ຂໍ້ສະເໜີຢຸດຍິງໃນ 30 ວັນ ເປີດຄວາມຫວັງ ຢຸດຕິການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ

13/03/2025 14:17
Email Print 741
ຂປລ ສ.ອາເມລິກາ ແລະ ອູແກຣນ ໄດ້ດຳເນີນ ການເຈລະ ຈາຢູ່ ນະຄອນ ເຈັດດາ(Jeddah), ອາຣັບບິ ຊາອຸດິ ແລະ ອອກຖະແຫລງ ການຮ່ວມ, ໃນນັ້ນ ຈຸດສຸມ ແມ່ນສະເໜີ ຄຳສັ່ງ ຢຸດຍິງ ຢ່າງຮອບດ້ານ ໃນຮອບເວລາ 30 ວັນ ສຳລັບ ການປະທະກັນ ລະຫວ່າງ ຣັດເຊຍ - ອູແກຣນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ສ.ອາເມລິກາ ແລະ ອູແກຣນ ໄດ້ດຳເນີນ ການເຈລະ ຈາຢູ່ ນະຄອນ ເຈັດດາ(Jeddah)ອາຣັບບິ ຊາອຸດິ ແລະ ອອກຖະແຫລງ ການຮ່ວມໃນນັ້ນ ຈຸດສຸມ ແມ່ນສະເໜີ ຄຳສັ່ງ ຢຸດຍິງ ຢ່າງຮອບດ້ານ ໃນຮອບເວລາ 30 ວັນ ສຳລັບ ການປະທະກັນ ລະຫວ່າງ ຣັດເຊຍ - ອູແກຣນ. ນີ້ແມ່ນ ການກະທຳ ທາງການທູດ ທີ່ຕັ້ງໜ້າທີ່ສຸດ ໃນໄລຍະເວລາກວ່າ 3 ປີຜ່ານມາ ເພື່ອແນໃສ່ ຢຸດຕິ ການປະທະກັນໃຫຍ່ ທີ່ສຸດຢູ່ ເອີຣົບ ນັບແຕ່ ພາຍຫລັງ ສົງຄາມໂລກ ຄັ້ງທີ II.ຂໍ້ສະເໜີຢຸດຍິງ ແມ່ນຈຸດສຸມ ໃນການເຈລະຈາ ທີ່ແກ່ຍາວເປັນຫລາຍຊົ່ວໂມງ ລະຫວ່າງ ຄະນະທູຕານຸທູດ ສະຫະລັດ ອາເມລິກາ, ໂດຍມີ ທ່ານ ມາໂຄ ຣູດີໂອ( Marco Rubio) ລັດຖະມົນຕີ ການຕ່າງປະເທດ ແລະ ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ Mike Waltz  ນຳໜ້າ, ດ້ວຍຄະນະທູຕານຸທູດ ອູແກຣນ, ໂດຍມີ ທ່ານ ແອນດຣີ ຢາມາກ(Andriy Yermak) ຫົວໜ້າຫ້ອງວ່າການ ປະທານາທິບໍດີ, ທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ Andriy Sybiha ລັດຖະມົນຕີ ກະຊວງ ການຕ່າງປະເທດ. ຕາມການສະເໜີ ໂດຍຝ່າຍ ສະຫະລັດ ອາເມລິກາ ຍົກອອກມາ, ຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 30 ວັນຈະປະຕິບັດເພື່ອໃຫ້ທຸກຝ່າຍເຂົ້າຮ່ວມການປະທະກັນລະຫວ່າງ ຣັດເຊຍ- ອູແກຣນ ຍູ້ແຮງບັນດາການເຄື່ອນໄຫວ ທາງການທູດ ເພື່ອແນໃສ່ຢຸດຕິ ການປະທະກັນ. ຄຳສັ່ງນີ້ ອາດຈະຕໍ່ກຳນົດເວລາ ຕາມຂໍ້ຕົກລົງຮ່ວມ ຂອງບັນດາຝ່າຍ. ຝ່າຍ ສ.ອາເມລິກາ ໃຫ້ຄຳໝັ້ນສັນຍາ ຈະປຶກສາຫາລື ບັນດາ ຂໍ້ສະເໜີ ລະອຽດນີ້ ກັບຜູ້ຕາງໜ້າຂອງ ຣັດເຊຍ ໃນຂະນະທີ່ ຄະນະທູຕານຸທູດ ອູແກຣນ ເນັ້ນໜັກວ່າ ບັນດາຄູ່ຮ່ວມມື ເອີີຣົບຂອງປະເທດນີ້ ຕ້ອງໄດ້ຮັບ ການອະນຸຍາດ ເຂົ້າຮ່ວມວິວັດການເຈລະຈາສັນຕິພາບ. ໃນບົດກ່າວປາໄສ ພາຍຫລັງ ການເຈລະຈາສິ້ນສຸດ, ທ່ານ Volodymyr Zelensky ປະທານາທິບໍດີ ອູແກຣນ, ຜູ້ກໍ່ມີໜ້າຢູ່ Jeddad ແຕ່ບໍ່ເຂົ້າຮ່ວມ ການເຈລະຈາ, ປະກາດ ເຫັນດີ ຕໍ່ຂໍ້ສະເໜີ ຢຸດຍິງ ແຕ່ເນັ້ນໜັກເຖິງ ເງື່ອນໄຂ ຝ່າຍ ຣັດເຊຍ ກໍ່ຕ້ອງເຫັນດີ ແລະ ຄຳສັ່ງຢຸດຍິງ ຕ້ອງມີລັກສະນະຮອບດ້ານ, ລວມມີ ທຸກການເຄື່ອນໄຫວ ທາງການທະຫານ ທາງອາກາດ, ທາງທະເລ ແລະ ທາງບົກ.ປັດຈຸບັນ ສ.ອາເມລິກາ ພວມເດີນທາງໄປຣັດເຊຍ ເພື່ອປຶກສາຫາລື ໃຫ້ບັນລຸ ຂໍ້ສະເໜີດັ່ງກ່າວ.ຂະນະທີ່ ອູແກຣນ ແມ່ນຍອມຮັບ ຂໍ້ສະເໜີ ຢຸດຍິງແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top