ຂປລ
ໄຕມາດທໍາອິດ ຂອງປີນີ້, ຍອດມູນຄ່າ ການຄ້າ ຂາຍຍ່ອຍ ສິນຄ້າ ບໍລິໂພກ ຂອງ ສປ ຈີນ ບັນລຸເຖິງ 12.470 ຕື້ຢວນ, ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ປີາຍ, ເມື່ອທຽບໃສ່ ຈັງຫວະ ການເຕີບໂຕ ໃນທົ່ວປີກາຍ ເພີ່ມຂຶ້ນ 1,1%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມຂໍ້ມູນຫລ້າສຸດ ທີ່ກະຊວງ ການຄ້າຈີນ ເປີດເຜີຍວ່າ: ໄຕມາດທໍາອິດ ຂອງປີນີ້, ຍອດມູນຄ່າ ການຄ້າ ຂາຍຍ່ອຍ ສິນຄ້າ ບໍລິໂພກ ຂອງ ສປ ຈີນ ບັນລຸເຖິງ 12.470 ຕື້ຢວນ, ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ປີາຍ, ເມື່ອທຽບໃສ່ ຈັງຫວະ ການເຕີບໂຕ ໃນທົ່ວປີກາຍ ເພີ່ມຂຶ້ນ 1,1%. ໃນນັ້ນ, ສະເພາະ ເດືອນມີນາແລ້ວ ໄດ້ເພີ່ມຂຶ້ນ 5,9%. ນອກນີ້, ໃນໄຕມາດທໍາອິດຂອງປີ 2025, ລາຍຈ່າຍ ສໍາລັບ ການບໍລິໂພກ ຄິດສະເລ່ຍ ຕໍ່ຫົວຄົນ ຂອງປະຊາຊົນ ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024; ຂະນະທີ່ ລາຍຈ່າຍ ສໍາລັບ ການບໍລິໂພກໄດ້ຊຸກຍູ້ ລວມຍອດ ຜະລິດ ຕະພັນ ພາຍໃນ ຫລື GDP ໃຫ້ເຕີບໂຕ 2,8%, ເຮັດໃຫ້ບົດບາດ ອັນເປັນພື້ນຖານ ຕໍ່ການພັດທະນາ ເສດຖະກິດ ໄດ້ຮັບການປັບປຸງ ໃຫ້ເຂັ້ມແຂງ ຂຶ້ນຕື່ມອີກ.ນອກນັ້ນ, ສປ ຈີນ ປາກົດມີ 3 ຈຸດພົ້ນເດັ່ນ ໃນການຂັບເຄື່ອນ ການບໍລິໂພກ ໃຫ້ໄດ້ຮັບ ການຍົກລະດັບ ສູງຂຶ້ນຄື: 1. ການຊື້ຂາຍ ແບບແທນຄືນ ເຄື່ອງບໍລິໂພກ ໄດ້ເກີດມີປະສິດທິຜົນ ຢ່າງພົ້ນເດັ່ນ, ການຈໍາໜ່າຍ ຜະລິດຕະພັນ ແບບອັດສະລິຍະ ສີຂຽວ ໄດ້ເພີ່ມຂຶ້ນ ຢ່າງວ່ອງໄວ; 2. ການບໍລິໂພກ ດ້ານການບໍລິການ ສືບຕໍ່ເປີດກວ້າງ, ການບໍລິໂພກ ດ້ານວັດທະນະທໍາ, ບັນເທີງ ແລະ ການທ່ອງທ່ຽວ ໄດ້ຮັບຄວາມນິຍົມຊົມຊອບຫລາຍ; 3. ການບໍລິໂພກ ທາງອອນລາຍ ໄດ້ຮັກສາ ການເຕີບໂຕ ຢ່າງວ່ອງໄວ, ຂະນະທີ່ ການຂາຍຍ່ອຍ ທີ່ເປັນຮູບປະທໍາ ປາກົດມີທ່ວງທ່າ ຟື້ນຟູຄືນ ໄປໃນທາງທີ່ດີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL