດ້ວຍ​ ການ​ສ້າງ​ສາຍ​ພົວ​ພັນ ​ຄູ່​ຮ່ວມ ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ລະ​ຫວ່າງ​ ສ​ປ ຈີນ​ ກັບ ​ອາແຊກໄບຊານ” ແລະ ໄດ້ເຂົ້າຮ່ວມ ​ເປັນ​ສັກ​ຂີ​ພິ​ຍານ​ ໃນການ​ລົງ​ນາມ ​ເອ​ກະ​ສານ​ ການ​ຮ່ວມ​ມື 20 ສະບັບ ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ການ​ຮ່ວມ​ກັນ​ສ້າງໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”, ຕຸ​ລາ​ການ, ການ​ພັດ​ທະ​ນາ ​ຕາມ​ທິດ​ສີ​ຂຽວ, ເສດ​ຖະ​ກິດ​ ດີ​ຈີ​ຕອນ, ຊັບ​ສິນ ​ທາງ​ປັນ​ຍາ ແລະ ການ​ບິນ ອະ​ວະ​ກາດ​ ເປັນ​ຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top