ຂປລ
ໃນວັນທີ 7 ເມສາ 2025, ຢູ່ທີ່ສູນຄົ້ນຄວ້າການພັດທະນາ ວິທະຍາເຂດບ້ານພັກ ສະຖານທູດຕ່າງປະເທດ ປະຈໍາ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ (Jianwai DRC), ໄດ້ມີບັນດາສື່ມວນຊົນຢ່າງຫລວງຫລາຍ ຈາກຕ່າງປະເທດ ໃນເຂດອາຊີປາຊີຟິກ.

ໃນວັນທີ 7 ເມສາ 2025, ຢູ່ທີ່ສູນຄົ້ນຄວ້າ ການພັດທະນາ ວິທະຍາເຂດບ້ານພັກ ສະຖານທູດຕ່າງ ປະເທດປະຈໍາ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ (Jianwai DRC ), ໄດ້ມີບັນດາສື່ມວນຊົນ ຢ່າງຫລວງ ຫລາຍ ຈາກຕ່າງປະເທດ ໃນເຂດອາຊີ ປາຊີຟິກ. ໃນນັ້ນ ມີຜູ້ຕາງໜ້າ ສື່ມວນຊົນລາວ ຈໍາ ນວນ 2 ທ່ານຄື ຈາກສະຖານີວິທະຍຸ ກະຈາຍ ສຽງ-ໂທລະພາບ ແຂວງຫລວງພະບາງ ແລະ ສຳນັກຂ່າວສານ ປະເທດລາວ ໄດ້ເຂົ້າຮ່ວມຮັບຟັງ ການບັນ ຍາຍ ກ່ຽວກັບແນວຄິດ ທິດສະດີ ແລະ ຍຸດທະສາດ ການພັດທະນາປະເທດ ຂອງການນໍາພັກ-ລັດຈີນ ໃນແຕ່ລະຍຸກ ແຕ່ລະສະໄໝ ຈົນມາຮອດປັດຈຸບັນ ເຮັດ ໃຫ້ປະເທດຈີນ ກາຍເປັນແຫລ່ງ ການຜະລິດ ຂະໜາດໃຫຍ່ ແຫ່ງໜຶ່ງຂອງໂລກ.
ສາສະດາຈານ ວັງ ອີເຫວີຍ (Prof. Dr. Wang Yiwei) ຈາກໂຮງຮຽນ ການພົວພັນສາກົນ, ມະຫາວິ ທະຍາໄລ ເລັນມິນ (Renmin University of China) ຂອງ ສປ ຈີນ, ໄດ້ນໍາສະເໜີ ຄວາມສໍາຄັນ ແນວຄວາມຄິດທິດສະດີ ແລະ ຍຸດທະສາດ ການພັດທະນາປະເທດ ໃນຮູບແບບທີ່ເປັນ ເອກະລັກ (Chinese Moderni zation) ແບບຈີນ ລວມທັງນະໂຍບາຍ “ໝຶ່ງແລວ ໜຶ່ງເສັ້ນທາງ ຫລື BRI” ພາຍໃຕ້ການນໍາພາ ຂອງພັກກອມມູນິດຈີນ ໄດ້ເຮັດໃຫ້ ການພັດທະນາຂອງ ສປຈີນ ເຊື່ອມໂຍງເຂົ້າກັບສາກົນ ກໍຄືປະເທດ ທີ່ຢູ່ ເຂດ “ໝຶ່ງແລວໜຶ່ງເສັ້ນ ທາງ ຫລື BRI”. ໂຄງການແລກປ່ຽນ ຂໍ້ມູນຂ່າວສານ ແລະ ການທັດສະນະສຶກສາ ຂອງສື່ມວນຕ່າງປະເທດ ໃນຄັ້ງນີ້ ແມ່ນຈັດໂດຍ ສູນແລກປ່ຽນ ຂໍ້ມູນ ຂ່າວສານສາກົນຈີນ (CIPCC).
KPL