ສື່ຕ່າງປະເທດຢ້ຽມຊົມສູນຜະລິດຮູບເງົາ ໄອຊິອິ ສປ.ຈີນ

10/04/2025 10:20
Email Print 272
ຂປລ ໃນວັນທີ 9 ເມສາ, ບັນດານັກຂ່າວຕ່າງປະເທດ ຈາກພາກພື້ນອາຊີ-ປາຊີຟິກ, ອາຟຣິກກາ ແລະ ເອີຣົບ ຈໍານວນຫລາຍກວ່າ 30 ຄົນ ໄດ້ໄປຢ້ຽມຢາມສູນເຕັກໂນໂລຊີເອໄອ (iQIyI Youth Center)

ໃນວັນທີ 9 ເມສາ, ບັນດານັກຂ່າວ ຕ່າງປະເທດ ຈາກພາກພື້ນອາຊີ-ປາຊີຟິກ, ອາຟຣິກກາ ແລະ ເອີຣົບ ຈໍານວນຫລາຍກວ່າ 30 ຄົນ ໄດ້ໄປຢ້ຽມຢາມ ສູນເຕັກໂນໂລຊີ ເອໄອ (iQIyI Youth Center) ທີ່ຜະລິດລະຄອນ ຮູບເງົາ ຫລາກຫລາຍຊະນິດ ທັງເລື່ອງສັ້ນ ແລະ ເລື່ອງຍາວ, ລວມທັງລາຍການ ສະແດງ ແລະ ສື່ໂຄສະນາຕ່າງໆ. 

ໃນໄລຍະການຢ້ຽມຢາມ, ພະນັກງານຕ້ອນຮັບ ພາຍໃນສູນ ໄດ້ນໍາພາກຸ່ມສື່ມວນຊົນ ເຂົ້າຢ້ຽມຊົມພາຍໃນຫ້ອງວາງສະແດງ ທີ່ກ່ຽວຂ້ອງກັບ ເນື້ອໃນການຜະລິດ ລະຄອນ ຮູບ ເງົາ ແລະ ສື່ໂຄສະນາຕ່າງໆ. ໃນຂະນະດຽວກັນ ພະນັກງານດັ່ງກ່າວ ໄດ້ແນະນໍາປະຫວັດ ແລະ ບົດບາດໜ້າທີ່ຂອງສູນ, ເຊິ່ງສູນນີ້ ປຽບເໝືອນເວທີ ທີ່ໄດ້ລວມຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ ເພື່ອສົ່ງເສີມ ສະພາບແວດລ້ອມ ສໍາລັບການປະດິດສ້າງ ຢ່າງຕໍ່ເນື່ອງ ແລະ ການຜະລິດເນື້ອໃນ. 

ສູນດັ່ງກ່າວ ຍັງເປັນສູນຜະລິດ ແລະ ຈໍາໜ່າຍວິດີໂອ ດ້ວຍຮູບແບບຍາວ ແລະ ສັ້ນ. ວົງຈອນການ ຜະລິດເນື້ອໃນ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ໂດຍການສະແດງ ລະຄອນຂະ ໜາດນ້ອຍ ແລະ ລະຄອນສັ້ນ, ລວມທັງວິດີໂອອື່ນໆ ດ້ວຍຫລາກຫລາຍ ຮູບແບບ. ບໍລິສັດ ຍັງໄດ້ວາງບົດບາດ ໃນອຸດສາຫະກໍາ ການບັນເທີງອອນລາຍ ດ້ວຍເວທີ ເຕັກໂນໂລຊີ ຊັ້ນນໍາ ຂອງຕົນ ທີ່ຂັບເຄື່ອນ ໂດຍເອໄອ ຫລື Al ທີ່ມີຄວາມກ້າວໜ້າ ລວມທັງການວິເຄາະຂໍ້ມູນ ດ້ວຍເຕັກໂນໂລຊີ ຂອງຕົນ. ສູນ ໄອຊິອິ (iQIYI) ໄດ້ສ້າງພື້ນຖານຜູ້ຊົມໃຊ້ ຢ່າງຫລວງ ຫລາຍ ແລະ ພັດທະນາຮູບແບບ ການສ້າງລາຍໄດ້ ຫລາກຫລາຍ ໂດຍຜ່ານເນື້ອໃນພິເສດ (Premium), ລວມທັງການ ບໍລິການສະມາຊິກ, ບໍລິການໂຄສະນາ ອອນລາຍ, ການແຈກ ຢາຍ ເນື້ອຫາ, ເກມອອນລາຍ, ໃບອະນຸຍາດ IP, ອົງການພອນສະຫວັນ, ວັນນະຄະດີ ອອນລາຍ ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top