ຂປລ
ໃນລະຫວ່າງ ເດືອນມັງກອນ ຫາເດືອນມີນາປີນີ້, ມູນຄ່າເພີ່ມ ຂອງຂະແໜງ ການຂາຍຍົກ ແລະ ຂາຍຍ່ອຍ ຂອງ ສປ ຈີນ ບັນລຸ 3.300 ຕື້ຢວນ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ອີງຕາມ ຕົວເລກ ຂໍ້ມູນ ຂອງອົງການ ສະຖິຕິ ແຫ່ງຊາດຈີ ນແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງ ເດືອນມັງກອນ ຫາເດືອນມີນາປີນີ້, ມູນຄ່າເພີ່ມ ຂອງຂະແໜງ ການຂາຍຍົກ ແລະ ຂາຍຍ່ອຍ ຂອງ ສປ ຈີນ ບັນລຸ 3.300 ຕື້ຢວນ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ກວມເອົາ ລວມຍອດ ຜະລິດ ຕະພັນ ພາຍໃນ ຫລື GDP ເຖິງ 10,4%. ຂະນະທີ່ ຂະແໜງການຂາຍຍົກ ແລະ ຂາຍຍ່ອຍ ມີສະພາບການ ເລີ່ມຕົ້ນທີ່ດີ, ໄດ້ເປັນການຄ້ຳປະກັນ ທີ່ເຂັ້ມແຂງໃຫ້ແກ່ ການເປີດກວ້າງ ຄວາມຕ້ອງການພາຍໃນ ແລະ ການໝູນວຽນ ຂອງເສດຖະກິດພາຍໃນປະເທດ ຢ່າງສະດວກ.ເມື່ອເບິ່ງຈາກ ຂະແໜງ ການຂາຍຍົກແລ້ວ ເຫັນວ່າ: ໃນລະຍະດັ່ງກ່າວ ມູນຄ່າ ຕົກລົງຊື້-ຂາຍກັນ ຂອງຕະຫລາດ ສິນຄ້າ ທີ່ກະຊວງ ການຄ້າຈີນ ເຈາະຈົງ ຕິດຕໍ່ນັ້ນ ມີເຖິງ 1.300 ຕື້ຢວນ, ມູນຄ່າຕົກລົງຊື້ຂາຍກັນ ຂອງຕະຫລາດ ປະເພດ ເຄື່ອງບໍລິໂພກ ອຸດສາຫະກຳ ເພີ່ມຂຶ້ນ 0,8%. ເມື່ອເບິ່ງຈາກ ຂະແໜງ ການຂາຍຍ່ອຍ ໃນລະຫວ່າງ ເດືອນມັງກອນ ຫາເດືອນມີນາ, ຍອດມູນຄ່າ ຂາຍຍ່ອຍ ສິນຄ້າມີເຖິງ 11.000 ຕື້ຢວນ, ເພີ່ມຂຶ້ນ 4,6%./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL