ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າຈີນ ເພີ່ມອີກ 50%

08/04/2025 08:28
Email Print 402
ຂປລ ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າ ຂອງ ສປ ຈີນ ເພີ່ມຂຶ້ນອີກ ເປັນ 50% ມີຜົນບັງຄັບໃຊ້ ນັບແຕ່ວັນທີ 9ເມສານີ້ ຖ້າຫາກ ລັດຖະບານ ສປ ຈີນ ບໍ່ຍົກເລີກ ມາດຕະການ ຕອບໂຕ້ ກັບສິນຄ້າ ຂອງ ສ.ອາເມລິກາ ໃນອັດຕາເກັບພາສີ 34%ໃນວັນທີ 8ເມສານີ້.

ຂປລ.ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ຈະຂຶ້ນພາສີສິນຄ້າ ຂອງ ສປ ຈີນ ເພີ່ມຂຶ້ນອີກ ເປັນ 50% ມີຜົນບັງຄັບໃຊ້ ນັບແຕ່ວັນທີ 9ເມສານີ້ ຖ້າຫາກ ລັດຖະບານ ສປ ຈີນ ບໍ່ຍົກເລີກ ມາດຕະການ ຕອບໂຕ້ ກັບສິນຄ້າ ຂອງ ສ.ອາເມລິກາ ໃນອັດຕາເກັບພາສີ 34%ໃນວັນທີ 8ເມສານີ້. ຖ້າຫາກ ອັດຕາພາສີ ຂອງ ສ.ອາເມລິກາ ມີຜົນເປັນຈິງ ເທົ່າກັບວ່າ ສປ ຈີນ ຈະຜະເຊີນກັບ ອັດຕາພາສີ ສູງເຖິງ 104% ເນື່ອງຈາກ ສົງຄາມພາສີ ລະຫວ່າງ ສ.ອາເມລິກາ ແລະ ສປ ຈີນ ເກີດຂຶ້ນ ຕັ້ງແຕ່ ລັດຖະບານ ໂດນັນ ທຣຳ ສະໄໝ ທຳອິດ ແລະ ໄດ້ຮັບສານຕໍ່ ໃນຍຸກ ລັດຖະບານ ໂຈ ໄບເດັນ ຈົນມາຮອດ ປັດຈຸບັນ. ເຖິງຢ່າງໃດກໍ່ຕາມ ກະຊວງ ການຄ້າຈີນ ປະກາດວ່າ: ນັບແຕ່ ວັນທີ 10ເມສານີ້ ສິນຄ້າ ທຸກປະເພດ ຊຶ່ງມີຕົ້ນທາງ ມາຈາກ ສ.ອາເມລິກາ ຕ້ອງຈ່າຍ ພາສີໃນອັດຕາ ເພີ່ມຂຶ້ນອີກ 34% ແລະ ເພີ່ມຄວາມເຂັ້ມງວດ ກັບການສົ່ງອອກ ແຮທາດ ຫາຍາກ 7 ຊະນິດ ລວມທັງ ແຮທາດ ແກໂດລີນຽມ ແລະ ອິດທຽມ ເປັນຕົ້ນ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top