ຂປລ
ຂປລ. ໃນວັນທີ 21 ເມສາ 2025 ຜ່ານມາ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກູ່ລາ ເຊກາຣັນ ຮອງລັດຖະມົນຕີກົດໝາຍ ມາເລເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນທາງການ

ຂປລ. ໃນວັນທີ 21 ເມສາ 2025 ຜ່ານມາ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກູ່ລາ ເຊກາຣັນ ຮອງລັດຖະມົນຕີກົດໝາຍ ມາເລເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນທາງການ ໂດຍສະເພາະ ເຂົ້າຮ່ວມກອງປະຊຸມກົດ ໝາຍອາຊຽນ ປີ 2025 ແລະ ການຢັ້ງຢືນກ່ຽວກັບຖະແຫລງການຮ່ວມ ຂອງບັນດາລັດຖະມົນຕີກົດໝາຍ ວ່າດ້ວຍການພັດທະນາ ການແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກໍາມະການ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງສາກົນ.
ໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຍິນດີ ຕໍ່ປະເທດມາເລເຊຍ ໃນການດໍາລົງຕຳແໜ່ງປະທານອາຊຽນ ໃນປີ 2025 ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ ທີ່ສະແດງໃຫ້ເຫັນເຖິງຫລັກໝັ້ນຮ່ວມກັນຂອງອາຊຽນ ຕໍ່ພາກພື້ນ ແລະ ເພີ່ມທະວີການ ຮ່ວມມື ດ້ານກົດໝາຍ, ພ້ອມທັງຊຸກຍູ້ວຽກງານຍຸຕິທຳ ໃຫ້ມີຄວາມຍືນຍົງພາຍໃນຂອບການຮ່ວມມືອາຊຽນ. ພ້ອມນີ້, ກໍໄດ້ຖືໂອກາດນີ້, ສະເໜີກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ວຽກບຸລິມະສິດຂອງ ກະຊວງຍຸຕິທຳ ສປປ ລາວ ໂດຍສະເພາະ ວຽກງານສູນແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ.

ໂອກາດດຽວກັນ, ທ່ານຮອງລັດຖະມົນຕີກົດໝາຍ ມາເລເຊຍ ກໍໄດ້ໃຫ້ການເຊື້ອເຊີນ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມກົດໝາຍອາຊຽນ ປີ 2025 ແລະ ການຢັ້ງຢືນກ່ຽວກັບຖະແຫລງການຮ່ວມ ຂອງບັນດາລັດຖະມົນຕີກົດໝາຍ ວ່າດ້ວຍການພັດທະນາ ການແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກໍາມະການ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງສາກົນ.

ພ້ອມກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື, ແລກປ່ຽນບົດຮຽນ ແລະ ຢ້ຽມ ຢາມ ລະຫວ່າງສອງປະເທດ ໃນຂົງເຂດວຽກງານຍຸຕິທຳ ແລະ ກົດໝາຍ; ແລກປ່ຽນປະສົບການຂອງມາເລເຊຍ ໃນການເຊື່ອມໂຍງທາງດ້ານກົດໝາຍ ຂອງອາຊຽນ ແລະ ວຽກງານທີ່ເປັນໄປໄດ້ທີ່ ສປປ ລາວ ສາມາດຮຽນຮູ້ຈາກການປະຕິບັດ ທີ່ດີທີ່ສຸດຂອງມາເລເຊຍ; ແລກປ່ຽນຂໍ້ລິເລີ່ມຂອງ ສປປ ລາວ ໃນການຮ່ວມມືດ້ານກົດໝາຍອາຊຽນ ຊຶ່ງເປັນໂອກາດອັນດີໃຫ້ ກະຊວງຍຸຕິທຳ ສປປ ລາວ ໄດ້ເສີມ ຂະຫຍາຍການຮ່ວມມືໃນ ວຽກງານຂະແໜງຍຸຕິທໍາ ເນື່ອງຈາກມາເລເຊຍ ເປັນປະເທດທີ່ມີການພັດທະນາ ລະບົບກົດໝາຍໃນແຕ່ລະໄລຍະ ໂດຍມີຄວາມຊ່ຽວຊານດ້ານກົດໝາຍການຄ້າ, ການແກ້ໄຂຂໍ້ຂັດແຍ່ງໂດຍຄະນະກຳມະການ, ມີການນໍາໃຊ້ລະບົບເຕັກໂນໂລຊີ ເຂົ້າໃນຂະບວນການຍຸຕິທໍາ ເຊິ່ງຈະນຳຜົນປະໂຫຍດອັນດີໃຫ້ແກ່ ສປປ ລາວ ຫລາຍດ້ານໃນຕໍ່ໜ້າ.
ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ
KPL