ຮອງນາຍົກລັດຖະມົນຕີ ຕິດຕາມກວດກາ ການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ

14/03/2025 14:57
ຂປລ ຂປລ. ໃນວັນທີ 13 ມີນາ 2025 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການ ລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ


ຂປລ. ໃນວັນທີ 13 ມີນາ 2025 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການ ລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ ໂດຍມີ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ, ເມືອງ ແລະ ພາກສ່ວນ ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.

ຈຸດປະສົງ ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດໂຄງການ ລົງທຶນດ້ານບໍ່ແຮ່ ຢູ່ແຂວງຫົວພັນ ໃຫ້ໄປຕາມນະໂຍບາຍ ກໍຄື ກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງຖືກຕ້ອງ ແລະ ເຂັ້ມງວດ, ແກ້ໄຂບັນ ດາຂໍ້ຄົງຄ້າງ ແລະ ບັນດາຫາງສຽງຕ່າງໆ, ທັງຮັບປະກັນຄວາມໂປ່ງໃສ, ແນໃສ່ເຮັດໃຫ້ການ ລົງທຶນມີປະສິດທິພາບ ແລະ ປະສິດທິຜົນ, ນຳເອົາປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ໄປຕິດຕາມກວດກາ ເບິ່ງການຈັດຕັ້ງປະຕິບັດ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ຢູ່ເມືອງຫົວເມືອງ; ໂຄງການສໍາຫລວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ຢູ່ເມືອງຮ້ຽມ ເຊິ່ງເຫັນວ່າ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກກັບລັດຖະບານ ໃນເດືອນມັງກອນ 2022 ໃນເນື້ອທີ່ 5 ກິໂລຕາແມັດ. ຜ່ານການຂຸດຄົ້ນ ແລະ ປຸງແຕ່ງ ແຕ່ປີ 2023 ຮອດປັດຈຸບັນ, ສາມາດສົ່ງອອກແຮ່ຫາຍາກໄດ້ 10.300 ກວ່າໂຕນ, ລວມມູນຄ່າ ປະມານ 58 ລ້ານໂດລາສະຫະລັດ ໂດຍໄດ້ປະຕິບັດພັນທະໃຫ້ລັດແລ້ວ 13 ລ້ານກວ່າໂດລາສະຫະລັດ ແລະ 63 ຕື້ກວ່າກີບ.

ສ່ວນໂຄງການສໍາຫລວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ໄດ້ເຊັນສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ ກັບລັດຖະບານ ໃນເດືອນຕຸລາ 2021 ໃນເນື້ອທີ່ 12,56 ກິໂລຕາແມັດ ດ້ວຍອາຍຸສັນຍາ 14 ປີ ໂດຍໄດ້ ມອບພັນທະໃຫ້ລັດລ່ວງໜ້າ 2 ລ້ານໂດລາສະຫະລັດ ແລະ ຊ່ວຍເຫລືອລ້າ ສ້ອມແປງເສັ້ນທາງປູຫີນ 2​ ຊັ້ນ ແຕ່ເຂດບ້ານຖໍ້າລາ ຫາເທສະບານເມືອງຮ້ຽມ ມີຄວາມຍາວ 30 ກວ່າກິໂລແມັດ ລວມມູນຄ່າ 16 ຕື້ກວ່າກີບ. ນອກນັ້ນ, ບໍລິສັດ ຍັງໄດ້ໃຫ້ການຊ່ວຍເຫລືອແຂວງຫົວພັນ ນອກພັນທະສັນຍາ ໃນປີ 2023 ແລະ 2024 ລວມມູນຄ່າທັງໝົດ 43 ຕື້ກວ່າກີບ.

ການລົງຕິດຕາມກວດກາແຕ່ລະໂຄງການ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບໍລິສັດຜູ້ລົງທຶນ ເອົາໃຈໃສ່ດຳເນີນກິດຈະການ ຖືກຕ້ອງສອດຄ່ອງຕາມພັນທະສັນຍາ ກໍຄື ແຜນການ ແລະ ມາດຕະຖານເຕັກນິກ ໃນການຂຸດຄົ້ນ ແລະ ປຸງແຕ່ງ ຢ່າງເຄັ່ງຄັດ, ບໍ່ໃຫ້ສົ່ງຜົນກະທົບຕໍ່ ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ປະກອບເອກະສານຕ່າງໆ ໃຫ້ຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້; ສືບຕໍ່ໃຫ້ການ ຊ່ວຍເຫລືອພັດທະນາທ້ອງຖິ່ນ ແລະ ສັງຄົມໃຫ້ຫລາຍຂຶ້ນ. ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍ ບາຍ ສົ່ງເສີມການລົງທຶນ ດ້ານບໍ່ແຮ່ຂອງລັດຖະບານ ໂດຍສະເພາະ ການເລືອກເຟັ້ນໂຄງການລົງທຶນ ທີ່ມີປະສິດທິຜົນ, ໂຄງການທີ່ມີຄວາມຈິງໃຈ ເຮັດແທ້ທຳຈິງ, ການໃຫ້ບຸລິມະສິດໂຄງການລົງທຶນ ແລະ ປະກອບສ່ວນພັດທະນາເຂດ ຊົນນະບົດຫ່າງໄກສອກຫລີກ ໂດຍສະເພາະ ເຂດພື້ນຖານຂອງການປະຕິວັດລາວ ໃຫ້ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ທຽບທັນກັບທ້ອງຖິ່ນອື່ນ.

ການເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປ ກວດກາເບິ່ງບໍ່ຖ່ານຫີນ ຢູ່ບ້ານເມືອງຮາມ ເມືອງຊຳເໜືອ; ໄປຢ້ຽມຢາມອະນຸສອນສະຖານ ກອງຮ້ອຍລາດຊະວົງ ແລະ ຖໍ້າກອງຮ້ອຍລາດຊະວົງ ຢູ່ເມືອງຊຽງຄໍ້ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງການເມືອງ

      ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

      3/14/2025 4:27:03 PM

      ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

    • ຕັ້ງໜ້າເສີມຂະຫຍາຍບົດບາດການນຳພາ ຂອງພັກ ເຂົ້າໃນຂະບວນການຂອງຊາວໜຸ່ມການເມືອງ

      ຕັ້ງໜ້າເສີມຂະຫຍາຍບົດບາດການນຳພາ ຂອງພັກ ເຂົ້າໃນຂະບວນການຂອງຊາວໜຸ່ມ

      3/14/2025 3:43:26 PM

      ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ໃນຂະບວນປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກໄດ້ນໍາພາດໍາເນີນພາລະກິດ ປະຕິວັດອັນໜັກໜ່ວງ ໃນການນໍາພາປວງຊົນລາວບັນດາເຜົ່າ ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມືຂອງພວກເຂົາ ຢ່າງດຸເດືອດຂ້ຽວຂາດ ເຖິງຈະຫຍຸ້ງຍາກປານໃດກໍຕາມ ດ້ວຍແນວທາງທີ່ຖືກຕ້ອງ, ການນໍາພາທີ່ສະຫລາດສ່ອງໃສ ພັກເຮົາສາມາຍາດໄດ້ໄຊຊະນະເປັນກ້າວໆ

    • ຄະນະບໍລິຫານງານສູນກາງພັກ ອອກມະຕິປັບປຸງກົງຈັກການຈັດຕັ້ງການເມືອງ

      ຄະນະບໍລິຫານງານສູນກາງພັກ ອອກມະຕິປັບປຸງກົງຈັກການຈັດຕັ້ງ

      3/14/2025 3:32:53 PM

      ຂປລ. ວັນທີ 12 ມີນາ 2025 ນີ້, ຄະນະບໍລິຫານງານສູນກາງພັກ ອອກມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ເພື່ອປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງບັນດາກະຊວງ, ອົງການ ແລະ ພະແນກການຢູ່ທ້ອງຖິ່ນ ທີ່ນອນໃນເປົ້າໝາຍປັບປຸງກົງຈັກການຈັດຕັ້ງ ໃຫ້ໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງ ຄຸ້ມຄອງຫລາຍວຽກ, ຫລາຍຂະແໜງການ, ພ້ອມກັນນັ້ນ ກໍສືບຕໍ່ແບ່ງຂັ້ນຄຸ້ມຄອງ, ແບ່ງສິດ-ຄວາມຮັບຜິດຊອບ ໃຫ້ລະອຽດ, ຈະແຈ້ງ ລະຫວ່າງ ກະຊວງ, ອົງການ ທີ່ຖືກປັບປຸງ ແລະ ພະແນກການກ່ຽວຂ້ອງ ຂອງທ້ອງຖິ່ນ; ປັບປຸງ, ສັບຊ້ອນ, ຈັດວາງບຸກຄະລາກອນຄືນໃໝ່

    • ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ໂຄງການລ້ຽງງົວ ຢູ່ແຂວງຊຽງຂວາງການເມືອງ

      ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ໂຄງການລ້ຽງງົວ ຢູ່ແຂວງຊຽງຂວາງ

      3/14/2025 3:29:03 PM

      ຂປລ. ໃນ​ວັນ​ທີ 13 ມີນາ 2025 ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ໂຄງການລ້ຽງງົວພັນນົມ ຂອງບໍລິສັດ ​ພັດທະນາ​ກະສິກຳ​ ລາວ-ຍີ່ປຸ່ນ ຊຽງ​ຂວາງ​ຈຳກັດ, ຣີ​ສອດ​ຟາມ​ງົວ​ພັນ​ນົມ ເຕັກ​ໂນ​ໂລ​ຊີ​ສູງ ທີ່ບ້ານໂຕນເໜືອ ເມືອງແປກ ແຂວງຊຽງຂວາງ ໂດຍມີ ​ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າແຂວງຊຽງ​ຂວາງ ພ້ອມ​ດ້ວຍ​ຄະນະ​ນຳ​ຂອງ​ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

    • ສອງລັດຖະມົນຕີກະຊວງການຕ່າງປະເທດ  ລາວ-ຈີນ ຫາລືເພື່ອຮັດແໜ້ນການຮ່ວມມືການເມືອງ

      ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ຫາລືເພື່ອຮັດແໜ້ນການຮ່ວມມື

      3/13/2025 7:26:13 PM

      ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ຫວັງອີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ads
ads

Top